ສາ​ມັກ​ຄີ​ກັນອ​ະ​ນາ​ໄມ ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ

SA Game

ໜັງສືພິມບໍ່ແກ້ວ Bokeo Newspaper

ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມ​ກັບ​ປະ​ຊາ​ຊົນ ສາ​ມັກ​ຄີ​ກັນອ​ະ​ນາ​ໄມ ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ

ພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄໍາ ຖື​ວ່າ​ເປັນ​ສິ່ງ​ສັກ​ສິດ​ໜຶ່ງ​ທີ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົາ​ໃນ​ແຂວງ​ບໍ່​ແກ້ວ ກໍ​ຄື​ປະ​ຊາ​ຊົນ​ລາວ​ທົວ​ປະ​ເທດ​ເຄົ​າ​ລົບ​ບູ​ຊາ​ກັນ​ມາ, ເປັນ​ບ່ອນ​ຍືດ​ໜ່ຽວ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ບ້ານດອນ​ທາດ​ເມືອງ​ຕົ້ນ​ເຜິ້ງ​ມາ​ໂດຍ​ຕະ​ຫລອດ.

ໃນວັນທີ່ 4 ມີນາ 2022ນີ້ ພະແນກຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງ ທ່ຽວ, ຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ສົມທົບກັບອໍານາດປົກຄອງບ້ານ ພໍ່ແມ່ປະຊາຊົນບ້ານດອນທາດເມືອງຕົ້ນເຜິ້ງ, ພ້ອມກັນເຂົ້າອານາໄມຂອບເຂດພຣະເຈົ້າໃຫຍ່ເມືອງເກົ່າສຸວັນນະໂຄມຄຳ, ທີ່ຕັ້ງຢູ່ຂອບເຂດບ້ານດອນທາດເມືອງຕົ້ນເຜິ້ງ,

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ນຳພາໂດຍທ່ານ ສົມສັກ ມະຫາພົນ, ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ , ທ່ານ ແສງເງິນ ອຳພອນໄຊ ຮັກສາການຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ພ້ອມດ້ວຍທີມງານທີ່ມາຈາກແຂວງຈາກເມືອງ

ໃນການລົງອານາໄມໃນເທື່ອນີ້ກໍ່ອີງໃສ່ແຜນເຊິ່ງໄດ້ປະຕິບັດມາຢ່າງຕໍ່ເນື່ອງ, ພ້ອມທັງເປັນການສ້າງຂະບວນການ ຂໍານັບຮັບຕ້ອນວັນແມ່ຍິງສາກົນຄົບຮອບ 112 ປີ ແລະ ວັນສໍາຄັນອື່ນໆຂອງພັກ-ຂອງຊາດ ທັງເປັນການຮັກສາຄວາມສະອາດງາມຕາ ຄວາມເປັນລະບຽບຮຽບຮ້ອຍ ການຮັກສາແຫຼ່ງທ່ອງທ່ຽວທາງດ້ານວັດທະນະທຳຂອງເມືອງໃຫ້ໜ້າທ່ຽວຊົນ, ເພື່ອຈະເປັນການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ເຂົ່າມາທ່ຽວຊົມ,

SA Game
ໜັງສືພິມບໍ່ແກ້ວ Bokeo Newspaper

ຕິດພັນກັບການສ້າງວຽກເຮັດງານທຳ ແລະ ການສ້າງລາຍຮັບໃຫ້ກັບພໍ່ແມ່ປະຊາຊົນ ແລະ ເປັນການປົກປັກຮັກສາອົງພຣະບໍ່ໃຫ້ຊຸດໂຊມລົງ, ເພື່ອອໍານວຍຄວາມສະດວກໃຫ້ກັບແຂກບ້ານຕ່າງເມືອງ, ພຸດທະສະນິກກະຊົນ, ທີ່ຈະເຂົ້າມາທ່ຽວຊົມ ແລະ ກາບໄຫ້ວສະກະລະບູຊາ, ທັງເປັນການສ້າງຂະບວນການຮ່ວມ ລະຫວ່າງພະນັກງານກັບ ພໍ່ແມ່ປະຊາຊົນ ໃຫ້ມີຄວາມສາມັກຄີໃຫ້ເປັນອັນໜຶ່ງອັນດຽວ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​: ໜັງສືພິມບໍ່ແກ້ວ Bokeo Newspaper