ຈັດກິດຈະກໍາຍ່າງເພື່ອສຸຂະພາບລະນຶກວັນສາກົນຕ້ານການຄ້າມະນຸດ

SA Game

ຂ​ປ​ລ

ສະຫວັນນະເຂດ ​ຈັດ​ງານຍ່າງເພື່ອສຸຂະພາບ​ໃນວັຕ້ານການຄ້າມະນຸດສາກົນ

 ແຂວງສະຫວັນນະເຂດ ຈັດກິດຈະກໍາຍ່າງເພື່ອສຸຂະພາບ ໃນໂອກາດ ລະນຶກວັນສາກົນຕ້ານການຄ້າມະນຸດ 30 ກໍລະກົດ ຕອນເຊົ້າວັນທີ 29 ກໍລະກົດ 2022 ນີ້, ໂດຍມີ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ, ມີຮອງເຈົ້າແຂວງ, ຄະນະກໍາມະການຕ້ານການຄ້າມະນຸດຈາກສູນກາງ, ການນໍາຈາກພະແນກ, ຂະແໜງການອ້ອມຂ້າງແຂວງ ເຂົ້າຮ່ວມ ຢ່າງຫລວງ ຫລາຍ.

ທັງນີ້ ກໍເພື່ອເປັນການໂຄສະນາ ປູກຈິດສໍານຶກໃຫ້ພໍ່ແມ່ປະຊາຊົນ, ຊາວໜຸ່ມເຍົາ ວະຊົນ, ນັກຮຽນ-ນັກສຶກ ຮັບຮູ້ ແລະ ເຂົ້າໃຈບັນຫາ ແລະ ຜົນກະທົບໂດຍກົງ ແລະ ທາງອ້ອມ ຂອງການຄ້າມະນຸດໃນປັດຈຸບັນ.

ທ່ານ ນາງ ຫລິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ຜູ້ຊີ້ນໍາວຽກງານ ວັດທະນະທໍາ-ສັງຄົມ, ທັງເປັນ ປະທານຄະນະກໍາມະການຕ້ານການຄ້າມະນຸດແຂວງ ໄດ້ໃຫ້ຮູ້ວ່າ:

SA Game
ຂ​ປ​ລ

ບັນດາປະເທດໃນທົ່ວໂລກ ກໍຄື ສປປ ລາວ ລ້ວນແຕ່ຖືກຜົນກະທົບຈາກການຄ້າມະນຸດ, ບັນຫາການຄ້າມະນຸດ ເປັນອາຊະຍາກໍາ ທີ່ຮ້າຍແຮງ ຍ້ອນໄດ້ລະເມີດສິດທິພື້ນຖານຂອງຄວາມເປັນມະນຸດ

ສົ່ງຜົນກະທົບໂດຍກົງ ຕໍ່ສຸຂະພາບ, ຮ່າງກາຍ, ຈິດໃຈ, ກຽດສັກສີ ແລະ ຊື່ສຽງຂອງຜູ້ຖືກເຄາະຮ້າຍ, ກະທົບຕໍ່ຄອບຄົວ ແລະ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ສົ່ງຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ, ອາຊະຍາກໍາການຄ້າມະນຸດ ແມ່ນມີລັກສະນະຂ້າມຊາດ, ມີການຈັດຕັ້ງເປັນເຄືອຄ່າຍ, ຂະບວນການ.

ປັດຈຸບັນ ບັນຫາອາຊະຍາກໍາການຄ້າມະນຸດ ມີການຜັນແປໄປຢ່າງສັບສົນ, ມີຫລາຍຮູບແບບ, ຫລາຍວິທີການ ເຊິ່ງສະແດງອອກ ໂດຍຜ່ານບັນດາພຶດຕິກໍາຕ່າງໆ ເປັນຕົ້ນ ການຂູດຮີດແຮງງານ, ການໝັ້ນໝາຍ ຫລື ການແຕ່ງດອງແອບແຝງ, ການຂູດຮີດທາງເພດ ແລະ ການບັງຄັບໃຫ້ເປັນໂສເພນີ, ການເປັນຂ້າທາດ,

ການຄ້າປະເວນີຂອງຜູ້ອືນ, ການໃຫ້ຖືພາ, ການເອົາເດັກໄປລ້ຽງ ຫລື ການເອົາເດັກເປັນລູກລ້ຽງແອບແຝງ, ການເປັນຂໍທານ, ການຖ່າຍຮູບພາບ, ສະແດງ, ເຜີຍແຜ່ສິ່ງລາມົກ, ການລັກພາຕົວ, ການເອົາອະໄວຍະວະຕ່າງໆຂອງຮ່າງກາຍໄປຂາຍ ແລະ ອື່ນໆ.

ຕະຫລອດໄລຍະຜ່ານມາ, ພາຍຫລັງ ສປປ ລາວ ໄດ້ເຂົ້າເປັນພາຄີສົນທິສັນຍາສາກົນ ເປັນຕົ້ນ ແມ່ນອະນຸສັນຍາວ່າດ້ວຍການສະກັດກັ້ນ-ປາບປາມການຄ້າມະນຸດ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍ, ສົນທິສັນຍາສາກົນຕ່າງໆທີ່ກ່ຽວຂ້ອງ. ພັກ ແລະ ລັດ ຖະບານ ໄດ້ຖືເອົາວຽກງານຕ້ານການຄ້າມະນຸດ ເປັນວຽກງານໜຶ່ງທີ່ສໍາຄັນ ໂດຍໄດ້ອອກ

ກົດໝາຍ, ດໍາລັດ, ຄູ່ມື, ນິຕິກໍາຕ່າງໆທີ່ກ່ຽວຂ້ອງ, ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງວຽກງານຕ້ານການຄ້າມະນຸດ ຢ່າງເປັນລະບົບ ແຕ່ສູນກາງລົງຮອດທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແລະ ພະນັກງານ ພະແນກການຕ່າງທີ່ເຮັດໜ້າທີ່ຕ້ານການຄ້າມະນຸດ.

SA Game
ຂ​ປ​ລ

ສຳລັບກິດຈະກໍາການຍ່າງເພື່ອສຸຂະພາບຄັ້ງນີ້, ມີຈຸດເລີ່ມຕົ້ນທີ່ເດີ່ນຫ້ອງວ່າການປົກຄອງແຂວງ ອອກມາຕາມຖະໜົນນາເລົ່າ ລ້ຽວລົງມາຕາມຖະໜົນສັນຕິພາບ ແລ້ວກັບມາຕາມຖະໜົນອຸດົມສິນ ເຂົ້າເດີ່ນຫ້ອງວ່າການ ລວມໄລຍະທາງ ປະມານ 3 ກິໂລແມັດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ