ງານວາງສະແດງສິນຄ້າ ຊຸກຍູ້ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ

SA Game

ຂ​ປ​ລ

ເປີດງານວາງສະແດງສິນຄ້າໂອດັອບ ແລະ ສິນຄ້າຄອບຄົວຕົວແບບ ທີ່ນະຄອນຫລວງວຽງຈັນ

ໃນວັນທີ 27 ມິຖຸນາ ຫາ 3 ກໍລະກົດ 2022 ທີ່ສູນການຄ້າລາວ-ໄອເຕັກ, ພະແນກອຸດສາຫະກໍາ ແລະ ການຄ້າ ຮ່ວມກັບພະແນກກະສີກຳ-ປ່າໄມ້ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ສະພາການຄ້າ-ອຸດສາຫະກຳ ນະຄອນຫລວງວຽງຈັນ ຈັດງານວາງສະແດງ ແລະ ຈຳໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ(ໂອດັອບ) ແລະ ສິນຄ້າຄອບຄົວຕົວແບບຂອງ ນະຄອນຫລວງວຽງຈັນ (ນວ) ຄັ້ງທີ VIII ປະຈໍາປີ 2022 ພາຍໃຕ້ຄໍາຂວັນ “ການຊຸກຍູ້ ແລະ ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ”.

 ໂດຍມີທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍ ເຈົ້າເມືອງ 9 ຕົວເມືອງ ແລະ ຫົວໜ່ວຍທຸລະກິດເຂົ້າຮ່ວມ.

ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນວ ໄດ້ກ່າວວ່າ:

SA Game
ຂ​ປ​ລ

ການຈັດງານວາງສະແດງຄັ້ງນີ້ ເປັນການສ້າງຂະບວນການສົ່ງເສີມສິນຄ້າເຂົ້າເຖິງຕະຫລາດ, ການຊຸກຍູ້ທຸລະກິດ ໃຫ້ຜ່ານຜ່າອຸປະສັກການແຜ່ລະບາດຂອງພະຍາດໂຄວິດ-19 ທັງເປັນການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນຂອງ ນວ ໃຫ້ສາມາດຈັດ ຕັ້ງປະຕິບັດຕາມ 13 ໜ້າວຽກຈຸດສຸມ ໃນຂະແໜງການອຸດສາຫະກຳ ແລະ ການຄ້າ.

ປີນີ້ ເປັນປີພິເສດ ຄະນະກຳມະການຈັດງານ ໄດ້ມີການສ້າງຮ້ານພາມີລຽນທີ່ມີຄວາມເປັນເອກະລັກສະເພາະຂອງເມືອງ ໂດຍແມ່ນເມືອງຫາດຊາຍຟອງ. ການສ້າງຮ້ານພາມີລຽນ ຈະມີການໜູນໃຫ້ມີການຈັດປີລະເມືອງ ພາຍໃນງານ ຈະໄດ້ນຳສະເໜີຜະລິດຕະພັນໃໝ່ ຂອງບັນດາຫົວໜ່ວຍທຸລະກິດໂອດັອບ(ODOP) ພາຍໃນ ແລະ ບັນດາໂອດັອບແຂວງຕ່າງໆ ທີ່ໄດ້ເຂົ້າຮ່ວມງານ.

ສໍາລັບງານວາງສະແດງສິນຄ້າໂອດັອບ ແລະ ສິນຄ້າຕົວແບບ ມີຜູ້ເຂົ້າຮ່ວມທັງໝົດ 90 ຫົວໜ່ວຍ, 133 ຫ້ອງ ແລະ 22 ເຕັ້ນເບ້ຍໄມ້ ເຊິ່ງປະກອບມີສິນຄ້າຂອງ ນວ 51 ຫົວໜ່ວຍ, ສິນຄ້າໂອດັອບ 31 ຫົວໜ່ວຍ ແລະ ສິນຄ້າຄອບຄົວຕົວແບບ 20 ຫົວໜ່ວຍ, ສິນຄ້າໂອດັອບຂອງຕ່າງແຂວງ 21 ຫົວໜ່ວຍ, ສະມາຊິກສະພາການຄ້າ ແລະ ອຸດສາຫະກໍາ ນວ 16 ຫົວໜ່ວຍ, ຂະແໜງທ່ອງທ່ຽວ 2 ຫົວໜ່ວຍ, ຄາດຄະເນມູນຄ່າສິນຄ້າທີ່ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍ ປະມານ 1,2 ຕື້ກີບ.

SA Game
ຂ​ປ​ລ

ພິເສດ ໃນງານຄັ້ງນີ້ ໄດ້ປະກາດຫົວໜ່ວຍທີ່ໄດ້ຮັບກາໝາຍໂອດັອບແຫ່ງຊາດ 5 ຫົວໜ່ວຍທີ່ມາຈາກເມືອງ ໄຊເສດຖາ, ສີໂຄດຕະບອງ, ສີສັດຕະນາກ ແລະ ເມືອງ ນາຊາຍທອງ.

ພາຍໃນງານ ຍັງຈະໄດ້ມີການຈັດການສຳມະນາ ໃຫ້ຜູ້ປະກອບການເຂົ້າຮ່ວມ ພາຍໃຕ້ຫົວຂໍ້ “ການຈັດທະບຽນເຄື່ອງໝາຍການຄ້າ ແລະ ການຈໍາໜ່າຍສິນຄ້າອອນລາຍ”. ນອກຈາກນີ້, ຕະຫລອດການຈັດງານທາງຄະນະຈັດງານຍັງຈະດຳເນີນບັນດາກິດຈະກຳອື່ນໆ ເປັນຕົ້ນ ການເດີນແບບຂອງຫລານນ້ອຍຊຸດຜ້າໄໝລາວ ຮຸ່ນອາຍຸ 10-15 ປີ ແລະ ການສະແດງຈາກສະໂມສອນ ບ້ານລາວແດນຈຳປານຳອີກ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ວຽງຈັນໃໝ່