ສາ​ລະ​ວັນ ຍົກຍອດຊໍ່ຟ້າ ຫໍປະດິດສະຖານເສົາຫໍໄຕປິດົກ ຫລັງເກົ່າ

SA Game

ຂ​ປ​ລ

ພິ​ທີ່ຍົກຍອດຊໍ່ຟ້າ ຫໍປະດິດສະຖານເສົາຫໍໄຕປິດົກ ຫລັງເກົ່າຂອງ​ແຂວງ​ສາ​ລະ​ວັນ

ຕາມ​ການ​ລາຍ​ງານ​ຂອງແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ການນຳຂອງແຂວງສາລະວັນ ຮ່ວມກັບ ການນຳຂອງເມືອງ ແລະ ພຸດທະສານິກະຊົນ, ເຈົ້າພາບເຈົ້າສັດທາທັງພາຍໃນ ແລະ ຕ່າງແຂວງ, ຈາກແຂວງສະຫວັນນະເຂດ ຮ່ວມພິທີຍົກຍອດຊໍ່ຟ້າ ຂຶ້ນສູ່ຫໍປະສິດສະຖານເສົາຫໍໄຕປີດົກ ຫລັງເກົ່າ ຢູ່ທີ່ວັດສີມຸງຄຸນ (ວັດກາງ) ບ້ານວັດກາງ, ເມືອງ ແລະ ແຂວງສາລະວັນ

ໂດຍມີ ພະອາຈານໃຫຍ່ ສອນໄຊ ແກ້ວເມືອງໃຕ້ ກຳມະການສູນກາງ ອພສ, ເຈົ້າຄະນະແຂວງສາລະວັນ, ພ້ອມດ້ວຍຄະນະສົງ, ມີ ທ່ານ ໂພໄຊ ໄຊຍະສອນ ເຈົ້າແຂວງສາລະວັນ, ພ້ອມດ້ວຍພັນລະຍາ, ເຈົ້າພາບ-ເຈົ້າສັດທາ, ສິດສານຸສິດ, ອອກຕົນຍາດໂຍມ ເຂົ້າຮ່ວມເປັນຈຳນວນຫລວງຫລາຍ.

ໃນພິທີ, ໄດ້ມີຂະບວນແຫ່ຍອດຊໍ່ຟ້າ ແລະ ຜ້າປ່າສາມັກຄີ ຈາກແຂວງສະຫວັນນະເຂດ, ຕົ້ນກາລະພຶກຂອງ ເຈົ້າພາບເຈົ້າສັດທາ ຢ່າງຫລວງຫລາຍ ເຊິ່ງໄດ້ແຫ່ຈາກຈຸດສະໂມສອນຂອງແຂວງສາລະວັນ ຫາ ວັດສີມຸງຄຸນ ແລະ ອ້ອມຫໍພະໄຕປີດົກ 3 ຮອບ.

SA Game
ຂ​ປ​ລ

ຈາກນັ້ນ, ກໍໄດ້ເຂົ້າສູ່ພິທີທາງສາດສະໜາ, ໄຫວ້ພະຮັບສິນ, ຖວາຍຍອດຊໍ່ຟ້າ, ຕົ້ນກາລະພຶກ, ປັດໄຈ ແລະ ເຂົ້າສູ່ພິທີຍົກຍອດຊໍ່ຟ້າ ຂຶ້ນສູ່ຫໍປະດິດສະຖານ ເສົາຫໍໄຕປິດົກ ຫລັງເກົ່າ.

ຫໍປະດິດສະຖານ ເສົາຫໍໄຕປິດົກ ຫລັງເກົ່າ ໄດ້ສຳເລັດການກໍ່ສ້າງເມື່ອບໍ່ດົນມານີ້, ຫລັງຈາກໄດ້ວາງສີລາລຶກ ໃນລະຫວ່າງກາງເດືອນກຸມພາ 2022 ເຊິ່ງມີໂຄງສ້າງ ເຮັດດ້ວຍໄມ້ເນື້ອແຂງ, ແບບຊົງລາວ, ມີຂະໜາດຄວາມຍາວ 8,3 ແມັດ, ກວ້າງ 4,1 ແມັດ, ນໍາໃຊ້ເສົາ 8 ຫລ່ຽມ, ໜ້າ 40 ຊັງຕິແມັດ ຈໍານວນ 6 ຕົ້ນ, ມຸ້ງດ້ວຍດິນຂໍ ແລະ ໄດ້ອອກແບບຊົງປະຕິມະກຳ ມີຄວາມກົມກືນກັບຫໍໄຕປິດົກຫລັງເກົ່າ ປະດັບດ້ວຍລວດລາຍຕ່າງໆ

SA Game
ຂ​ປ​ລ

ມີມູນຄ່າການກໍ່ສ້າງທັງໝົດເກືອບ 200 ລ້ານກີບ, ເສົາຫໍໄຕປີດົກຫລັງເກົ່າ ຈໍານວນ 29 ຕົ້ນ ທີ່ຍັງເຫລືອໄວ້ເປັນອະນຸສອນ ທີ່ສໍາຄັນ ແລະ ເປັນຊັບສົມບັດອັນລໍ້າຄ່າ ມີອາຍຸຫລາຍປີ ໄດ້ຮັບການປະດິດສະຖານໄວ້ທີ່ຫໍດັ່ງກ່າວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ຂ​ປ​ລ