ຈັດ​ງານບູນ​ກິນ​ຈຽງ ບ້ານ​ຫ້ວຍ​ສ້ານ ເມືອງ​ເມິງປະ​ຈຳ​ປີ 2022

SA Game

ໜັງສືພິມບໍ່ແກ້ວ Bokeo Newspaper

ຕາມຮີດຄອງປະເພນີ ບ້ານຫ້ວຍສ້ານ ເມືອງເມິງຈັດກິດຈະກຳຫຼິ້ນບຸນກີນຈຽງ ປະຈໍາປີ 2022

ບູນ​ກິນ​ຈຽງ​ຂອງ​ປະ​ຊາ​ຊົນ​ຊາວ​ເຜົ່າ ລາວ​ຫູ​ຟູ ໄດ້​ວຽນ​ມາ​ຄົບ​ຮອບ​ອີກ​ຄັ້ງ​ໃນ​ປີ​ນີ້, ແລະ ເນືອງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ກໍ​ຍັງ​ຄົງ​ມີ​ຢູ່, ໃນ ລະຫວ່າງ ວັນທີ 3-5 ນີນາ 2022 ຜ່ານມານີ້ ບ້ານຫ້ວຍສ້ານ, ເມືອງເມິງ, ແຂວງບໍ່ແກ້ວ ໄດ້ຫຼີ້ນບຸນກີນຈຽງ ຂອງຊົນເຜົ່າລາວຫູຟຸ ຕາມຮີດຄອງປະເພນີຂອງເຜົ່າ.

ເຊິ່ງຕາມການບອກເລົ່າ ຂອງເຈົ້າກົກເຈົ້າເລົ່າພາຍໃນບ້ານໃຫ້ຮູ້ວ່າ ການຈັດພິທີຫຼີ້ນບຸນກີນຈຽງໃນປີນີ້ເຫັນວ່າຄຶກຄື້ນກ່ວາປີຜ່ານມາ ເນື່ອງຈາກວ່າການລະບາດ ຂອງພະຍາດໂຄວິດ -19 ແມ່ນໄດ້ຜ່ອນຄາຍລົງ ແຕ່ເຖິງຢ່າງໃດກໍ່ຕາມ ທາງອົງການຈັດຕັ້ງບ້ານ ກໍ່ໄດ້ສືບຕໍ່ປະຕິບັດບັນດາມາດຕະການ ໃນການປ້ອງກັນ ແລະ ປະຕິບັດຕາມແຈ້ງການຂອງຄະນະສະເພາະກິດຂອງເມືອງ, ຂອງແຂວງວາງອອກ ໃນການປ້ອງກັນ, ຄວບຄຸມການແຜ່ລະບາດ ຂອງພະຍາດໂຄວິດ -19 ວາງອອກຢ່າງເຂັ້ມງວດ ເພື່ອໃຫ້ການຫຼີ້ນບຸນປະເພນີປອດໄພຈາກພະຍາດໂຄວິດ -19.

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ສະ​ນັ້ນ, ການຫຼິ້ນບຸນກິນຈຽງໃນປີນີ້ ທາງອົງການປົກຄອງບ້ານ, ເຖົ້າແກ່ແນວໂຮມ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານ ຈິ່ງໄດ້ຈັດໃຫ້ມີການຫຼີ້ນ ໂດຍເນັ້ນການຫຼິ້ນຕາມຮີດຄອງປະເພນີເທົ່ານັ້ນ ເພາະວ່າຄົບຮອບ 1 ປີ ຈະຫຼີ້ນເທື່ອໜຶ່ງ ກ່ອນຈະເຂົ້າສູ່ລະດູເຮັດການຜະລິດຂອງແຕ່ລະປີ. ເຊິ່ງຮີດຄອງການຫຼີ້ນບຸນກີນຈຽງນີ້ ແມ່ນໄດ້ດໍາເນີນມາ ນັບຕັ້ງແຕ່ບັນພະບູລຸດຈົນຮອດປັດຈຸບັນ ແລະ ພາຍຫຼັງທີ່ຫຼິ້ນບຸນກີນຈຽງນີ້ແລ້ວ ປະຊາຊົນບັນດາເຜົ່າ ກໍ່ຈະສຸມໃສ່ການຜະລິດປະຈໍາປີ 2022 ຕາມລະດູການ.

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ການຫຼີ້ນບຸນກີນຈຽງໃນປີໜີກໍ່ຄືປີຜ່ານມາ ເຊິ່ງບໍ່ໄດ້ເປີດກວ້າງຄືໃນໄລຍະຜ່ານມາ ເພາະຍັງຢູ່ໃນຊ່ວງໄລຍະການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ທີ່ທາງຄະນະສະເພາະກິດ ຂອງແຂວງ-ຂອງເມືອງວາງອອກ ໃນການປ້ອງກັນພະຍາດ ໂຄວິດ -19 ໂດຍສະເພາະ ແມ່ນການຈໍາກັດຄົນເຂົ້າຮ່ວມ ແລະ ກວດກາຄົນເຂົ້າ – ອອກພາຍໃນບ້ານຢ່າງເຂັ້ມງວດ. ສະນັ້ນ, ການຫຼິ້ນບຸນກີນຈຽງ ຈຶ່ງມີແຕ່ອົງການຈັດຕັ້ງ, ປະຊາຊົນບັນດາເຜົ່າຢູ່ພາຍໃນບ້ານ ແລະ ພີ່ນ້ອງໃກ້ຊິດເຂົ້າຮ່ວມຕາມຮີດຄອງປະເພນີເທົ່ານັ້ນ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງສືພິມບໍ່ແກ້ວ Bokeo Newspaper