​ມາ​ຮູ້​ຈັກ​ກັບ​ປະ​ເພ​ນີ ການ​ຢູ່​ກຳ ຂອງ​ຊົນ​ເຜົ່າ​ໄຕ​ດຳ ສ​ປ​ປ ລາວ

SA Game

ອິນ​ໄຊ​ລາວ

​ຄວາມ​ເຊືອ ແລະ ຮີດ​ຄອງ​ປະ​ເພ​ນີ “ການຢູ່ກຳ” ແບບ​ພື້ນ​ບ້ານຂອງຊົນເຜົ່າ ໄຕດຳ.

ຮີ​ຄອງ​ປ​ະ​ເພ​ນີ ການຢູ່ກຳ ຫຼື ຢູ່ໄຟ ຂອງແມ່ຍິງຫຼັງຈາກເກີດລູກ ແມ່ນເປັນພີທີກຳອັນໜຶ່ງຂອງຊົນເຜົ່າໄຕດຳ ທີ່ປະຕິບັດຕໍ່ກັນມາແຕ່ສະໄໝປູ່ຍ່າຕາຍາຍ ເພື່ອເປັນການຊ່ວຍຫຼຸດອາກາດປວດເມື່ອຍ  ຫຼື ການອັກເສບບໍລິເວັນກ້າມຊີ້ນສັນຫຼັງ ແລະ ສ່ວນຂາ ຊ່ວຍຫຼຸດການປັບອຸນຫະພູມຂອງຮ່າງກາຍ ທີ່ເກີດຈາກການເສຍເລືອດຫຼາຍໃນເວລາເກີດລູກ ທັງເຮັດໃຫ້ມົດລູກເຂົ້າອູ່ໄວ ເຮັດໃຫ້ນໍ້າຄາວປາແຫ້ງໄວ.

ນາງ ຫຼ້າ ບ້ານ ນາສ້ຽວ, ເມືອງ ສີໂຄດຕະບອງ, ນະຄອນຫຼວງ ວຽງຈັນ ເປັນອີກຄົນໜຶ່ງທີ່ຢູ່ໃນຊົນເຜົ່າໄຕດຳ ກ່າວວ່າ: ການຢູ່ກໍາ ແມ່ນ ການຢູ່ໄຟແບບພື້ນບ້ານ ແມ່ທີ່ໃຫ້ກຳເນີດລູກ ຫຼັງເກີດຈະຕ້ອງນອນຂາງໄຟອຸ່ນໆ ປະມານ 7- 15 ມື້ ເພື່ອເປັນການບໍາລຸງຮັກສາສຸຂະພາບຂອງແມ່ ຜູ້ທີ່ໃຫ້ກໍາເນີດເດັກໃໝ່.

ໃນເວລາທີ່ກຳລັງຢູ່ກໍາ ຈະດື່ມແຕ່ນໍ້າຮ້ອນ, ອາບນໍ້າອຸ່ນ, ນັ່ງຂາງໄຟຖ່ານຈາກຖ່ານ, ບໍ່ກິນອາຫານຊະຊາຍ. ການທີ່ເຮັດແນວນີ້ ກໍເພຶ່ອເຮັດໃຫ້ສຸຂະພາບແຂງແຮງປົກກະຕິ, ມີນໍ້ານົມລຽ້ງລູກພຽງພໍ. ແຕ່ໃນການຢູ່ກໍາ ຈະໄວ ຫຼື ດົນຊ່ຳໃດນັ້ນ ກໍແລ້ວແຕ່ເງືອນໄຂສຸຂະພາບຂອງໃຜມັນ,  ແຕ່ສະໄໝບູຮານເພິ່ນຈະໃຫ້ຢູ່ກຳຢ່າງໜ້ອຍ 15 ມື້.

SA Game
ອິນ​ໄຊ​ລາວ

ໃນການອາບນ້ຳຂອງແມ່ກຳນັ້ນ ນ້ຳອຸ່ນທີນຳມາອາບ ກໍຈະເປັນນ້ຳສະໝູນໄພເຊັ່ນ: ມີໃບໝາກຖົ່ວແຮ, ຫົວສີໄຄ, ຂີ້ໝິ້ນ, ໝາກຂີ້ຫູດ, ໃບໝາກຂາມ, ຂິງ ມາຕົ້ມໃຫ້ຟົດ ຫຼັງຈາກນັ້ນ ກໍນຳມາອາບຈະຊ່ວຍຂັບນ້ຳຄາວປາໄດ້ດີ.

ສ່ວນນ້ຳຢາທີ່ໃຊ້ຕົ້ມກິນນັ້ນ ຈະເປັນນ້ຳຢາທີ່ກິນແລ້ວເຮັດໃຫ້ມີນ້ຳນົມຫຼາຍ ພຽງພໍໃຫ້ລູກນ້ອຍກິນອີ່ມ ຢາທີ່ກິນແລ້ວມີນ້ຳນົມຫຼາຍ ມັນກໍມີຫຼາຍຊະນິດ ແລ້ວແຕ່ຜູ້ຮູ້ເອົາມາໃຫ້ກິນ

ຫຼັງຈາກຢູ່ກໍາຕາມສົມຄວນແລ້ວ ກໍຈະມີວິທີອອກກໍາຕາມປະເພນີ ມ້ຽນສະຖານທີ ແລະ ສິ່ງຂອງຢູ່ກໍາຕ່າງໆ ອອກຈາກບ່ອ,ນ ຜູ້ເປັນແມ່ກໍຈະໄປອາບນໍ້າສະຜົມ ຢູ່ນອກເຮືອນ ຫຼື ຢູ່ທ່ານໍ້າ ແລະ ກ່ອນຈະລ້າງມື ອາບນໍ້າ ສະຜົມ ໃຫ້ເອົາມີດນ້ອຍແກ່ວງຕັດນໍ້າໄປມາສອງສາມຄັ້ງ ທັງຈົ່ມຄາຖາຢູ່ໃນໃຈວ່າ: “ຂ້ອຍເກີດລູກນ້ອຍໄດ້ລົງມາສ່ວຍຕີນ ອາບນໍ້າສະຜົມ.ລ້າງເຫື່ອໄຄເໜັນທາງຫຼັງເພິ່ນເບື່ອ ລ້າງໜ້າທາງໜ້າເພິ່ນຊັງ ແລ້ວຂື້ນໄປບ້ານໃຫ້ຮຸ່ງເຮືອງຖາວອນ ຂຶ້ນເມືອເຮືອນໃຫ້ຮຸ່ງເຮືອງທົ່ວຫ້ອງ ຝູງພີ່ນ້ອງຮັກຫໍ່ຕຸ້ມຕອມ ໂອມສະໂຫມເຄັດ” ແລ້ວກໍອາບນໍ້າສະຜົມຕາມປົກກະຕິ.

SA Game
ອິນ​ໄຊ​ລາວ

ສຳລັບການຜູກແຂນໃຫ້ເດັກ ແລະ ແມ່ ແມ່ນພິທີສຸດທ້າຍ ສໍາລັບການເກີດ ເພິ່ນຫາມື້ງາມຍາມດີ ຈັດພີທີບາສີສູ່ຂວັນ ເອີ້ນເອົາຂວັນຂອງແມ່ ແລະ ລູກ ມາຢູ່ຮ່າງກ່າຍໃນເຮືອນໃນຢ້າວ ມີການຕັ້ງຊື່ໃຫ້ເດັກ ແລະ ຢາດນໍ້າສັກສິດໃສ່ປາກ ນໍ້າສັກສິດເອົາມາຈາກນໍ້າສ້າງເຈັດສ້າງ ຫຼື ນໍ້າເຈັດສາຍ. ໂດຍງານດັ່ງກ່າວ ມັກຈັດຂຶ້ນໃນມື້ອອກກໍາເລີຍ ໃນພິທີອອກກໍາ ຜູ້ເປັນແມ່ເດັກ ຈະໄດ້ຍໍຂັນສົມມາຄາລະວະຕໍ່ພໍ່ແມ່ ແລະ ຜູ້ທີ່ໄດ້ຈັບບາຍ ສີ່ງຂອງທີ່ຖືກເລືອດຖືກຢາງ ເມື່ອປະຕິບັດຄົບຖ້ວນຕາມຮິດຄອງແລ້ວ ແມ່ ແລະ ເດັກ ຈຶ່ງຢູ່ດີມີແຮງ ຕາມຄວາມເຊື່ອມາແຕ່ບູຮານ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ອິນ​ໄຊ​ລາວ