ຊົມ​ທຳ​ມະ​ຊາດ​ຄວາມ​ສວຍ​ງາມ​ຂອງຕາດນ້ຳແຈ ເມືອງແບງ ແຂວງ ອຸດົມໄຊ 

SA Game

ອິນ​ໄຊ​ລາວ

ຕາດ​ທຳ​ມະ​ຊາດນ້ຳແຈ ເມືອງແບງ ແຂວງ ອຸດົມໄຊ ຕາດ​ທີ່​ເຕັມ​ປະ​ດ້ວຍ​ຄວາມ​ງົດ​ງາມ​ທາງ​ທຳ​ມະ​ຊາດ

​ແຂວງ​ອຸ​ດົມ​ໄຊ ຖື​ວ່າ​ເປັນ​ແຂວງ​ໜຶ່ງ​ທີ່​ມີ​ແຫລ່ງ​ທ່ອງ​ທ່ຽວທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ທີ່​ໜ້າ​ທ່ຽວ​ຫລາຍ, ນ້ຳຕົກຕາດນ້ຳແຈ​ເປັນ​ອີກ​ໜຶ່ງ​ໃນ​ຕາດ​ທີ່​ໜ້າ​ທ່ຽວນ​ຂອງ​ແຂວງ​ອຸ​ດົມ​ໄຊ ເຊິ່ງຕັ້ງຢູ່ ບ້ານ ທ່າມື່ນ, ເມືອງແບງ, ແຂວງ ອຸດົມໄຊ ຕັ້ງຢູ່ທາງທິດຕາເວັນອອກຂອງ ບ້ານ ທ່າມື່ນ ເປັນນ້ຳຕົກຕາດ ທີ່ມີຄວາມສວຍງາມ ບໍ່ແພ້ນ້ຳຕົກແຫ່ງອື່ນໆ ພາຍໃນແຂວງ, ແຕ່ສະພາບເສັ້ນທາງການເຂົ້າເຖິງແມ່ນຍັງມີຄວາມຫຍຸ້ງຍາກຢູ່.

ເຊິ່ງວ່າ​ຕາດ​ນ້ຳ​ແຈ​ນີ້​ມີເສັ້ນທາງເຂົ້າໄປຫາຕາດຍາວປະມານ 4 ກິໂລແມັດ, ເປັນເສັ້ນທາງທີ່ຍັງບໍ່ໄດ້ຍົກລະດັບ ຢາມຝົນແມ່ນລຳບາກໃນການເດີນທາງ, ສຳລັບທ່າແຮງດ້ານການທ່ອງທ່ຽວ ເຖິງວ່າ ນ້ຳຕົກຕາດ ແຫ່ງນີ້ ຈະເປັນຕາດຂະໜາດນ້ອຍ ແຕ່ກໍມີຄວາມສວຍງາມ ແລະ ມີປ່າໄມ້ໃຫຍ່ປົກຫຸ້ມຢູ່ບໍລິເວນຕາດ, ລັກສະນະຂອງຕາດ ປະກອບດ້ວຍສອງພັກ, ພັກທີໜຶ່ງສູງປະມານ 7 ແມັດ, ພັກທີສອງສູງປະມານ 8 ແມັດ

SA Game
ອິນ​ໄຊ​ລາວ

ໃນປີ 2007 ໄດ້ຮັບການຊ່ວຍເຫຼືອທະລຸເສັ້ນທາງ ຈາກ ບ້ານທ່າມື່ນ ເຂົ້າໄປຫານ້ຳຕົກຕາດແລ້ວປະມານ 3 ກິ ໂລແມັດເຊິ່ງ​ເຮັດ​ໃຫ້​ການ​ເຂົ້າ​ໄປ​ທ່ຽວ​ຊົມ​ນັ້ນ​ໄດ້​ສະ​ດວກກວ່າ​ເກົ່າ ແລະ ເລີມ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ໄປ​ທ່ຽວ​ຊົມ​ທຳ​ມະ​ຊາດ​ຕາດ​ນ້ຳ​ແຈ​ນີ້​ແລ້ວ ແຕ່​ຊວງ​ນີ້​ເນື່ອງ​ຈາກ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເຮັດ​ໃຫ້​ມີ​ນັກ​ທ່ອງ​ທ່ຽວ​ນ້ອຍ​ລົງ​ກວ່າ​ເກົ່າ ແລະ ຕ້ອງ​ໄດ້​ປັບ​ປຸງ​ອີກ.

SA Game
ອິນ​ໄຊ​ລາວ

ສຳລັບປະຫວັດຂອງຕາດແຫ່ງນີ້ ຕາມການບອກເລົ່າຂອງເຖົ້າແກ່ວ່າ ຕາດນ້ຳແຈ ເປັນຕາດທ່ອນກາງຂອງເງືອກໃນປາງກ່ອນ, ສ່ວນທ່ອນຫົວ ຕົກຢູ່ຫົວນ້ຳຫາວໃກ້ຊາຍແດນ ເມືອງງາ ແລະ ທ່ອນຫາງຕົກຢູ່ ຫົວນ້ຳແມດ (ບ້ານນາແມດ) ຍ້ອນການຂ້າຟັນລັນແທງລະຫວ່າງມະນຸດ ກັບ ເງືອກ ສາເຫດແມ່ນຍາດຜູ້ສາວມາເປັນເມຍ ແລະ ສາເຫດທີ່ສອງ ທີ່ເອີ້ນກັນ ຕາດນ້ຳແຈ ຍ້ອນເປັນທ່ອນໂຮມຊຸມນຸມກິນແຈ (ໝ້ຽງ) ຂອງຄົນສະໄໝກ່ອນ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ:  ຂະແໜງທ່ອງທ່ຽວ ແຂວງ ອຸດົມໄຊ.