ມາ​ຮູ້​ຈັກ​ກັບ ວັດ​ທະ​ນາ​ທຳຂອງ ຊົນ​ເຜົ່າ​ອີວ​ມຽນ ໃນ ສ​ປ​ປ ລາວ

SA Game

ບ່າວ ສາວ ຊົນເຜົ່າອີວມຽນ ທົ່ວປະເທດລາວ

 “ຊົນເຜົ່າອີວມຽນ” ກັບວັດທະນະທໍາອັນ​ສວຍ​ງາມ ແລະ ໜ້າ​ຮູ້ໃນວົງຄະນະຍາດແຫ່ງຊາດລາວ.

ໃນ ສ​ປ​ປ ລາວ ມີ​ຫລາກ​ຫລາຍ​ຊົນ​ເຜົ່າ, ແຕ່​ລະ​ຊົນ​ເຜົ່າ​ກໍ​ຈະ​ມີ​ສິນ​ລະ​ປະ​ວັດ​ທ​ະ​ນາ​ທ​ຳ​ທີ​ແຕກ​ຕ່າງ​ກັນ​ໄປ, ຊົນເຜົ່າອີວມຽນ ເປັນໜຶ່ງໃນວົງຄະນະຍາດແຫ່ງຊາດລາວ, ເປັນຊົນເຜົ່າດັ້ງເດີມທີ່ມີຖິ່ນຖານຢູ່ປະເທດຈີນ, ໄດ້ມີການອົບພະຍົບກະແຈກກະຈາຍກັນລົງສູ່ມົນທົນກວາງຕຸງ, ກຸຍໂຈວ, ກວາງສີ ແລະ ຢູນານທາງທິດຕາເວັນຕົກສ່ຽງໃຕ້ຂອງຈີນໃນລາຊະວົງຮັ່ນ, ບາງສ່ວນກໍຍ້າຍສູ່ພາກເໜືອຂອງຫວຽດນາມໃນສັດຕະວັດທີ 14-16, ຈາກນັ້ນກໍ່ກະຈາຍສູ່ປະເທດລາວ, ມຽນມາ ແລະ ໄທ.

ປັດຈຸບັນຊົນເຜົ່າອິວມຽນອາໄສຢູ່ບັນດາແຂວງພາກເໜືອຂອງລາວ ແລະ ແຂວງວຽງຈັນ ມີຈຳນວນທັງໝົດປະມານ 22,700 ຄົນ (ສະຖິຕິເມື່ອປີ 1995), ນອກນັ້ນຍັງມີຕາມປະເທດເພື່ອນບ້ານເຊັ່ນ: ຈີນ, ໄທ, ມຽນມາ ແລະ ຫວຽດນາມອີກດ້ວຍ.

SA Game
ບ່າວ ສາວ ຊົນເຜົ່າອີວມຽນ ທົ່ວປະເທດລາວ

ຊົນເຜົ່າອີວມຽນ ຈາກການສັນນິຖານແມ່ນເກີດມາຈາກຄໍາເຕັມທີ່ວ່າ ອີ-ຢູມຽນ, ຊົນເຜົ່າດັ່ງກ່າວປະກອບດ້ວຍແຊງຕ່າງໆເຊັ່ນ: ແລນແຕນ, ຢ້າວຂາວ ແລະ ຢ້າວພົມໄໝແດງ. ພວກເຂົາມີພາສາປາກເວົ້າສະເພາະ ແລະ ຈັດຢູ່ໃນໝວດພາສາມົ້ງ-ອີວມຽນ. ເຜົ່າອີວມຽນ ແລະ ເຜົ່າແລນແຕນ ມີຕົວໜັງສືຂຽນ ຊຶ່ງຈັດຢູ່ໃນຕົວອັກສອນຈີນ.

ຜູ້ຊາຍເປັນຜູ້ຕັດສິນບັນຫາຕ່າງໆ ແລະ ສືບທອດມູນມໍລະດົກ. ເຮືອນຂອງເຜົ່າອີວມຽນເປັນເຮືອນຊັ້ນດຽວ ປຸກຕິດກັບພື້ນດິນ, ມີປະຕູດ້ານຊ້າຍ ແລະ ດ້ານຂວາ (ປະຕູຊາຍ ເປີດຮັບແຂກ ແລະ ປະຕູຍິງ ເປີດເຂົ້າເຮືອນຄົວ). ສ່ວນປະຕູໃຫ່ຍ (ປະຕູທີ່ 3) ແມ່ນສຳລັບເຮັດພິທີກຳຕ່າງໆ.

SA Game
Shenchien Saechao

ເຜົ່າອີວມຽນ ກໍ່ມີສິນລະປະວັດທະນະທຳປະຈຳເຜົ່າເຊັ່ນ: ເຢົາຢູງ. ນອກນີ້ ຍັງມີເຄື່ອງແຕ່ງ ກາຍປະຈຳເຜົ່າ ສໍາລັບຜູ້ຊາຍ ແລະ ແມ່ຍິງ ທີ່ມີສີສັນລວດລາຍ ສະເພາະ. ດ້ານການຜະລິດ, ເຜົ່າອີວມຽນ ຈະເຮັດໄຮ່ ເພື່ອປູກເຂົ້າ ແລະ ພືດອີກຫລາຍຊະນິດ. ນອກນີ້ເຂົາເຈົ້າຍັງລ້ຽງສັດໃນແຕ່ລະຄອບຄົວ.

SA Game
ຕາມຮູບພາບ
SA Game
ຕາມຮູບພາບ

ລາວເຮົາເປັນປະເທດທີ່ປະກອບດ້ວຍຫຼາຍຊົນຊາດຊົນເຜົ່າທີ່ຮ່ວມຜ່ານຜ່າອຸປະສັກມາຄູ່ດິນແດນອັນແສນຮັກນຳກັນຕະຫຼອດມາ.​ດັ່ງນັ້ນ,​ ບໍ່ວ່າຈະເປັນຊົນຊາດໃດຊົນເຜົ່າໃດພວກເຮົາຈົ່ງຮັກແພງສາມັກຄີກັນໄວ້, ຊ່ວຍກັນຮັກສາຮີດຄອງປະເພນີອັນດີງາມຂອງຊາດ, ປົກປັກຮັກສາ ແລະ ເຜີຍແຜ່ວັດທະນະທຳອັນດີງາມຂອງຊາດໃຫ້ໂລກໄດ້ເຫັນ.

ຮູບພາບພິທີກໍາໄຫວ້ຜີ ຖ່າຍໂດຍ: Fair Trade laos volunteer

ຮຽບຮຽງຂໍ້ມູນຈາກ:​ ປຶ້ມບັນດາຊົນເຜົ່າໃນສປປລາວ