ແຂວງຈຳ​ປາ​ສັກເນັ້ນ​ວຽກ​ງານ​ການ​ທ່ອງ​ທ່ຽວ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ

SA Game

ພາບ​: laoedaily.com.la

​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈຳ​ປາ​ສັກ​ມຸ້ງ​ໃສ່​ການ​ທ່ອງ​ທ່ຽວເປັນ​ຫລັກ.

ແຂວງ​ຈຳ​ປາ​ສັກ​ເປັນ​ໜຶ່ງ​ໃນ​ແຂວງ​ທີ່​ມີ​ແຫລ່ງ​ທ່ອງ​ທ່ຽວ​ທີ່​ສວຍ​ງາມ​ຫລາຍ​ແຫ່ງ ແລະ ເປັນ​ມໍ​ລະ​ດົກ​ໂລກ, ຈາກ​ທີ່​ຜ່ານ​ມາ​ມີ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເຂົ້າ​ມາ​ທ່ອງ​ທ່ຽວ​ຢ່າງ​ຫລວງ​ຫລາຍ ແລະ ເຮັດ​ໃຫ້​ເສດ​ຖະ​ກິດ​ໃນ​ແຂວງ​ຈຳ​ປາ​ສັກ​ດີ​ຂື້ນ​ເປັນ​ລຳ​ດັບ​ຈົນ​ມາ​ເຖິງ​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

ສະພາບການລະບາດຂອງພະຍາດໂຄວິດ – 19 ໃນທົ່ວໂລກ ທີ່ແກ່ຍາວມາຫຼາຍເດືອນໄດ້ສົ່ງຜົນກະທົບຢ່າງໜັກຕໍ່ຂະແໜງອຸດສາຫະກໍາການທ່ອງທ່ຽວໃນລາວ ເວົ້າລວມ, ເວົ້າສະເພາະແຂວງຈຳປາສັກ ເພາະລາຍຮັບຂອງແຂວງສ່ວນໃຫຍ່ແມ່ນມາຈາກການທ່ອງທ່ຽວ ເຖິງວ່າລັດຖະບານກໍຄືການນຳແຂວງໄດ້ເອົາໃຈໃສ່ຊຸກຍູ້ຊ່ວຍເຫຼືອຜູ້ປະກອບການດ້ານການທ່ອງທ່ຽວ ແຕ່ກໍສາມາດຊ່ວຍໄດ້ໃນລະດັບໜຶ່ງເທົ່ານັ້ນ.

SA Game
ພາບ​: laoedaily.com.la

ທ່ານ ມະໄລທອງ ກົມມະສິດ ຮອງເຈົ້າແຂວງຈຳປາສັກ ໃຫ້ສຳພາດວ່າ: ຜ່ານມາການນໍາແຂວງໄດ້ພະຍາຍາມຊຸກຍູ້ປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີ ກ່ຽວກັບນະໂຍບາຍຫຼຸດຜ່ອນຜົນກະທົບຂອງພະຍາດໂຄວິດ – 19 ຕໍ່ຂົງເຂດການທ່ອງທ່ຽວ ແຕ່ກໍເຮັດໃນຂອບທີ່ກົດໝາຍ ແລະ ລະບຽບການທີ່ໄດ້ກໍານົດເທົ່ານັ້ນ, ສ່ວນບັນຫາໜີ້ສິນແມ່ນປະຕິບັດຕາມກົນໄກຕະຫຼາດ ລະຫວ່າງ ຜູ້ປະກອບການກັບທະນາຄານ ແຕ່ພາກສ່ວນທະນາຄານເອງກໍມີ ຄວາມພະຍາຍາມໃນການຜ່ອນຜັນການຈ່າຍດອກເບ້ຍຕ່າງໆ ແຕ່ກໍບໍ່ສາມາດທົດແທນໄດ້ໝົດຕໍ່ຜົນກະທົບທີ່ເກີດຂຶ້ນໃນຄັ້ງນີ້.

ສະນັ້ນ, ເພື່ອເຮັດໃຫ້ຜູ້ປະກອບການທ່ອງທ່ຽວພາຍໃນແຂວງຢູ່ລອດ, ລັດຖະບານ ຈຶ່ງມີນະໂຍບາຍສົ່ງເສີມການທ່ອງທ່ຽວແບບລາວທ່ຽວລາວ ເພື່ອກະຕຸ້ນບັນຍາກາດການທ່ອງທ່ຽວໃຫ້ກັບມາຄຶກຄື້ນອີກຄັ້ງໜຶ່ງ ທັງເຮັດໃຫ້ຜູ້ປະກອບການ ແລະ ປະຊາຊົນໃນທ້ອງຖິ່ນມີລາຍຮັບ. ນອກນີ້, ໂຮງແຮມ, ເຮືອນພັກ, ຮ້ານອາຫານຕ່າງໆກໍຫຼຸດລາຄາລົງເຊັ່ນດຽວກັນ ເພື່ອໃຫ້ຄົນລາວສາມາດທ່ອງທ່ຽວໄດ້, ທັງເປັນການປູພື້ນຖານໃຫ້ແກ່ການຟື້ນຟູການທ່ອງທ່ຽວພາຍໃນ ພາຍຫຼັງທີ່ປະເທດອ້ອມຂ້າງປອດເຊື້ອພະຍາດໂຄວິດ – 19 ແລ້ວ.

ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ຕື່ມວ່າ: ສຳລັບທິດທາງໃນຕໍ່ໜ້າ ແຂວງຈຳປາສັກ ຍັງຈະຖືເອົາວຽກງານການທ່ອງທ່ຽວເປັນປາຍແຫຼມໃນການພັດທະນາເສດຖະກິດ – ສັງຄົມພາຍໃນແຂວງ ຍ້ອນມີຈຸດພິເສດ ແລະ ທ່າແຮງຫຼາຍດ້ານການທ່ອງທ່ຽວ. ດັ່ງນັ້ນ, ໃນແຜນການຈັດຕັ້ງປະຕິບັດວຽກງານ 5 ປີ ຂອງແຂວງຈຶ່ງຖືເອົາວຽກງານການທ່ອງທ່ຽວເປັນໜຶ່ງໃນ 6 ວຽກງານຈຸດສຸມຕົ້ນຕໍ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo

ຂອບ​ໃຈແຫລ່ງ​ທີ່​ມາ​ ໂດຍ: laoedaily.com.la