ຍທຂ ຄໍາມ່ວນ ຈັດກອງປະຊຸມປະ​ເມີນກາງສະໄໝ ຄັ້ງທີ V ຂຶ້ນ

SA Game

ຂ​ປ​ລ

ປະເມີນ ຍທຂ ຄໍາມ່ວນ ໃນການປະຕິບັດມະຕິກອງປະຊຸມໃຫຍ່ ກາງສະໄໝ ຄັ້ງທີ V

ຍທຂ ຄໍາມ່ວນ ຈັດກອງປະຊຸມ ກາງສະໄໝ ຄັ້ງທີ V ຂອງຕົນຂຶ້ນ ເຊິ່ງໃນທ້າຍອາທິດຜ່ານມາ, ຄະນະພັກຮາກຖານ ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງພັກ-ພະນັກງານ, ສະຫາຍ ຂວັນຕາ ດວງລາຕີ ເລຂາພັກຮາກຖານ, ຫົວໜ້າພະແນກ ຍທຂ ແຂວງ ພ້ອມດ້ວຍຄະນະພັກຮາກຖານ ແລະ ສະມາຊິກພັກໃນຂົງເຂດດັ່ງກ່າວເຂົ້າຮ່ວມ.

ສະຫາຍ ຂວັນຕາ ດວງລາຕີ ໄດ້ສະຫລຸບ ການຈັດຕັ້ງປະຕິບັດວຽກງານຮອບດ້ານ ກາງສະໄໝ ຄັ້ງທີ V ຂອງຮາກຖານພັກພະແນກ ຍທຂ ຄຳ​ມ່ວນ ແຕ່ປີ 2020-2022 ໂດຍໄດ້ຕີລາຄາໃຫ້ເຫັນຜົນສໍາເລັດໃນແຕ່ລະດ້ານ ໂດຍສະເພາະ ການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງການເມືອງ ໃຫ້ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ ດໍາເນີນໄປໃນຈັງຫວະ ແລະ ບາດກ້າວທີ່ໜັກແໜ້ນ ໄປພ້ອມກັບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ.

SA Game
ຂ​ປ​ລ

ຮາກຖານພັກພະແນກ ຍທຂ ແຂວງ ປະກອບມີ 7 ໜ່ວຍພັກ, ມີສະມາຊິກພັກ 114 ສະຫາຍ ຍິງ 32 ສະຫາຍ, ສໍາຮອງ 7 ສະຫາຍ ຍິງ 4 ສະຫາຍ. ໄລຍະຜ່ານມາ, ຄະນະພັກໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ໂດຍຍົກສູງ ແລະ ຖືເອົາວຽກງານການເມືອງ-ແນວຄິດ ເປັນວຽກງານສໍາຄັນ ແລະ ເປັນວຽກທີ່ຕົ້ນຕໍບຸລິມະສິດອັນດັບໜຶ່ງ ທີ່ຕັດສິນເຖິງຜົນໄດ້-ຜົນເສຍ ແລະ ຜົນສໍາເລັດຂອງວຽກງານ, ດ້ານການນໍາພາ-ຊີ້ນຳວຽກງານວິຊາສະເພາະ ຂົງເຂດຂະແໜງຂົວ-ທາງ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ແຜນງົບປະມານ ການລົງທຶນຂອງລັດ

ໂດຍສະເພາະວຽກງານກໍ່ສ້າງ ແລະ ສ້ອມແປງຂົວ-ທາງ ຂອງບັນດາເສັ້ນທາງຫລວງແຫ່ງຊາດ, ທາງຫລວງທ້ອງຖິ່ນ ຕາມເງື່ອນໄຂງົບປະມານ ທີ່ລັດຖະບານອະນຸມັດ ຈໍານວນ 146 ໂຄງການ, ລວງຍາວ 4.218,03 ກິໂລແມັດ, ປະຕິບັດໄດ້ 63,4% ແລະ ໂຄງການທີ່ຈັດຕັ້ງປະຕິບັດສໍາເລັດ ມີຈໍານວນ 101 ໂຄງການ.

ສຳລັບຂົງເຂດຂະແໜງທາງນໍ້າ ເອົາໃຈໃສ່ຄຸ້ມຄອງຕິດຕາມ, ກວດກາໂຄງການກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ສໍາເລັດ 4 ໂຄງການ.

ຄຽງຄູ່ກັນນັ້ນ, ການຈັດຕັ້ງປະຕິບັດ ກ່ຽວກັບວາລະແຫ່ງຊາດ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແລະ ການນໍາພາ-ຊີ້ນໍາ ວຽກງານໃນແຕ່ລະໜ່ວຍພັກ, ວຽກງານນໍາພາກໍ່ສ້າງພະນັກງານ, ການນໍາພາວຽກງານອົງການຈັດຕັ້ງມະຫາຊົນ ແລະ ວຽກງານນຳພາປັບປຸງກໍ່ສ້າງພັກ ໃນແຕ່ລະດ້ານ ແມ່ນໄດ້ເຄື່ອນໄຫວຈັດຕັ້ງປະຕິບັດ ມີຜົນສໍາເລັດເປັນກ້າວໆມາ.

SA Game
ຂ​ປ​ລ

ໂອກາດດຽວກັນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນ ເຂົ້າໃສ່ຮ່າງບົດສະຫລຸບ, ທິດທາງແຜນການ ແລະ ບົດສໍາຫລວດນໍາພາລວມ ຂອງຄະນະພັກຮາກຖານ ເພື່ອຍົກສູງຄວາມເປັນເອກະພາບ ໃນການຮັບຮອງ ແລະ ພ້ອມກັນນໍາໄປຈັດຕັ້ງປະຕິບັດຜັນຂະຫຍາຍ ເຂົ້າໃນວຽກງານຕົວຈິງ ຂອງບັນດາຂະແໜງ ການຕົນໃຫ້ມີປະສິດທິຜົນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Lao insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂປລ.