ຄໍາວ່າ “ໂຕໝູ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ໂຕໝູ” ມີຄວາມໝາຍແນວໃດ?

ຄໍາວ່າ “ໂຕໝູ” ແມ່ນສັດສີ່ຕີນມີເລັບແບ່ງກ່າງ, ເລັບເປັນທາດເຂົາ ຫູຍາວ (ສອງຫູ) ປາກຍື່ນຍາວອອກ ມາດັ່ງໃຫຍ່ ແລະ ເບີ ໃຊ້ດຸດດິນ ເພື່ອຄຸ້ຍຫາອາຫານ ແລະ ໃຊ້ດົມກີ່ນໄດ້ດີຫຼາຍ. ໂດຍທົ່ວໄປໝູເປັນສັດ ທີ່ໂຕອ້ວນໜັງເປັນນໍ້າມັນໜາ. ໝູມີຫຼາຍແນວຖືກເອີ້ນຕາມລັກສະນະ ດັ່ງ ໝູລາດ, ໝູປ່າ, ໝູພັນ. ສໍາ ລັບໝູປ່າ ແລະ ມູລາດມີຜິວສີດໍາ. ສ່ວນໝູພັນມີສີຜິວເປັນສີດ່ອນ (ສີຂາວອອນອອກແດງເລັກນ້ອຍ).

ໝໝູຜູ້ ພໍ່ພັນ ໝູຕອນ. ໝູເວລາເດີນໄປມັກຮ້ອງ ອູດໆ.

ໝູແມ່ ຫຼື ແມ່ພັນສາມາດເກີດລູກເທື່ອນຶ່ງໄດ້ຫຼາຍໂຕ ເອີ້ນ ຄອກ, ໝູຜູ້ ຫຼື ໝູເຖິກຖ້າຖືກຕອນເອີ້ນ ໝູ ຕອນ. ໝູລາດ, ໝູປ່າ, ໝູພັນ ມີລັກສະນະແຕກຕ່າງກັນໄປ ແຕ່ສາມາດນໍາຊີ້ນມັນມາບໍລິໂພກຖືກນໍາໄປ ແປຮູບ ເພື່ອເປັນອາຫານຫຼາຍຢ່າງ ເຊັ່ນ: ໝູຝອຍ, ອົບໝູ, ຊີ້ນໝູປີ້ງ, ໝູແດດດຽວ, ສົ້ມໝູ, ແຄບໝູ, ໝູຕຸນ, ໝູປີ່ນ. ນອກຈາກນັ້ນ ຍັງສາມາດນໍາໄປແຕ່ງກັບຜັກໄດ້ຫຼາກຫຼາຍເມນູ ອີກດ້ວຍ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າໂຕໝູ”.

“ໂຕໝູ” (1. ຄໍານາມ). ສັດສີ່ຕີນຈໍາພວກເລັບແບ່ງ ເປັນສັດລ້ຽງກໍມີ ສັດປ່າກໍມີ.

ຕົວຢ່າງ:

  • ຕອນເຊົ້າມື້ນີ້, ກິນສົ້ມໜັງໝູປ່າແຊບຫຼາຍ ທັງມັນທັງສົ້ມແບບມີເອກະລັກແຕກຕ່າງຈາກໝູພັນ.
  • ແມ່ໄປຕະຫຼາດຊຶ້ຊີ້ນໝູ ເພື່ອມາຕົ້ມເຂົ້າປຽກກິນ. ນອກນັ້ນ ຍັງຊຶ້ຜັກອີກຈໍານວນນຶ່ງເພື່ອມາປະ ກອບກັບເຂົ້າປຽກ.
  • ຟາມລ້ຽງໝູ ໄດ້ຖືກອອກແບບມາເປັນຢ່າງດີ ເພື່ອລ້ຽງໝູ ແລະ ບໍ່ໃຫ້ມີມົນລະພິດຕໍ່ຄົນຢູ່ໃກ້ຟາມ ດັ່ງລະບົບກິ່ນ, ລະບົບຮັກສາຄວາມສະອາດ, ລະບົບອາຫານ ເປັນຕົ້ນ.

ສະຫຼຸບ.

ຄໍາວ່າ “ໂຕໝູ” ເປັນສັດອ້ວນ ໜັງເປັນນໍ້າມັນໜາ, ຮ້ອງ ອູດໆ ເປັນສັດສີ່ຕີນມີເລັບເປັນທາດເຂົາແບ່ງ ກ່າງ, ຫູຍາວ, ປາກຍື່ນຍາວອອກມີດັ່ງໃຫຍ່ໃຊ້ດຸດຄຸ້ຍຫາອາຫານ. ໝູຖືກເອີ້ນຕາມລັກສະນະ ດັ່ງ ໝູລາດ, ໝູປ່າ, ໝູພັນ. ສີຜິວບາງແນວສີດໍາ, ບາງແນວສີດ່ອນ. ໝູ່ສາມາດເກີດລູກເທື່ອນຶ່ງໄດ້ຫຼາຍໂຕ ແລະ ຖືກຄົນນໍາມາປຸງແຕ່ເປັນອາຫານໄດ້ຫຼາກຫຼາຍແນວ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo