ຈັດ​ງານ​ມະ​ຫະ​ກຳ ສີ​ມື​ຫັດ​ຖະ​ກຳ​ລາວ​ປີ 2021 ໃນ​ຮູບ​ແບບ​ໃໝ່

SA Game

laoedaily.com.

​ກຽມ​ພົບ​ກັບມະຫະກໍາ ສີມືຫັດຖະກໍາລາວ ປີ 2021 ຈັດແບບອອນລາຍ ແຕ່ວັນທີ 30 ຕຸລາ ຫາ ວັນທີ 7 ພະຈິກ.

ເນື່ອງ​ຈາກ​ສະ​ພາບ​ຂອງ​ພະ​ຍາດ​ລະ​ບາດ​ໂຄວິດ-19, ເຮັດ​ໃຫ້​ສັງ​ຄົມ ແລະ ຄົນ​ຕ້ອງ​ໄດ້​ສືກ​ສາ​ຮູບ​ແບບ​ຕ່າງໆ​ເພື່ອ​ໃຫ້​ສັງ​ຄົມ ແລະ ທຸກ​ຢ່າງ​ດຳ​ເນີນ​ຕໍ່​ໄປ, ສະມາຄົມຫັດຖະກຳລາວ ຖະແຫຼງຂ່າວກຽມຈັດມະຫະກໍາ ສີມືຫັດຖະກໍາລາວ ຄັ້ງທີ 20 ປະຈຳປີ 2021 ຂື້ນ​ໃນ​ຮູບ​ແບບ​ໃໝ່ ເຊິງ​ເປັນ​ຄັ້ງ​ແລກ ແລະ ຖ້າ​ທາຍ​ຫລາຍ ແລະ ອົດ​ໃຈ​ບໍ່​ໄດ້​ຢາກ​ຈະ​ໃຫ້​ຮອດ​ໄວໆ,  ພິທີຖະແຫຼງຂ່າວໄດ້ຈັດຂຶ້ນໃນວັນທີ 7 ຕຸລາ 2021 ຜ່ານມາ ໂດຍ ທ່ານ ນາງ ສຸວິຕາ ປະເສີດ ປະທານສະມາຄົມຫັດຖະກໍາລາວ,  ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ມະຫະກໍາ ສີມືຫັດຖະກໍາລາວ ປີນີ້ຈັດຂຶ້ນພາຍໃຕ້ຄຳຂວັນ: “ສີໄມ້ລາຍມືຄື ອຸທິຍານແຫ່ງການທ່ອງທ່ຽວ” ຈະຈັດຂຶ້ນເປັນເວລາ 9 ວັນ ນັບແຕ່ວັນທີ 30 ຕຸລາ ຫາ ວັນທີ 7 ພະຈິກ 2021 ຜ່ານທາງສື່ອອນລາຍ ໂດຍສະເພາະຜ່ານທາງເຟສບຸກ (Facebook Live) ເຊິ່ງຮູບແບບ ແລະ ບັນຍາກາດຂອງງານປີນີ້ ແມ່ນແຕກຕ່າງຈາກໄລຍະຜ່ານມາ ເນື່ອງຈາກຈັດຂຶ້ນໃນທ່າມກາງສະພາບການລະບາດຂອງພະຍາດໂຄວິດ-19 ຢ່າງໜັກໜ່ວງຢູ່ປະເທດເຮົາ.

SA Game
laoedaily.com.

ແຕ່ຢ່າງໃດກໍຕາມ ເພື່ອໃຫ້ໄດ້ຈັດງານຕາມແຜນວາງໄວ້ ແລະ ເພື່ອຮັບປະກັນຄວາມປອດໄພ, ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດ, ຕາມທິດຊີ້ນໍາຂອງລັດຖະບານ. ຄະນະບໍລິຫານສະມາຄົມຫັດຖະກໍາລາວ ໄດ້ຕົກລົງກັນຢ່າງເອກະພາບຫັນປ່ຽນຈາກການຈັດງານວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາ ຈາກຮູບແບບຕັ້ງຮ້ານຂາຍ ຢູ່ເທິງພື້ນທີ່ຈັດງານຄືດັ່ງການຈັດຂຶ້ນໃນຫຼາຍໆຄັ້ງຜ່ານມາ, ຫັນມາເປັນຮູບແບບໃໝ່ ຄືຈະໄດ້ຈັດຮ້ານວາງສະແດງ ແລະ ຂາຍສິນຄ້າຫັດຖະກຳ ຜ່ານທາງສື່ອອນລາຍ.

ການຈັດງານ “ມະຫະກໍາ ສີມືຫັດຖະກໍາລາວ” ຜ່ານທາງເຟສບຸກ (Facebook Live) ແມ່ນມີຜົນປະໂຫຍດຫຼາຍ ເປັນການຕອບສະໜອງໂອກາດໃຫ້ແກ່ລູກຄ້າ, ປະຊາຊົນພວກເຮົາທີ່ພວມກັກກັນຕົນເອງຢູ່ຕາມເຮືອນຊານບ້ານຊ່ອງ ກໍສາມາດເຂົ້າເຖິງ ແລະ ມີສ່ວນຮ່ວມໃນ ສີມືຫັດຖະກໍາລາວ ເຊິ່ງທຸກຄົນສາມາດເຂົ້າເບິ່ງ, ສາມາດໃຫ້ການສະໜັບສະໜູນວຽກງານຫັດຖະກໍາຂອງ ສປປ ລາວ ພວກເຮົາ ເວົ້າລວມ, ເວົ້າສະເພາະແມ່ນສາມາດອຸ້ມຊູຍູ້ໜູນຊາວຊ່າງຫັດຖະກໍາຈາກຊົນນະບົດເຂດຫ່າງໄກສອກຫຼີກໃນຂອບເຂດທົ່ວປະເທດ ດ້ວຍການສັ່ງຊື້ສິນຄ້າຫັດຖະກໍາຜ່ານທາງອອນລາຍ ແລະ ສາມາດເປັນເຈົ້າຂອງຜະລິດຕະພັນຫັດຖະກໍາທີ່ທ່ານມັກໄດ້.

ສຳລັບຜະລິດຕະພັນຫັດຖະກໍາທີ່ຈະນໍາມາວາງສະແດງ ແລະ ຂາຍ ຜ່ານທາງຮ້ານຂາຍອອນລາຍຄັ້ງນີ້ ມີຫຼາຍປະເພດເຊັ່ນ: ແຜ່ນແພພື້ນເມືອງ (ຜ້າໄໝ, ຜ້າຝ້າຍ ແລະ ໂຍພືດຕ່າງໆ); ເຄື່ອງຈັກສານ (ຕິບເຂົ້າ, ກະເບົາ, ກະບຸງ, ກະຕ່າ, ເຄື່ອງໃຊ້ສອຍ); ເຄື່ອງປະດັບ (ເງິນ, ຄໍາ, ແກ້ວ ແລະ ຫີນປະເສີດ…), ຜະລິດຕະພັນວັດທະນາທໍາ (ເຈ້ຍສາ, ເຄື່ອງປັ້ນດິນເຜົາ, ຮູບແກະສະຫຼັກ, ຮູບແຕ້ມ..); ອາຫານ-ເຄື່ອງດື່ມ ສະໝຸນໄພຜະລິດຕະພັນຫັດຖະກໍາເພື່ອການກຸສົນ (ຈັດການປະມູນ ປະກອບທຶນເພື່ອການກຸສົນ) ແລະ ໃນງານຄະນະຮັບຜິດຊອບໄດ້ຈັດໃຫ້ມີ 5 ກິດຈະກໍາຫຼັກຄື:

SA Game
laoedaily.com.

1. ກິດຈະກໍາວາງສະແດງ ແລະ ຂາຍສິນຄ້າຫັດຖະກໍາ;

2. ກິດຈະກໍາເສວະນາ ແລະ ຝຶກອົບຮົມໃນຫົວຂໍ້ຕ່າງໆທີ່ກ່ຽວຂ້ອງກັບການອະນຸລັກ ແລະ ສົ່ງເສີມວຽກງານຫັດຖະກໍາ;

3. ກິດຈະກໍາປະກວດການແຂ່ງຂັນຜະລິດຕະພັນໃໝ່;

4. ກິດຈະກໍາສາທິດ ຂັ້ນຕອນການຜະລິດຕົວຈິງ ແລະ

5. “ໂຄງການຫ່ວງໄຍໄປເຖິງ” ປະກອບມີການປະມູນເຄື່ອງຫັດຖະກໍາ ແລະ ສົ່ງເສີມເຄື່ອງນຸ່ງຫົ່ມຂອງບັນດາຊົນເຜົ່າ.

ປີນີ້ມີຄວາມທ້າທາຍຫຼາຍ ໃນສະພາບການລະບາດຂອງພະຍາດໂຄວິດ-19. ແຕ່ເຖິງຢ່າງໃດກໍຕາມ ເພື່ອສົ່ງເສີມຜູ້ປະກອບການ ແລະ ຊາວຊ່າງຫັດຖະກຳ ໄດ້ມີໂອກາດໂຄສະນາຜະລິດຕະພັນ, ນຳສະເໜີຮູບແບບທຸລະກິດແບບໃໝ່ ໃນຍຸກແຫ່ງການດຳລົງຊີວິດແບບປົກກະຕິຮູບແບບໃໝ່ (New Normal) ຂະແໜງຫັດຖະກຳພວກເຮົາ ກໍຈຳເປັນຕ້ອງປັບປຸງຮູບແບບການດຳເນີນທຸລະກິດແບບໃໝ່ ເປັນຕົ້ນ ການນຳໃຊ້ໄອທີ, ການຕະຫຼາດອອນລາຍ, ປັບປ່ຽນຜະລິດຕະພັນ ແລະ ເນັ້ນກຸ່ມລູກຄ້າໃໝ່ ລວມທັງການອອກແບບປະຍຸກສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ. ນອກນີ້ຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງເຂົ້າຮ່ວມຊົມງານສະແດງນີ້, ສະໜັບສະໜູນດ້ວຍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: laoedaily.com.