ຄໍາວ່າ “ທາດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ທາດ” ມີຄວາມໝາຍແນວໃດ?

ຄໍາວ່າ “ທາດ” ແມ່ນຄໍາສັບທີ່ນໍາມາໃຊ້ຈາກຄໍາປາລີວ່າ “ທາສາ” ໝາຍເຖິງຂ້າທາດ ຫຼື ຂ້ອຍຂ້າມ້າຕ່າງ ຫຼື ຄົນໃຊ້ຜູ້ຊາຍ ຊຶ່ງໃນເມື່ອກ່ອນແມ່ນໄດ້ຈາກການໄປໄຖ່ເອົາທາດຜູ້ອື່ນມາດ້ວຍຊັບສິນ ຫຼື ພວກຊະເລີຍ ທີ່ໄດ້ຈາກການກວດຕ້ອນ ແລະ ຈັບມາຈາກສົງຄາມ. “ທາດ” ຍັງແມ່ນຄໍາປາລີທີ່ນໍາມາໃຊ້ເຊັ່ນກັນ “ທາຕຸ” ໝາຍຄວາມວ່າເປັນສິ່ງທີ່ເປັນຕົ້ນເດີມ ຫຼື ສິ່ງທີ່ເປັນມູນຮາກ ເຊັ່ນ: ດິນ, ນໍ້າ, ລົມ, ໄຟ ຫຼື ປະຈຸບັນເອີ້ນ ກັນວ່າແມ່ນທາດເຄມີ ໂດຍມີການແບ່ງອອກເປັນຫຼາຍປະເພດ ດັ່ງ ທາດອາຍ (ໄດ້ແກ່ຈໍາພວກອາຍແກສ໌ ທັງຫຼາຍ ແລະ ສິ່ງທີ່ລະເຫີຍອາຍຢູ່), ທາດແຫຼວ (ໄດ້ແກ່ນໍ້າ, ນໍ້າມັນ, ເຫຼົ້າ ແລະ ທາດທີ່ຖືກຫຼອມລະ ລາຍໃຫ້ແຫຼວບໍ່ແຂງ ແລະ ບໍ່ເປັນອາຍ), ທາດແຂງ (ໄດ້ແກ່ເຫຼັກ, ເງິນ, ຄໍາ, ທອງ ເປັນຕົ້ນ). ທາດຍັງ ແບ່ງມີ ອົງຄະທາດ ຫຼື ທາດອິນຊີ ແລະ ອະນົງຄະທາດ ແລະ ອື່ນໆ. ພ້ອມນັ້ນ, ຍັງມີການເອີ້ນ ທາດ ບຳລຸງ, ທາດປະສົມ, ທາດພິດ ເປັນຕົ້ນ.

ນອກຈາກນີ້, “ທາດ” ຍັງໝາຍເຖິງເຈດີ ເປັນສິ່ງເຄົາລົບບູຊາຂອງຜູ້ຖືສາດສະໜາພຸດ ຊຶ່ງເປັນສິ່ງປຸກສ້າງ ຢ່າງນຶ່ງເປັນແທ່ງສູງຂຶ້ນ ຕີນໃຫຍ່ທາດຈະໃຫຍ່ ແລະ ຈ້ວຍນ້ອຍຂຶ້ນທາງຈອມທາດ ວັດສະດຸສ່ວນໃຫຍ່ ແມ່ນເຮັດຈາກດີນຈີ່ ຫຼື ກ້ອນອິດ. ການກໍ່ສ້າງທາດແມ່ນມີຮູບຮ່າງແຕກຕ່າງກັນໄປຕາມສະຖາປະນິກຂອງ ແຕ່ລະອານາຈັກ ຫຼື ຕາມເຂດ ຫຼື ຕາມເຜົ່າ ຊຶ່ງໂດຍລວມເຮົາຈະເຫັນມີຮູບຈວຍກົມ, ຮູບທ່ອນ 4 ລ່ຽມ, ຮູບທ່ອນ 6 ລ່ຽມ, ຮູບທ່ອນ 8 ລ່ຽມ ເປັນຕົ້ນ. ພ້ອມກັນນັ້ນ, “ທາດ” ຍັງໝາຍເຖິງເຈດີທີ່ກໍ່ເພື່ອບັນຈຸອັດ ຖິ ຫຼື ກະດູກ ຂອງຄົນຕາຍທີ່ເຜົາແລ້ວ.

SA Game
DooDiDo

“ທາດ” ເວລານໍາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍແຕກ ຕ່າງກັນອອກໄປຄື: ທາດໆ ແມ່ນສຽງດັງຢ່າງນຶ່ງ ດັ່ງສຽງນໍ້າໄຫຼພາດກ້ອນຫີນ ເປັນຕົ້ນ, ທາດແທ້ ແມ່ນຄວາມຈິງ ຫຼື ພຶດຕິກໍາຂອງນິດໃສໃຈຄໍຕົວຈິງ ບໍ່ແມ່ນຂີ້ຕົວະ, ທາດລົ້ມ ແມ່ນຜູ້ຊາຍທີ່ບໍ່ມີສະມັດຕະພາບທາງເພດ ຫຼື ນົກເຂົາບໍ່ຂັນ ຫຼື ຂອງບໍ່ແຂງ ຫຼື ອາໄວຍະວະເພດບໍ່ແຂງຕົວ ເຮັດໃຫ້ບໍ່ສາມາດປະສົມພັນໄດ້ ແລະ ອື່ນໆ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າທາດ”.

“ທາດ” (1. ຄໍານາມ) (ມາຈາກຄໍາປາລີວ່າ ທາສາ) ຄົນໃຊ້ຜູ້ຊາຍ. ຂ້ອຍຂ້າຜູ້ຊາຍ (ບູຮານໝາຍເອົາຄົນ ທີ່ໄຖ່ມາດ້ວຍຊັບ ຫຼື ພວກຊະເລີຍ). (2. ຄໍານາມ) (ມາຈາກຄໍາປາລີວ່າ ທາຕຸ) ສິ່ງທີ່ເປັນຕົ້ນເດີມ, ສິ່ງທີ່ ເປັນມູນຮາກ, ສິ່ງສໍາຄັນໃນຮ່າງກາຍ ຄື ດິນ, ນໍ້າ, ລົມ, ໄຟ, ດູກ ຂອງຄົນຕາຍທີ່ເຜົາແລ້ວ ສ່ວນຫຼາຍ ໝາຍເອົາກະດູກຂອງພະພຸດທະເຈົ້າ ແລະ ພະອໍລະຫັນ ຫຼື ຜົມຂອງພະພຸດທະເຈົ້າ ເຈດີທີ່ກໍ່ກວມກະດູກ ຂອງຄົນຕາຍທີ່ເຜົາແລ້ວ. ທາດຫຼວງ ແມ່ນທາດໃຫຍ່, ເຈດີໃຫຍ່.

ຕົວຢ່າງ:

  • ໃນ 200 ປີຍ້ອນຫຼັງ ໂດຍສະເພາະແມ່ນສະໄໝສັກດີນາ ແມ່ນມີການເຮັດສົງຄາມ ແລະ ກວດ ຕ້ອນເອົາຄົນໄປເປັນຂ້າທາດ ຖືວ່າເປັນເລື່ອງປົກກະຕິ.
  • ປະເທດອາເມລິກາປະເກີດເລີກທາດໃນວັນທີ 22 ເດືອນກັນຍາ ປີ ຄສ 1862 ແລະ ມີຜົນບັງຄັບໃຊ້ ໃນວັນທີ 1 ເດືອນມັງກອນ ປີ 1863.
  • ຜ່ານການວິໃຈ, ຄົ້ນຄວ້າຂອງນັກວິທະຍາສາດ ປະຈຸບັນມະນຸດສາມາດຄົ້ນພົບທາດເຄມີທັງໝົດ 118 ທາດ.
  • ທາດທີ່ດັງໃນລາວ ໄດ້ແກ່ ທາດຫຼວງວຽງຈັນ ຢູ່ນະຄອນຫຼວງວຽງຈັນ, ທາດອີງຮັງແຂວງສະຫວັນ ນາເຂດ.
  • ຢູ່ວັດມີທາດບັນຈຸກະດູກຄົນຕາຍຈໍານວນຫຼວງຫຼາຍ ສ່ວນໃຫຍ່ຂຽນວັນເດືອນປີເກີດ ແລະ ວັນ ເດືອນປີຕາຍໃສ່.

ສະຫຼຸບ.

ຄໍາວ່າ “ທາດ” ໝາຍເຖິງຂ້າທາດ ຫຼື ຄົນຮັບໃຊ້ຜູ້ຊາຍ ຫຼື ຂ້ອຍຂ້າມ້າຕ່າງຜູ້ຊາຍ ທີ່ໄດ້ຈາກການໄຖ່ເອົາ ທາດຂອງຜູ້ອື່ນມາດ້ວຍຊັບ ຫຼື ພວກຊະເລີຍເສີກທີ່ເສຍສົງຄາມ ແຕ່ປະຈຸບັນແມ່ນບໍ່ມີແລ້ວ. ໝາຍເຖິງ ທາດດິນ, ນໍ້າ, ລົມ, ໄຟ ຫຼື ເອີ້ນທາດເຄມີ ປະຈຸບັນຜ່ານການຄົ້ນຄວ້າຂອງນັກວິທະຍາສາດ ແລະ ໄດ້ ຮັບຮອງເອົາມີ 118 ທາດ. ໝາຍເຖິງເຈດີ ຫຼື ພະທາດ, ໝາຍເຖິງທາດບັນຈຸກະດູກຂອງຄົນຕາຍທີ່ເຜົາແລ້ວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo