ຄຳ​ມ່ວນ​ກຽມ​ເຄື່ອງ​ຊ່ວຍ​ປະ​ຊາ​ຊົນ​ຊ່ວງ​ໄລ​ຍະ​ປິດ​ເມືອງປ້ອງ​ກັນ​ໂຄວິດ-19

SA Game

laoedaily.com

ແຂວງຄຳມ່ວນ ກຽມເຄື່ອງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບໃນຊ່ວງໄລຍະປິດເມືອງ.

ໂຄວິດ​ໃນ​ ສ​ປ​ປ ລາວ ຍັງ​ຄົງ​ບໍ່​ມີ​ທ່າ​ທີ່​ວ່າ​ຈະ​ຢຸດ, ແລະ ປະ​ຈຸ​ບັນ​ນັບ​ມື້​ນັບ​ຫລາຍ​ຂື້ນ​ອີກ​ເຊິງ​ເຮັດ​ໃຫ້​ຫລາຍໆ​ແຂວງ​ຕ້ອງ​ໄດ້​ປິດ​ເມືອງ​ເພື່ອ​ຈຳ​ກັດ​ບໍ​ລິ​ເວດ​ເຂດ​ຂອງ​ການ​ແພ​ເຊື້ອ ແລະ ຊ່ວງ​ໄລ​ຍະ​ທີ່​ຜ່ານ​ມາ​ແຂວງ​ຄຳ​ມ່ວນ​ກໍ​ເປັນ​ແຂວງ​ໜ​ຶ່ງ​ທີ່​ມີ​ການ​ລະ​ບາດ​ຫລາຍ​ໃນ​ຊຸມ​ຊົນ​ເຮັດ​ໃຫ້​ທາງ​ຄະ​ນະ​ສະ​ເພາະ​ກິດ​ຕ້ອງ​ໄດ້​ຕັດ​ສິດ​ໃຈ​ປິດ​ເມືອງ​ໄວ້​ກ່ອນ.

ໃນຕອນເຊົ້າຂອງວັນທີ 18 ກັນຍາ 2021 ການນຳແຂວງຄຳມ່ວນນຳໂດຍ ທ່ານ  ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ ແລະ ທ່ານ  ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ທັງເປັນຮອງຫົວໜ້າຄະນະສະເພາະກິດແຂວງ, ມີຄະນະສະເພາະກິດຂອງແຂວງ, ຄະນະສະເພາະກິດຂອງເມືອງ ແລະ ກຳລັງຊາວໜຸ່ມຕະລຸມບອນ ໄດ້ກະກຽມເຂົ້າສານອາຫານແຫ້ງ ເພື່ອລົງຊຸກຍູ້ປະຊາຊົນທີ່ໄດ້ຮັບຜົນກະທົບ.

SA Game
laoedaily.com

ທ່ານ  ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນໄດ້ໃຫ້ສຳພາດຕໍ່ສື່ມວນຊົນທ້ອງຖິ່ນວ່າ: ຂ້າພະເຈົ້າຂໍກ່າວສະບາຍດີຜ່ານທາງສື່ມວນຊົນມາຍັງສັງຄົມທຸກທົ່ວໜ້າ ໃນສະພາບທີ່ປິດເມືອງນີ້ເຊິ່ງການນຳແຂວງກໍບໍ່ໄດ້ນິ້ງນອນໃຈຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບ ໂດຍໄດ້ມອບໃຫ້ສະເພາະກິດຂອງແຂວງ, ເມືອງ, ສົມທົບກັບອຳນາດການປົກຄອງບ້ານສັງລວມຄອບຄົວທີ່ໄດ້ຮັບຜົນກະທົບ.

ໃນນັ້ນມີຈຳນວນໜຶ່ງທີ່ໄດ້ຮັບຜົນກະທົບໜ້ອຍ ແລະ ຈຳນວນໜຶ່ງແມ່ນໄດ້ຮັບຜົນກະທົບຫລາຍ. ຕໍ່ສະພາບການດັ່ງກ່າວການນຳແຂວງເຫັນໄດ້ເຖິງຄວາມຈຳເປັນ ແລະ ເພື່ອປະຕິບັດນະໂຍບາຍກໍ່ໄດ້ມີການກະກຽມເຄື່ອງຊ່ວຍເຫລືອປະເພດເຂົ້າສານ, ໜີ່ ແລະ ປາກະປອງ ເພື່ອນຳໄປແຈກຢາຍໃຫ້ປະຊາຊົນ ເພື່ອເຮັດແນວໃດໃຫ້ເຂົາເຈົ້າມີຂວັນກຳລັງໃຈ ແລະ ສາມາດຜ່ານຜ່າວິກິດນີ້ໄປໄດ້ດ້ວຍດີ.

ທ່ານ ສົມສະອາດ ອຸ່ນສີດາ ຍັງໄດ້ກ່າວຕື່ມອີກວ່າ: ໂອກາດນີ້ຕາງໜ້າການນຳຂອງແຂວງ ຄຳມ່ວນ ຂໍສະແດງຄວາມຊົມເຊີຍມາຍັງພໍ່ແມ່ປະຊາຊົນທີ່ໄດ້ໃຫ້ຄວາມຮ່ວມມືກັບອຳນາດການປົກຄອງ ແລະ ເຫັນໄດ້ຄວາມສຳຄັນ ເຫັນໄດ້ຄວາມອັນຕະລາຍຂອງພະຍາດນີ້ໂດຍບໍ່ອອກຈາກບ້ານ, ຈາກເຮືອນ ປະຕິບັດມາດຕະການຂອງຂັ້ນເທິງວາງອອກໄດ້ຢ່າງເຂັ້ມງວດ ແລະ ເຄື່ອງທີ່ຈະນຳໄປແຈກຢາຍນີ້ແມ່ນຈະໄດ້ແຈກ ທຸກບ້ານໂດຍສະເພາະຄອບຄົວປະຊາຊົນທີ່ໄດ້ຮັບຜົນກະທົບໜັກພາຍຫລັງສຳເລັດການຫ້າງຫາກະກຽມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈ​ແຫລ່ງ​ທີ່​ມາ: laoedaily.com.la