ລາວ-ອົດສະຕຣາລີຮ່ວມ​ປະ​ຊຸມ​ນຳ​ກັນ​ທາງ​ອອນ​ລາຍ​ເຊ​ືອມ​ສຳ​ພັນ​ແໜ້ນ​ແຟ້ນ

SA Game

ຂ​ປ​ລ

ຈັດກອງ​ປະ​ຊຸມລັດຖະມົນຕີກະຊວງ ການຕ່າງປະເທດລາວ-ອົດສະຕຣາລີ ສົນທະນາໂທລະສັບທາງໄກ

ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ໄດ້ສົນທະນາທາງໂທລະສັບກັບ ທ່ານ ນາງ ເພັນນີ ວອງ (Penny WONG), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ອົດສະຕຣາລີໃນວັນທີ 27 ກໍລະກົດ 2022 ຜ່ານມາ, ຢູ່ກະຊວງການຕ່າງປະເທດ, ເພື່ອສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ລາວ ແລະ ອົດສະຕຣາລີ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຕໍ່ ທ່ານ ນາງ ເພັນນີ ວອງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນ ລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ຄົນໃໝ່ ແລະ ມີຄວາມຍິນດີຈະຮ່ວມເຮັດວຽກກັບຄູ່ຮ່ວມຕຳແໜ່ງຝ່າຍ ອົດສະຕຣາລີ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ-ອົດສະຕຣາລີ ໃຫ້ມີບາດກ້າວອັນໃໝ່.

ຂະນະດຽວກັນ, ທ່ານ ນາງ ເພັນນີ ວອງ ກໍໄດ້ສະແດງຄວາມຍິນດີ ຕໍ່ທ່ານ ສະເຫລີມໄຊ ກົມມະສິດ ທີ່ໄດ້ຖືກແຕ່ງຕັ້ງໃຫ້ດໍາລົງຕໍາແໜ່ງ ເປັນຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ.

SA Game
ຂ​ປ​ລ

ໃນການໂອ້ລົມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ການຮ່ວມມືອັນດີງາມ ທີ່ມີມາຍາວນານ ຕະຫລອດໄລຍະເກືອບ 7 ທົດສະວັດ, ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມັງກອນ 1952 ເປັນຕົ້ນມາ

ລາວ-ອົດສະຕຣາລີ ໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງ ແລະ ຂັ້ນຕ່າງໆມາຢ່າງເປັນປົກກະຕິ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ

ສອງຝ່າຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຕ່າງໆ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ພິເສດໃນປີນີ້ 2022 ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ອົດສະຕຣາລີ ເຊິ່ງທັງສອງປະເທດຈະໄດ້ສືບຕໍ່ຮ່ວມກັນຈັດກິດຈະກໍາຕ່າງໆ ເພື່ອສະເຫລີມສະຫລອງວັນດັ່ງກ່າວ ຢ່າງເປັນຂະບວນການຟົດຟື້ນ ແລະ ມີເນື້ອໃນຄວາມໝາຍຄວາມສຳຄັນ

ໂດຍສະເພາະທັງສອງຝ່າຍ ໄດ້ເຫັນດີໃນດ້ານຫລັກການ ໃນການຍົກລະດັບ ການພົວພັນຮ່ວມມືສອງຝ່າຍເປັນ “ຄູ່ຮ່ວມມືຮອບດ້ານ” ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີມາແຕ່ດົນນານຂອງທັງສອງປະເທດ.

ພ້ອມນີ້, ສອງຝ່າຍ ຍັງໄດ້ແລກປ່ຽນກ່ຽວກັບສະພາບການຢູ່ໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ ແລະ ເຫັນດີເປັນເອກະພາບກັນໃນການສືບຕໍ່ຮັດແໜ້ນການພົວພັນ ແລະ ຮ່ວມມືໃນຂອບເວທີ ພາກພື້ນ ແລະ ສາກົນ ເປັນຕົ້ນ ການຮ່ວມມືໃນຂອບອາຊຽນ, ບັນດາອະນຸພາກພື້ນແມ່ນໍ້າຂອງ, ອົງການສະຫະປະຊາຊາດ ໂດຍສະເພາະ ໃນຖານະທີ່ ສປປ ລາວ ເປັນປະເທດປະສານງານ ແຫ່ງ ການພົວພັນ ອາຊຽນ-ອົດສະຕຣາລີ ປະຈຳສົກປີ 2021-2024, ທັງ 2 ຝ່າຍ ຈະຮ່ວມມືກັນຢ່າງໃກ້ຊິດ ເພື່ອຊຸກຍູ້ສົ່ງເສີມການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ໃຫ້ກ້າວຂຶ້ນສູ່ລະດັບສູງຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈມາຍັງ ລັດຖະບານ ແລະ ປະຊາຊົນອົດສະຕຣາລີ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ສປປ ລາວ ຕະຫລອດມາ ໂດຍສະເພາະການຊ່ວຍເຫລືອເພື່ອການພັດທະນາ(ODA) ໃນຂົງເຂດວຽກງານການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ກະສິກໍາ, ສາທາລະນະສຸກ, ການຄ້າ-ການລົງທຶນ

SA Game
ຂ​ປ​ລ

ໂດຍສະເພາະໃນໄລຍະມີການລະບາດຂອງ ພະຍາດໂຄວິດ ລັດຖະບານ ອົດສະຕາລີ ໄດ້ໃຫ້ການຊ່ວຍເຫລືອ ວັກຊິນ, ການຂົນສົ່ງ ແລະ ການຊ່ວຍເຫລືອດ້ານເຕັກນິກອື່ນໆ ໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເຊິ່ງໄດ້ຊ່ວຍເຮັດໃຫ້ການຄວບຄຸມ ການລະບາດຂອງພະຍາດດັ່ງກ່າວຢູ່ ສປປ ລາວ ໄດ້ດີຂຶ້ນ.

ພ້ອມນີ້, ທ່ານລັດຖະມົນຕີຕ່າງປະເທດ ອົດສະຕຣາລີ ກໍໄດ້ເຊື້ອເຊີນ ທ່ານ ຮອງນາຍົກລັດຖະມົນຕີ ສະເຫລີມໄຊ ກົມມະສິດ ເດີນທາງຢ້ຽມຢາມຢ່າງເປັນທາງການປະເທດອົດສະຕຣາລີ ໃນເວລາທີ່ເໝາະສົມ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ