​ຂ່າວ​ດີ! ​ລົດ​ໄຟ​ລາວ-ຈີນຈະເປີດ​ບໍ​ລິ​ການ​ລົດ​ໄຟ EMU ສອງ​ຂະ​ບວນ​ຕໍ່​ໃສ່​ກັນ

SA Game

Media Laos

ຈະ​ເປີດ​ໃຫ້ບໍລິການລົດໄຟ EMU ສອງຂະບວນຕໍ່ໃສ່ກັນເພື່ອເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ໃນການນຳໃຊ້

​ຖື​ວ່າ​ເປັນ​ຂ່າວ​ດີ​ສຳ​ລັບ​ຜູ້​ທີ່​ໃຊ້​ເສັ້ນ​ທາງ​ລົດ​ໄຟ​ເປັນ​ປະ​ຈຳ, ຫວ່າງ​ມໍ່ໆ ມາ​ນີ້, ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ສຳເລັດການທົດສອບສະຖິດສາດນຳຂະບວນລ້ານຊ້າງສອງຂະບວນຕໍ່ໃສ່ກັນ ເຊິ່ງມີແຜນຈະເປີດໃຫ້ບໍລິການໃນໄວໆ ນີ້ ເພື່ອຕອບສະໜອງຄວາມຕ້ອງການດ້ານການບໍລິການໃຫ້ແກ່ຜູ້ໂດຍສານທີ່ນໍາໃຊ້ລົດໄຟລາວ-ຈີນ.

​ລົດໄຟ EMU ສອງຂະບວນຕໍ່ໃສ່ກັນແມ່ນຮູບແບບການແລ່ນລົດຮູບແບບໜຶ່ງຂອງລົດໄຟ EMU, ກໍຄືການທີ່ເອົາລົດໄຟ EMU ສອງຂະບວນມາຕໍ່ໃສ່ກັນ ເຊິ່ງຈະເຮັດໃຫ້ພາຍໃຕ້ເງື່ອນໄຂ ແລະ ເວລາດຽວກັນຄວາມສາມາດຂອງການແລ່ນລົດໄຟເພີ່ມຂຶ້ນເປັນສອງເທົ່າ. ລົດໄຟ EMU ຂະບວນທໍາອິດທີ່ແລ່ນໄປໃນທິດທາງຂ້າງໜ້າແມ່ນຮັບໜ້າທີ່ຄວບຄຸມ ເຊິ່ງລົດໄຟ EMU ສອງຂະບວນທີ່ເຊື່ອມຕໍ່ກັນ ນີ້ຈະມີຮູບພາບຄ້າຍຄືກັບລົດໄຟທີ່ກຳລັງ “ຈູບກັນ”, ອັນເປັນພາບທີ່ສວຍງາມຫຼາຍ, ເຊິ່ງມັກຈະດຶງດູດໃຫ້ຜູ້ທີ່ພົບເຫັນຖ່າຍຮູບເກັບໄວ້ຢູ່ສະເໝີ.

SA Game
Media Laos

​​ວັນ​ທີ 1 ມີນາ​ນີ້ ລົດໄຟ EMU ​ທີ່​ໄດ້​​ສົ່ງໄປ​ປະ​ເທດ​ຈີນ​ເພື່ອ​ດຳເນີນການກວດກາ​ດ້ານ​ເຕັກນິກ. ວັນ​ທີ 5 ມີນາ, ​ໄດ້​ດຳ​ເນີນ​ການ​ທົດ​ສອບ​ສະຖິດສາດ​ຢູ່ນະຄອນຫຼວງ​ວຽງ​ຈັນ, ​ການ​ທົດ​ສອບ​ລວມມີ​ການ​ທົດ​ສອບ​ການ​ເຊຶ່ອມຕໍ່ກັນ​ຂອງ​ລົດ​ໄຟ, ​ ​ການ​ທົດ​ສອບ​ເບກ, ການທົດສອບການລາກດຶງ ​ແລະ​ ການທົດ ສອບ​ຄວາມໄວ​ ແລະ ອື່ນໆ; ເຊິ່ງການທົດສອບທັງໝົດກໍຜ່ານມາດຕະຖານ ແລະ ບັນລຸເງື່ອນໄຂດ້ານເຕັກນິກສຳລັບການເຊື່ອມຕໍ່ກັນຂອງລົດໄຟ EMU ທັງສອງຂະບວນ, ອັນໄດ້ເປັນການວາງພື້ນຖານອັນດີສໍາລັບການນໍາໃຊ້ທີ່ມີມາດຕະຖານຂອງລົດໄຟ.​

​ນັບແຕ່ມື້ເປີດການນຳໃຊ້ເສັ້ນທາງລົດໄຟລາວ-ຈີນ ເປັນຕົ້ນມາ, ບໍລິສັດທາງລົດໄຟ ລາວ-ຈີນໄດ້ນໍາໃຊ້ຫຼາຍມາດຕະການເພື່ອປັບປຸງຄຸນນະພາບການບໍລິການຜູ້ໂດຍສານ ເຊັ່ນ: ເພີ່ມຖ້ຽວຂະບວນລົດໄຟ, ເພີ່ມເວລາຂາຍປີ້ລ່ວງໜ້າ, ເພິ່ມບໍລິການການຂາຍປີ້ຕ່າງສະຖານີ, ປັບປຸງຈຳນວນການຂາຍປີ້, ຕັ້ງຈຸດຂາຍປີ້ຢູ່ໃນຕົວເມືອງ ແລະ ອື່ນໆ ເພື່ອຕອບສະໜອງຄວາມຕ້ອງການຂອງຜູ້ໂດຍສານ.

SA Game
Media Laos

​ເລີ່ມແຕ່ເປີດການບໍລິການເປັນຕົ້ນມາ, ການຂົນສົ່ງຜູ້ໂດຍສານແລະສິນຄ້າຕາມເສັ້ນທາງລົດໄຟລາວ-ຈີນໄດ້ມີສະພາບການຝົດຟື້ນຂຶ້ນ, ນັບມາຮອດວັນທີ 7 ມີນານີ້, ເສັ້ນທາງລົດໄຟລາວ-ຈີນໄດ້ບໍລິການລົດໄຟຂົນສົ່ງໂດຍສານລວມໄດ້ທັງໝົດ 172 ຂະບວນໄປ-ກັບ, ໃນນັ້ນ, ຂົນສົ່ງຜູ້ໂດຍສານບັນລຸໄດ້ 175.977 ເທື່ອຄົນ, ສະເລ່ຍແລ້ວສາມາດຂົນສົ່ງຜູ້ໂດຍສານສູງສຸດບັນລຸເຖິງ 3.160 ຄົນຕໍ່ມື້ ແລະ ອັດຕາການຊົມໃຊ້ລົດໄຟສະເລ່ຍແມ່ນ 71,05%.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: Media Laos