ຄໍາວ່າ “ໝົດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝົດ” ມີຄວາມໝາຍແນວໃດ?

ຄໍາວ່າ “ໝົດ” ໝາຍເຖິງບໍ່ມີ ຫຼື ສ້ຽງ ຊຶ່ງເປັນຄໍາເວົ້າທີ່ໃຊ້ ເພື່ອອະທິບາຍໃຫ້ຄົນອື່ນເຂົ້າໃຈວ່າ ສິ່ງທີ່ຢາກ ເວົ້ານັ້ນຖືກໃຊ້ໄປຈົນໝົດ ຫຼື ບໍ່ມີ ເປັນຕົ້ນ ໝົດເງິນໝົດຄໍາ, ໝົດແຮງ, ໝົດຕົວ ຫຼື ໝົດເນື້ອໝົດຕົວ (ບໍ່ມີເງິນບໍ່ມີຄໍາ), ໝົດທ່າ (ເສຍທ່າ), ໝົດເປືອກ (ສະແດງອອກໃຫ້ຄົນອື່ນເຫັນຈົນໝົດ), ແຕ່ຖ້າເບື່ອ ແລະ ບໍ່ຮັກ ຫຼື ບໍ່ມີໃຈເອີ້ນ ໝົດໃຈ (ໝົດຈິດໝົດໃຈ ກໍວ່າ), ໝົດເວລາ ແມ່ນເວລາບໍ່ມີແລ້ວ, ໝົດຫົນທາງແມ່ນບໍ່ມີທາງອອກ, ໝົດມື້ ແມ່ນໃຊ້ເວລາແຕ່ເຊົ້າຈົນຄໍ່າ ແຕ່ໝົດຄືນແມ່ນແຕ່ຄໍ່າຈົນແຈ້ງ ແລະ ອື່ນໆ. ຄໍາວ່າ “ໝົດ” ກົງກັນຂ້າມກັບ ຄໍາວ່າ “ມີ, ຍັງ, ຍັງເຫຼືອ”

ນອກຈາກນີ້, “ໝົດ” ຍັງໃຊ້ເວົ້າໃນການອະນາໄມປັດກວດ ຊຶ່ງໝາຍເຖິງກ້ຽງ ຫຼື ສະອາດ ເຊັ່ນ: ປັດໜ້າ ບ້ານໝົດດີ (ກ້ຽງດີ), ປັດຝຸ່ນໝົດດີ, ອະນາໄມໝົດດີ ເປັນຕົ້ນ. “ໝົດ” ຍັງໝາຍເຖິງສຸດ ຫຼື ສິ້ນສຸດ ເຊັ່ນ: ໝົດອາຍຸ ຫຼື ໝົດຊີວິດ (ຕາຍ), ໝົດທຸກໝົດໂສກ ບໍ່ມີເຄາະເຂັນ ບໍ່ເຈັບບໍ່ເປັນ (ມັກເວົ້າເວລາຄົນເສຍຊີວິດ ເຊັ່ນກັນ), ໝົດທາງໄປ ຫຼື ໝົດທາງອອກ ໝາຍເຖິງທາງຕັນ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໝົດ”.

“ໝົດ” (1. ຄໍາກິລິຍາ) ບໍ່ມີ, ສ້ຽງ, ກ້ຽງ, ສະອາດ, ສຸດ.

ຕົວຢ່າງ:

  • ອາກາດຮ້ອນ, ເຮັດໃຫ້ການລົງທຶນລ້ຽງປາຂອງ ພໍ່ໃຫຍ່ສີ ຕາຍໝົດ ເຮັດໃຫ້ລາວໝົດຕົວ ແລະ ໝົດແຮງຈະສູ້ຕໍ່ໄປ.
  • ເນນນ້ອຍ ພາກັນປັດກວດໃບໄມ້ທີ່ຫຼົ່ນລົງພື້ນ ໃນເຂດວັດຈົນໝົດກ້ຽງ ແລະ ຈັດກອງໄວ້ຢ່າງເປັນລະບຽບງາມຕາ.
  • ຊ່ວງນີ້ ອາກາດຮ້ອນຫຼາຍຄາດວ່າໝົດເດືອນນີ້ ຄ່ານໍ້າຄ່າໄຟຟ້າໜ້າຈະໝົດເປັນລ້ານກີບ ພຸ້ນລະ ເພາະຢູ່ເຮືອນມີເຄື່ອງປັບອາກາດຕັ້ງ 2 ໜ່ວຍ.
  • ຢູ່ຫ້ອງການໄດ້ແຈ້ງໃຫ້ພະນັກງານຮັບຊາບວ່າ ພໍ່ເຖົາຄົນຫ້ອງການໝົດບູນມື້ກ່ອນ ຖ້າໃຜທັນໃຫ້ໄປອົບອຸ່ນຊ່ວຍກັນ.

ສະຫຼຸບ.

ຄໍາວ່າ “ໝົດ” ແມ່ນບໍ່ມີ, ແມ່ນສ້ຽງ ຫຼື ບໍ່ເຫຼືອ  ອາດເປັນວັດຖຸ ເງິນຄໍາ, ເຫື່ອແຮງ ຫຼື ຢ່າງອື່ນ. ຄໍາວ່າ “ໝົດ” ກົງກັນຂ້າມກັບ ຄໍາວ່າ “ມີ, ຍັງ, ຍັງເຫຼືອ”. ນອກຈາກນີ້, “ໝົດ” ແມ່ນກ້ຽງ ຫຼື ສະອາດ (ໝົດຈົດ). “ໝົດ” ແມ່ນສຸດ ຫຼື ສິ້ນສຸດ ອາດເປັນຊີວິດ ຫຼື ຫົນທາງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo