ລາວ-ເຢຍລະມັນ ຜູກ​ມັດ​ການ​ຮ່ວມ​ມື​ກັນ​ໃຫ້​ຫລາຍ​ຂື້ນ

SA Game

ຄຕພ

ສະມາຄົມມິດຕະພາບ ລາວ-ເຢຍລະມັນ ຈັດກອງປະຊຸມປຶກສາຫາລືຄັ້ງທີ I ຮັດແໜ້ນການຮ່ວມມື

ລາວ-ເຢຍລະມັນ ແລະ ສະມາຄົມມິດຕະ ພາບ ເຢຍລະມັນ-ລາວ ໄດ້ຈັດກອງປະຊຸມປຶກສາຫາລືຄັ້ງທີ I ຢູ່ເມືອງ ຣູບປິສເຕີໂຣດ ສາທາລະນະລັດ ສະ ຫະພັນ ເຢຍລະມັນ ໂດຍການເປັນປະທານຮ່ວມ ຂອງທ່ານ ຄຳລຽນ ພົນເສນາ ປະທານສະມາຄົມມິດ ຕະພາບລາວ-ເຢຍລະມັນ ແລະ ທ່ານ ຣູດວິກ ນອຍເບີ, ປະທານສະມາຄົມມິດຕະພາບ ເຢຍລະມັນ-ລາວ, ມີທູດລາວ ປະຈຳ ເຢຍລະມັນ, ປະທານກໍາມາທິການກົດໝາຍ ຂອງ ເຢຍລະມັນ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ.

ກອງປະຊຸມໄດ້ທົບທວນ ແລະ ພ້ອມກັນຕີລາຄາຄືນການພົວພັນຮ່ວມມື ແລະ ການຈັດຕັ້ງປະຕິ ບັດກິດຈະກຳ ຂອງສອງສະມາຄົມໃນໄລຍະຊຸມປີຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ,ພ້ອມນີ້ ຍັງໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນກ່ຽວກັບກົນໄກການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວ ສານ, ການແລກປ່ຽນຢ້ຽມຢາມ ເຊິ່ງກັນ ແລະ ກັນ, ສະໜັບສະໜູນຊຸກຍູ້ນັກທຸລະກິດ, ຊຸກຍູ້ການລົງທຶນ, ເຕົ້າໂຮມບັນດາອະດີດນັກສຶກສາທີ່ຮຽນຈົບຈາກ ເຢຍລະມັນ ແລະ ສົ່ງເສີມໃຫ້ປະຊາຊົນຂອງສອງປະເທດ ມີການພົວພັນຮ່ວມມື, ໄປມາຫາສູ່ກັນ

SA Game
ຄຕພ

ມີການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ, ມູນ ເຊື້ອວັດທະນາທໍາ ແລະ ຂະນົບທຳນຽມອັນດີງາມ ໃຫ້ປະຊາຊົນສອງຊາດໄດ້ເຂົ້າໃຈຢ່າງກວ້າງຂວາງ. ນອກນັ້ນ, ສອງສະ ມາຄົມມິດຕະພາບ ຍັງໄດ້ຮ່ວມກັນລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືໃນໄລຍະ 5 ປີ (2023-2027) ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດການພົວພັນຮ່ວມມື ລະຫວ່າງ ສອງສະມາຄົມມິດຕະພາບ ໃຫ້ມີບາດກ້າວອັນໃໝ່ໃນຕໍ່ໜ້າ.

ໃນໄລຍະຜ່ານມາ, ສະມາຄົມມິດຕະພາບລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ ໄດ້ປະ ກອບສ່ວນເຂົ້າໃນການສ້າງສາພັດທະນາ ສປປ ລາວ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງດ້ານການສຶກສາ, ວັດທະນະທຳສັງຄົມ ແລະ ການຊ່ວຍເຫລືອດ້ານມະນຸດສະທໍາ.

ຄະນະຜູ້ແທນທັງສອງຝ່າຍ ໄດ້ສະແດງຄວາມພາກພູມໃຈຕໍ່ສາຍພົວພັນ ແລະ ການຮ່ວມມື ລະ ຫວ່າງ ສປປ ລາວ ແລະ ສ ເຢຍລະມັນ ເວົ້າລວມເວົ້າສະເພາະແມ່ນ ສອງສະມາຄົມມິດຕະພາບ ລາວ-ເຢຍລະມັນ ແລະ ເຢຍລະມັນ-ລາວ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍ ຢ່າງຕໍ່ເນື່ອງເຮັດໃຫ້ປະຊາຊົນຂອງທັງສອງປະເທດມີຄວາມເຂົ້າໃຈອັນດີຕໍ່ກັນ, ໄປມາຫາສູ່, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ແລະ ຮ່ວມມືເພື່ອການພັດທະນາ. ການພົວພັນຮ່ວມມືດັ່ງກ່າວນັ້ນ ໄດ້ກາຍເປັນກົນໄກເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ເຢຍລະມັນ ເພື່ອສົ່ງເສີມຜົນປະ ໂຫຍດມາສູ່ປະຊາຊົນສອງຊາດຢ່າງກວ້າງຂວາງ.

SA Game
ຄຕພ

ໃນໂອກາດດັ່ງກ່າວ, ສະມາຄົມມິດຕະພາບ ລາວ-ເຢຍລະມັນ ຍັງໄດ້ມອບຫລຽນກາມິດຕະພາບ ແລະ ໃບຍ້ອງຍໍ ໃຫ້ແກ່ສະມາຄົມມິດຕະພາບ ເຢຍລະມັນ-ລາວ ທີ່ມີຜົນງານໃນການປະກອບ ສ່ວນຂົນ ຂວາຍທຶນຮອນ ແລະ ວັດຖຸ ມາສ້າງໂຮງຮຽນ ຢູ່ລາວ ລວມທັງປະກອບສ່ວນເຂົ້າໃນການ ເຄື່ອນໄຫວວຽກງານສະມາຄົມມິດຕະພາບລາວ-ເຢຍລະມັນ ໄລຍະຜ່ານມາ.

]ນອກນັ້ນ, ຄະນະຜູ້ແທນລາວ ຍັງໄດ້ໄປຢ້ຽມຊົມສະຖານທີ່ທ່ອງທ່ຽວທາງປະຫວັດສາດ, ວັດທະນະທໍາ, ທໍາມະຊາດ ແລະ ທັດສະນະສຶກສາ ຢູ່ສະຖາບັນການແພດ ແລະ ບໍລິສັດທີ່ມີຊື່ສຽງຂອງ ເຢຍລະມັນຈໍານວນໜຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ Laos insight

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຄຕພ