ດ່ວນ!!! ໂຄວິດ-19 ລະ​ບາດໂຮງ​ງານ ຍອດ​ຕິດ​ເຊື້ອ​ໃນ​ຊຸມ​ຊົນ​ເປັນ​ສະ​ຖິ​ຕິ

SA Game

laoedaily.com

​ມາ​ເບິ່ງ​ລາຍ​ລະ​ອຽດຜູ້ຕິດເຊື້ອໃນຊຸມຊົນ 383 ຄົນ ແລະ ກຽມ​ເບິ່ງ​ມາດ​ຕະ​ການ​ໃໝ່​ທີ່​ຈະ​ຕ້ອງ​ໄດ້​ປະ​ຕິ​ບັດ.

ກຳ​ລັງ​ລະ​ບາດ​ໜັກ​ຫລັງ​ຈາກ​ໄດ້​ມີ​ການ​ແພ​ເຊື້ອ​ທີ​ໂຮງ​ງານ​ແຫ່ງ​ໜຶ່ງ​ຈ່ຳ​ນວນ​ຜູ້​ມີ​ເຊື້ອ​ປະ​ຈຸ​ບັນ​ສະ​ເພາະ​ໂຮງ​ງານ​ເທົ່າ​ນັ້ນ​ມີ​ສອງ​ຮ້ອຍກວ່າ​ຄົນ ແລະ ຍັງ​ຄົງ​ສຶບ​ຫາ​ທາມ​ລາຍ​ຕ່າງໆ ຄະ​ວ່າ​ຍັງ​ຈະ​ມີ​ເພີ່ມ​ຫລາຍ​ຢູ່, ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວ ກ່ຽວກັບສະພາບໂຄວິດ-19 ວ່າ ມາຮອດວັນທີ 18 ກັນຍາ 2021 ໄດ້ກວດວິເຄາະທັງໝົດ 6.504 ຄົນ,

ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 466 ຄົນກໍລະນີນໍາເຂົ້າ ມີ 83 ຄົນ ຈາກ ແຂວງ ສະຫວັນນະເຂດ 72 ຄົນ, ສາລະວັນ 9 ຄົນ, ແລະ ຫຼວງພະບາງ 2 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກຕ່າງປະເທດ ເຂົ້າມາຕາມຈຸດຜ່ານແດນສາກົນ.

ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 383 ຄົນ ມີລາຍລະອຽດຕາມນີ້

SA Game
laoedaily.com

ນະຄອນຫຼວງ 264 ຄົນ
1 ກຸ່ມໂຮງງານ ອານພິລາວ (ເກັບຕົວຢ່າງໃນໂຮງງານ) ພົບເຊື້ອ 246 ຄົນ ແມ່ນເຮັດວຽຢູ່ໂຮງງານຕັດຫຍິບ ອັນພີລາວ ບ້ານໜອງທາເໜືອ, ເມືອງຈັນທະບູລີ ແລະ ມີປະຫວັດພົວພັນກັບຊ່າງຈັກຊ່າງໄຟ (ຄົນໄທ) ຈາກໂຮງງານ ອິນເຕີເມດແຟຊັນ (ທີ່ຕິດເຊື້ອ) ເຊິ່ງໄດ້ໄປແປງຈັກໃຫ້

2 ໂຄງການສຶກສາ LACOVISS ມີ 03 ຄົນ
01 ຄົນ ຈາກບ້ານ ໜອງຈັນ, ເຈົ້າໜ້າທີ່ຕຳຫລວດ
02 ຄົນ ແມ່ນ ຈາກ ບ້ານ ໜອງທາເໜືອ (ພໍ່ ແລະ ລູກ ສາວ), ເມືອງ ຈັນທະບູລີ
3 ຈຸດເກັບຕົວຢ່າງຈາກບືງຂະຫຍອງ ພົບເຊື້ອ 12 ຄົນ

ບ້ານ ດ່ານຊ້າງ, ເມືອງ ໄຊທານີ 01 ຄົນ
ບ້ານ ຫົວຂົວ, ເມືອງ ໄຊເສດຖາ 02 ຄົນ (ພະນັກງານ ບໍລິສັດ ເອກະຊົນ ຊີເຄແອວ)
ບ້ານ ສະພັງເມິກ, ເມືອງ ໄຊທານີ 01 ຄົນ
ບ້ານ ໜອງທາເໜືອ, ເມືອງ ຈັນທະບູລີ 03 ຄົນ (ເຮັດວຽກຢູ່ໂຮງງານ ອານພີລາວ 01 ຄົນ ແລະ ຄ້າຂາຍໜ້າໂຮງງານ)
ບ້ານ ສີເກີດ, ເມືອງນາຊາຍທອງ 03 ຄົນ (01 ຄົນ ແມ່ນ ຄ້າຂາຍໃນ ຕະຫລາດອົດຊີ)

4 ກຸ່ມເມືອງໄຊທານີ 2 ຄົນ
5 ຈາກໂຮງໝໍມະໂຫສົດ 1 ຄົນ ຈາກ ບ້ານຫ້ວຍຫົງ, ເມືອງ ຈັນທະບູລີ, ໂຮງງານ ອານພີລາວ (ເກັບຕົວຢ່າງຈາກ ໂຮງໝໍມະໂຫສົດ)
ຈໍາປາສັກ 41 ຄົນ
ຫຼວງພະບາງ 30 ຄົນ

ຄຳມ່ວນ 26 ຄົນ ທັງໝົດ 12 ບ້ານ ຈາກ 3 ເມືອງ ຄື ທ່າແຂກ 9 ບ້ານ, ບົວລະພາ 2 ບ້ານ, ນາກາຍ 1 ບ້ານ
ສະຫວັນນະເຂດ 20 ຄົນ ໃນນີ້ 13 ຄົນ ແມ່ນຈາກສະຖານທີ່ຄຸມຂັງ
ຫຼວງນໍ້າທາ 2 ຄົນ

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 18.814 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 3.665 ຄົນ.
ບ້ານໃໝ່ທີ່ກຳນົດເປັນເຂດແດງ ໃນນະຄອນຫຼວງວຽງຈັນ ມີ 2 ບ້ານ: ບ້ານໂນນແສງຈັນ ແລະ ບ້ານດອນໜູນ ເມືອງໄຊທານີ.
ຂໍໃຫ້ທຸກຄົນຕິດຕາມຂ່າວກ່ຽວກັບສະຖານະການໂຄວິດ19 ເຊິ່ງຈະມີການຖະແຫຼງໃຫ້ຮູ້ຕອນບ່າຍນີ້ ຖ້າຕິດຕາມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: laoedaily.com.la