ຟ້ອນ​ລາຍ​ງ້າວ​ຂອງ ສ​ປ​ປ ລາວ ຍັງ​ເປັນ​ສິ​ລ​ປະ​ອັນ​ສວຍ​ງາມ​ທີ່​ຍັງ​ຄົງ​ຢູ່

SA Game

ອີນ​ໄຊ​ລາວ.

​ວັດ​ທະ​ນາ​ທຳ​ທີ່​ເປັນ​ເອ​ກະ​ລັກ ຟ້ອນລາຍງ້າວ ສິລະປະຄົນຄົງ ວັດທະນາທໍາລ້ອງແມ່ນໍ້າງື່ມ.

ວັດທະນາທໍາການຟ້ອນລາຍງ້າວ ຂອງປະຊາຊົນລ້ອງແມ່ນໍ້າງື່ມ ທີ່ໄດ້ສືບທອດກັນມາຈາກຮຸ່ນສູ່ຮຸ່ນ,  ເຊິງ​ສ່ວນ​ຫລາຍ​ຈະ​ຍັງ​ຄົງ​ເຫັນ​ຈ່ຳ​ນວນ​ຄົນ​ບາງ​ກຸ່ມ​ທີ່​ຍັງ​ຄົງ​ອະ​ນຸ​ລັກ​ເອ​ກະ​ລັກ​ຂອງ​ຕົນ​ເອງ​ຢູ່, ເປັນ​ຄົງ​ທີ​ມີ​ຄົງ ຫລື ຄົນ​ຄົງ ຟັນ​ແທງ​ບໍ່​ເຂົ້າ, ກ່ອນການສະແດງທຸກຄັ້ງ ນັກສະແດງຈະນຸ່ງເຄື່ອງສີແດງ ໂດຍເສື້ອຈະມີຍັນຂຽນໄວ້ທາງດ້ານໜ້າ ແລະ ດ້ານຫຼັງຂອງເສື້ອ ມັດຫົວ ມັດແຂນດ້ວຍຜ້າສີແດງ.

ອາຈານແກະນ້ອຍ ຢູ່ບ້ານປາກກະຍຸງ ແຂວງ ວຽງຈັນ, ເຊິ່ງເປັນສິດຮຸ່ນລ່າສຸດຂອງປູ່ອ່າງ ຈະເຮັດພິທີໄຫວ້ຄູງ່າຍໆ ດ້ວຍຂັນຫ້າ ແລະ ດອກໄມ້ ຢູ່ຕໍ່ໜ້າບັນດາລູກສິດ, ການໄຫວ້ຄູແມ່ນໃຊ້ເວລາພຽງເລັກນ້ອຍ ຈາກນັ້ນອາຈານກໍ່ຈະຈົ່ມຄາຖາອາຄົມ ແລະ ພົ່ນນໍ້າມົນໃສ່ຮ່າງກາຍຂອງລູກສິດ ແລະ ມອບວ້ານຊະນິດໜຶ່ງ ປ່ຽງນ້ອຍໆໃຫ້ລູກສິດກິນ,  ບໍ່ວ່າຍິງຫຼືຊາຍ ເມື່ອຜ່ານພິທີກໍາຂອງອາຈານແລ້ວ ກໍ່ຈະກາຍເປັນຄົນແຄ້ວຄົມມິດ ຄົມດາບ ເຊິ່ງມັນບໍ່ສາມາດເຮັດຫຍັງໃຫ້ກັບຮ່າງກາຍຂອງເຂົາເຈົ້າໄດ້ (ຄວາມເຊື່ອສ່ວນບຸກຄົນ).

SA Game
ອີນ​ໄຊ​ລາວ.

ທ່ານ ແກະນ້ອຍ ສີສຸທໍາ ອາຈານສອນຟ້ອນລາຍງ້າວ ໄດ້ບອກວ່າ: ຂ້າພະເຈົ້າແມ່ນລູກສິດຫຼ້າຂອງອາຈານອ່າງ ແລະ ໄດ້ສືບສານຕໍານານລາຍງ້າວ ມາຕັ້ງແຕ່ຮຸ່ນປູ່ຮຸ່ນຍ່າ. ຈົນມາຮອດປີ 1986 ປູ່ອ່າງໄດ້ເສຍຊິວີດ ຂ້າພະເຈົ້າກໍ່ໄດ້ເປັນຜູ້ຖືສິນລະປະນີ້ມາຕະຫຼອດ ເຊິ່ງຖ້າມີງານບຸນ ງານປະເພນີ ຢູ່ປາກກະຍຸງ ກໍ່ແມ່ນໄດ້ມີການສະແດງໃຫ້ປະຊາຊົນໄດ້ຮັບເບິ່ງຮັບຊົມ. ຍ້ອນວ່າໄດ້ຮໍ່າໄດ້ຮຽນມາແລ້ວ ກໍ່ຕ້ອງໄດ້ນໍາມາເຜີຍແຜ່ໃຫ້ພໍ່ແມ່ປະຊາຊົນໄດ້ເບິ່ງນໍາກັນ. ເຊິ່ງນອກຈາກຮັບໃຊ້ພາຍໃນບ້ານ ໃນແຂວງແລ້ວ ຍັງມີການຮັບໃຊ້ທາງພາກລັດອີກດ້ວຍ.

SA Game
ອີນ​ໄຊ​ລາວ.

ທ່ານຍັງໄດ້ກ່າວເຕືອນຕໍ່ກັບຜູ້ຮັບເບິ່ງສາລະຄະດີຊຸດນີ້ວ່າ: ອັນນີ້ ແມ່ນສິນລະປະການສະແດງ ບໍ່ແມ່ນການສະແດງອໍານາດ ທ້າທາຍຜູ້ນັ້ນຜູ້ນີ້ ແລະ ບໍ່ຢາກໃຫ້ລອກຮຽນແບບ ເພາະຖ້າມີການລອກຮຽນແບບແລ້ວ ມັນຈະເສື່ອມເສຍພວກເຮົາຄະນະນັກສະແດງ, ຖ້າຢາກຮຽນແທ້ໆ ແມ່ນໃຫ້ມາຫາພວກເຮົາ, ພວກເຮົາກໍ່ຍິນດີສອນໃຫ້ ແຕ່ຈະຮຽນໄດ້ຫຼື ບໍ່ໄດ້ແມ່ນຂຶ້ນກັບຜູ້ກ່ຽວເອງ

ປະຈຸບັນ ວິຊາດັ່ງກ່າວໄດ້ກາຍມາເປັນໜ່ວຍສິລະປະຟ້ອນລາຍງ້າວ ທີ່ສ້າງຄວາມຫວາດສຽວ ຕື່ນເຕັ້ນ ຊະນິດທີ່ຜູ້ເບິ່ງຕ້ອງໄດ້ກັ້ນຫາຍໃຈນໍາ

ທ່ານ ນາງ ຄັດສະດາພອນ ສຸດທໍາມະວົງ ລູກສິດຂອງອາຈານແກະນ້ອຍໄດ້ກ່າວຕື່ມວ່າ: ດ້ວຍໃຈມັກຕໍ່ກັບການສະແດງດັ່ງກ່າວ ຈຶ່ງໄດ້ເຂົ້າມາຮຽນ ແລະ ບໍ່ຮູ້ສຶກຢ້ານແຕ່ໃດໆ  ບວກກັບຄວາມຕ້ອງການຢາກຮຽນຢາກຮູ້ ລະຕ້ອງຮຽນໃຫ້ມັນໄດ້ ເພື່ອຢາກສືບສານຕໍານານນີ້ ໃຫ້ທົ່ວໂລກໄດ້ຮູ້ເຖິງວັດທະນາ ທໍາມວຍລາຍລາວ ການຟ້ອນລາຍງ້າວ ແມ່ຍິງລາວກໍ່ສາມາດສະແດງໄດ້ເຊັ່ນກັນ

SA Game
ອີນ​ໄຊ​ລາວ.

ໃນອາດິດ, ບັນພະບຸລຸດຂອງພວກເຮົາແມ່ນໃຊ້ງ້າວດວງດຽວ ຄັດໃສ່ແອວ ແລ້ວຂີ່ມ້າອອກສູ້ຮົບກັບສັດຕູ ແລະ ຕົກມາຮອດປະຈຸບັນບ້ານເມືອງເຮົາແມ່ນບໍ່ມີເສີກແລ້ວ ຈຶ່ງໄດ້ປັບແຕ່ງມາຈັບງ້າວດ້ວຍສອງມື ແລະ ແຕ່ງເປັນບົດຟ້ອນລາຍງ້າວ ເພື່ອເປັນການສືບທອດໃຫ້ຄົນຮຸ່ນຫຼັງໄດ້ເຫັນນໍາກັນ. ໂດຍນັກຟ້ອນຈະຟ້ອນລໍາດ້ວຍງ້າວຄູ່ໜຶ່ງໃນມື  ແລ້ວໃຊ້ຄົມງ້າວ ປາດຂາ, ປາດແຂນ, ປາດລີ້ນ ແລະ ສ່ວນອຶ່ນໆ ພາຍໃນຮ່າງກາຍ ເປັນຄວາມສາມາດສະເພາະໂຕ ຫ້າມລອກຮຽນແບບ

ແນວໃດກໍ່ດີ, ການສະແດງ ຟ້ອນລາຍງ້າວ ແມ່ນບໍ່ໄດ້ເຮັດໄດ້ທຸກຄົນ,​ ເພາະອາດສົ່ງຜົນໃຫ້ເກີດອັນຕະລາຍເຖິງຊີວິດໄດ້, ຜູ້ທີ່ຮັບເບິ່ງຮັບຊົມຄວນເບິ່ງເພື່ອຄວາມບັນເທິງເທົ່ານັ້ນ ຫ້າມລອກຮຽນແບບໂດຍເດັດຂາດ

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ອິນ​ໄຊ​ລາວ.