ຄໍາວ່າ “ໝາກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໝາກ” ມີຄວາມໝາຍແນວໃດ?

ຄໍາວ່າ “ໝາກ” ໝາຍເຖິງຕົ້ນໝາກ ຊຶ່ງແມ່ນຊື່ຕົ້ນໄມ້ແນວນຶ່ງ ນອນໃນຕະກຸນປາມ ແລະ ໝາກພ້າວ, ລໍາຕົ້ນບໍ່ມີແກນ ໜ່ວຍມົນນ້ອຍໆ ຄົນສະໄໝກ່ອນນິຍົມກັນໃຊ້ຄ້ຽວກັບພູ, ປູນຂາວ ແລະ ຢາເສັ້ນ ເອີ້ນ ຄ້ຽວໝາກ ໃນປະຈຸບັນຍັງສາມາດເຫັນໄດ້ທົ່ວໄປຢູ່ປະເທດມຽນມາ. ສ່ວນຢູ່ອື່ນແມ່ນບໍ່ຄ່ອຍພົບເຫັນ. “ໝາກ” ຍັງໝາຍເຖິງຜົນລະໄມ້ ຫຼື ໝາກໄມ້ ແລະ ເປັນຄໍານໍາໜ້າໝາກໄມ້ຊະນິດຕ່າງໆ ເຊັ່ນ: ໝາກນາວ, ໝາກກ້ຽງ, ໝາກພຸກ ຫຼື ໝາກກ້ຽງໃຫຍ່ ຫຼື ໝາກສົ້ົ້ມໂອ, ໝາກປີ, ໝາກກ້ວຍ, ໝາກສາລີ,  ແລະ ໝາກອື່ນໆ. ພິເສດແມ່ນ “ໝາກກອກ” ເພາະມີ 2 ຄວາມໝາຍ ໜຶ່ງແມ່ນຊື່ໝາກໄມ້ແນວນຶ່ງເອີ້ນ ໝາກກອກ ຄົນກິນ ໄດ້ລົດຊາດສົ້ມ ແລະ ຝາດນ້ອຍນຶ່ງ ສອງແມ່ນການເຮັດນິ້ວມືງໍເຂົ້າ ແລ້ວເອົາດ້ານ ຫຼັງເຄາະຫົວ (ໝາກກອກຈິກຫົວ).

ນອກຈາກນີ້, “ໝາກ” ເວລານໍາໄປປະສົມກັບໍາອື່ນຍັງໃຫ້ຄວາມໝາຍເປັນແນວໃໝ່ອີກເຊັ່ນ: ໝາກກ້າແມ່ນ ກ້າທີ່ບໍ່ໄດ້ ຫຼົກໄປດໍາ ແລ້ວປະໃຫ້ແກ່ເປັນເຂົ້າຮຽກ ໝາກກ້າ. ໝາກເກັບ ແມ່ນຊື່ການຫຼີ້ນຂອງເດັກນ້ອຍ ຢ່າງນຶ່ງໃຊ້ລູກກະບາດສະກາທອດລົງ ແລ້ວຍ້າຍຕົວສະກາຕາມແຕ້ມໃນລູກບາດສະກາ (ທະມິນ ບາສກາ). ໝາກ ເສືອກິນໝູ ແມ່ນການຫຼີ້ນແນວນຶ່ງ ໂດຍໃຊ້ແຜ່ນແປ້ນເປັນຕາໆມີ 16 ຕາ ສົມມຸດໃຫ້ມີເສືອ 4 ຕົວ ມີໝູ 12 ຕົວ ແລ້ວຈັບຍ້າຍໄປມາເທິງແຜ່ນແປ້ນທີ່ເປັນຕາໆນັ້ນໆ.

SA Game
DooDiDo

ໝາກສົບໄຖ ແມ່ນເຫຼັກ ຫຼື ຂາງຫຼໍ່ເປັນ ຮູບເປໆ ປາຍແຫຼມຄົມໃຊ້ໄຖນາ. ໝາກແທນ ແມ່ນເຄື່ອງໃຊ້ແນວນຶ່ງ ເຮັດເປັນໜ່ວຍມົນໆທໍ່ໝາກກະທັນ ຮ້ອຍໃສ່ກັນເປັນພວງໃຊ້ເປັນຄະແນນນັບໃນເວລາພາວະນາ (ໝາກທຸບແທນ ກໍ່ວ່າ). ໝາກບ້າຫົວເຂົ່າ ແມ່ນດູກຫົວເຂົ່າ. ໝາກເຫັບ ແມ່ນນໍ້າກ້ອນຝົນທີ່ຕົກລົງມາຍັງບໍ່ເປື່ອຍ. ໝາກຫວີດ ແມ່ນເຄື່ອງເປົ່າໃຫ້ ສັນຍານສຽງດັງຫວີດ. ໝາກຫວິນ ແມ່ນເຄື່ອງເອ້ຍ້ອງເຮັດດ້ວຍເງິນ ທອງ ຄາ ຮູບກົມສໍາລັບຮ້ອຍໃສ່ເຄົາ ງົວ. ໝາກຮຸກ (ໝາກລຸກ) ແມ່ນການຫຼີ້ນພະນັນຢ່າງນຶ່ງ ຍ້າຍເທິງແປ້ນມີ 64 ຕາ ໂຕໝາກຮຸກແບ່ງເປັນ 2 ຝ່າຍ ຊຶ່ງຝ່າຍນຶ່ງໆ ມີຂຸນຜູ້ນຶ່ງເປັນນາຍແກ່ໝູ ມີເສນາ 2 ຄົນ ມ້າ 2 ໂຕ ເຮືອ 2 ລໍາ ມະຫາດເລັກ 2 ພົນທະຫານ 14.

ໝາກຂ່າງ ແມ່ນການຫຼີ້ນພື້ນບ້ານແນວນຶ່ງ ໂຕໝາກຂ່າງ ເຮັດດ້ວຍໄມ້ໃຫ້ມີຮູບຮ່າງ ຄືກັບຈວຍຫົວແຫຼມ ໃຊ້ເຊືອກພັນຫຼາຍຮອບ ຖີ້ມລົງດິນໃຫ້ປັ່ນ ແລະ ໃຊ້ໝາກຂ່າງໜ່ວຍອື່ນຕີ ຫຼື ຊັບ. ໝາກແຕກ ແລະ ໝາກໂບມບີ ແມ່ນໝາກລະເບີດ ຊຶ່ງແມ່ນອາວຸດຊະນິດລະເບີດ ມີລັດສະໝີທໍາລາຍ ລ້າງເປັນວົງກວ້າງ ເຮັດໃຫ້ສີ່ງອ້ອມຂ້າງໃຫ້ເປເພເສຍຫາຍ, ຖ້າເປັນຄົນ ແລະ ສັດແມ່ນອາດຕາຍ ຫຼື ເຈັບໄດ້. ໝາກກະໂພກ ແມ່ນລະເບີດ ເຊັ່ນກັນແຕ່ບໍ່ແມ່ນອາວຸດທໍາລາຍ ເປັນສິ່ງນຶ່ງທີ່ນໍາມາຈຸດ ເພື່ອ ສະຫຼອງເທດສະການ ໂດຍສະເພາະແມ່ນບູນກິນຈຽງ (ກຸດຈີນ, ເຕດຫວຽດນາມ). ໄດ້ຮັບໝາກຮັບຜົນ ແມ່ນປະສົບຜົນສໍາເລັດ ຫຼື ມີຜົນສໍາເລັດໃນການເຮັດສິ່ງໃດນຶ່ງ. ໝາກສຸກໝາກໃສ ແມ່ນຊື່ພະຍາດແນວ ນຶ່ງທີ່ເປັນຕຸ່ມອອກຕາມຕົນໂຕຂອງຄົນ. ໝາກບານ ແມ່ນເຄື່ອງຫຼີ້ນໃນການແຂ່ງຂັນກິລາ ແບ່ງອອກເປັນ ຫຼາຍແນວ ເຊັ່ນ ບານຕີ, ບານເຕະ, ບານບ້ວງ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໝາກ”.

“ໝາກ” (1. ຄໍານາມ) ຊື່ຕົ້ນໄມ້ແນວນຶ່ງ ຕົ້ນບໍ່ມີແກນເປັນພວກຕົ້ນພ້າວ ໜ່ວຍໃຊ້ຄ້ຽວກັບພູ. ໜ່ວຍ, ຜົນ, ເປັນຄໍານໍາໜ້າໝາກໄມ້ຊະນິດຕ່າງໆ ດັ່ງໝາກມ່ວງ, ໝາກຂາມ ເປັນຕົ້ນ.

ຕົວຢ່າງ:

  • ແມ່ຕູ້ອາຍຸໄດ້ 100 ປີແລ້ວ ແຕ່ແຂ້ວລາວຍັງບໍ່ຫຼົ່ນພໍເຫຼັ້ມ ຫຼາຍຄົນວ່າຍ້ອນລາວຄ້ຽວໝາກ ຈິ່ງ ເຮັດໃຫ້ແຂ້ວລາວໝັ້ນ.
  • ປະເທດລາວ ເປັນປະເທດເຂດຮ້ອນຊຸ່ມ ເຮັດໃຫ້ມີໝາກໄມ້ນາໆຊະນິດ ທັງໝາກໄມ້ປ່າ, ໝາກ ໄມ້ພື້ນເມືອງ ແລະ ໝາກໄມ້ທີ່ນໍາເຂົ້າມາປູກຈາກຕ່າງປະເທດ ເຊັ່ນ: ໝາກໄຟ, ໝາກແງວ, ໝາກສ້ານ, ໝາກກ້ວຍປ່າ, ໝາກຈອງບານ, ໝາກຈອງ, ໝາກກ້ວຍ (ປູກ), ໝາກກະທັນ, ໝາກກ້ຽງ, ໝາກໝັ້ນ, ໝາກຄາຍ, ໝາກໂກໆ, ໝາກອາ ໂວກາໂດ, ໝາກລະແຊງ ແລະ ອື່ນໆ.

ສະຫຼຸບ.

ຄໍາວ່າ “ໝາກ” ແມ່ນຊື່ຕົ້ນໝາກ ຊຶ່ງແມ່ນຕົ້ນໄມ້ແນວນຶ່ງ ໃຊ້ໝາກເພື່ອຄ້ຽວກັບພູ, ປູນຂາວ ແລະ ຢາ ເສັ້ນ ເປັນວິຖີຊີວິດຂອງຄົນພື້ນບ້ານເຂດອາຊີ ໂດຍສະເພາະອາຊີຕາເວັນອອກ ຊ່ຽງໃຕ້. ຕົ້ນໝາກບໍ່ມີ ແກນ ນອນໃນຕະກຸນດຽວກັບຕົ້ນປາມ ແລະ ໝາກພ້າວ. ໝາກຍັງໃຊ້ເຂົ້າໃນພິທີກໍາຕ່າງໆ ຂອງຄົນໃນ ເຂດທີ່ໄດ້ກ່າວມາຂ້າງເທິງ.  “ໝາກ” ຍັງໝາຍເຖິງຜົນລະໄມ້ ຫຼື ໝາກໄມ້ ຫຼື ໜ່ວຍໝາກໄມ້. ພ້ອມກັນ ນັ້ນ, ຍັງເປັນຄໍານໍາໜ້າຂອງການໃຊ້ເອີ້ນໝາກໄມ້ຊະນິດຕ່າງໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo