ລະບົບດີຈີຕອນ ກັບຄວາມສຳຄັນໃນການພັດທະນາປະເທດຊາດ

SA Game

ກຕສ

ປະຊຸມກ່ຽວກັບຄວາມສໍາຄັນການພັດທະນາຂໍ້ມູນຂ່າວສານໃນການພັດທະນາລະບົບດີຈີຕອນ

ທາງ ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດສໍາມະນາຮ່ວມກັບບໍລິສັດ Solutions for Asia ປະເທດສິງກະໂປ ໃນຫົວຂໍ້: ຄວາມສໍາຄັນຂອງໂຄງລ່າງພື້ນຖານ ຂໍ້ມູນຂ່າວສານໃນການພັດທະນາລະບົບດີຈີຕອນ ແລະ ຄວາມທ້າທາຍ ໃນວັນທີ 27 ມິຖຸນາ 2022 ນີ້, ທີ່ໂຮງແຮມຄຣາວພາຊາ, ນະຄອນຫລວງວຽງຈັນ

ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກຕສ ແລະ ທ່ານ ອີນສະລີ ຈົງ (Mr Ainsley Jong ) ອໍານວຍການບໍລິຫານ ແລະ ຜູ້ກໍ່ຕັ້ງ ບໍລິສັດ Solutions for Asia ປະເທດ ສິງກະໂປ, ມີຕາງໜ້າບັນ ດາກະຊວງອ້ອມຂ້າງ, ທະນາຄານ, ພາກສ່ວນທຸລະກິດ ແລະ ບໍລິສັດໄອຊີທີ ເຂົ້າຮ່ວມ.

ທ່ານ ປອ. ສັນຕິສຸກ ສິມມາລາວົງ ໃຫ້ຮູ້ວ່າ: ປັດຈຸບັນ ເຕັກໂນໂລຊີການສື່ສານ ຂໍ້ມູນຂ່າວສານ ໄດ້ມີວິວັດທະນາການຂະຫຍາຍຕົວຢ່າງກວ້າງຂວາງ ແລະ ໄດ້ສ້າງປະໂຫຍດອັນມະຫາສານໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ, ມີຄວາມສະດວກວ່ອງໄວ ແລະ ທັນສະໄໝ.

SA Game
ກຕສ

ສໍາລັບ ສປປ ລາວ, ການນຳໃຊ້ເຕັກໂນໂລຊີ ເຂົ້າໃນວຽກງານຕ່າງໆ ມີຈໍານວນນັບມື້ເພີ່ມຂຶ້ນເລື້ອຍໆ, ການແລກປ່ຽນຂໍ້ມູນ ມີຄວາມວ່ອງໄວສະດວກສະບາຍ, ແຕ່ເຮົາຕ້ອງໄດ້ຄໍານຶງເຖິງຄວາມສໍາຄັນໃນການປົກປ້ອງຂໍ້ມູນ-ຂ່າວສານ

ໂດຍສະເພາະ ການເກັບຮັກສາຂໍ້ມູນສ່ວນບຸກຄົນໃຫ້ມີຄວາມປອດໄພ, ບໍ່ວ່າຈະເປັນຂໍ້ມູນການຕິດຕໍ່ສື່ສານ, ຂໍ້ມູນການປະຕິບັດວຽກງານ, ການເຮັດທຸລະກຳທາງດ້ານການເງິນ ລວມໄປເຖິງການດຳເນີນທຸລະກິດຜ່ານທາງສື່ອອນລາຍຕ່າງໆ.

ສະນັ້ນ, ກຕສ ກໍຄື ກົມຄວາມປອດໄພທາງໄຊເບີ ແລະ ບໍລິສັດ Solutions for Asia ເຫັນໄດ້ເຖິງຄວາມສໍາຄັນຂອງວຽກງານການຮັກສາຂໍ້ມູນສ່ວນບຸກຄົນ ແລະ ຄວາມປອດໄພທາງໄຊເບີ ຈຶ່ງຮ່ວມກັນຈັດງານສໍາມະນາຄັ້ງນີ້ຂຶ້ນ ເພື່ອກຽມຄວາມພ້ອມຮັບມືເຫດການດັ່ງກ່າວ

ແຕ່ກ່ອນອື່ນໝົດຕ້ອງໄດ້ສ້າງກົນໄກ, ມາດຕະການ, ຄົ້ນຄວ້າເຄື່ອງມື ແລະ ລະບຽບກົດໝາຍຕ່າງໆຂຶ້ນມາ ເພື່ອຮອງຮັບ ແລະ ປົກປ້ອງຂໍ້ມູນຄວາມເປັນສ່ວນຕົວ, ໃຫ້ຄວາມຮູ້ແກ່ບຸກຄະລາກອນທັງພາກລັດ ແລະ ເອກະຊົນ ໃຫ້ຮັບຮູ້ເຖິງການນຳໃຊ້ຂໍ້ມູນຂ່າວສານຢ່າງປອດໄພ.

ໃນປັດຈຸບັນ, ບຸກຄົນສ່ວນຫລາຍ ແມ່ນໄດ້ເກັບຮັກສາຂໍ້ມູນສ່ວນຕົວໄວ້ໃນໂທລະສັບມືຖືສະມາດໂຟນ ແຕ່ກໍຕ້ອງໄດ້ຄໍານຶງເຖິງຄວາມປອດໄພ ເພື່ອໃຫ້ໝັ້ນໃຈວ່າ ຂໍ້ມູນຂອງຕົນຈະບໍ່ຖືກລັກ ຫລື ໂຈລະກໍາໄດ້.

ດັ່ງນັ້ນ, ໃນການປົກປ້ອງຂໍ້ມູນສ່ວນຕົວ ຈະຕ້ອງໄດ້ມີການຮ່ວມມື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ໂດຍສະເພາະ ການສ້າງຂີດຄວາມສາມາດໃນການປ້ອງກັນ, ສ້າງລະບຽບກົດໝາຍ, ປົກປ້ອງຂໍ້ມູນສ່ວນບຸກຄົນ, ສ້າງມາດຕະການປ້ອງກັນ ແລະ ຮັບມືກັບໄພຄຸກຄາມທາງໄຊເບີ ທີ່ອາດຈະເກີດຂຶ້ນໃນປັດຈຸບັນ ພ້ອມທັງຮອງຮັບແຜນຂອງກະຊວງໃນການຫັນເປັນດີຈີຕອນ ໃນຕໍ່ໜ້າ.

SA Game
ກຕສ

ການຈັດງານສໍາມະນາຄັ້ງນີ້ ບໍ່ພຽງແຕ່ສ້າງຄວາມຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄື ກົມຄວາມປອດໄພທາງໄຊເບີ ແລະ ບໍລິສັດ Solutions for Asia ປະເທດ ສິງກະໂປ ເທົ່ານັ້ນ, ແຕ່ຍັງເປັນການສົ່ງເສີມການສ້າງ ແລະ ແລກປ່ຽນຄວາມຮູ້ໃຫ້ຜູ້ເຂົ້າຮ່ວມທັງພາກລັດ ແລະ ເອກະຊົນ ໄດ້ເຂົ້າໃຈກ່ຽວກັບການປົກປ້ອງຂໍ້ມູນສ່ວນຕົວໃຫ້ມີຄວາມປອດໄພ ແລະ ໃຫ້ເຫັນເຖິງຄວາມສໍາຄັນໃນການແກ້ໄຂບັນຫາດັ່ງກ່າວຮ່ວມກັນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo

ຂອບ​ໃຈແຫຼ່ງຂໍ້ມູນຈາກ: ກຕສ