ຄໍາວ່າ “ອໍານາດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ອໍານາດ” ມີຄວາມໝາຍແນວໃດ?

ຄໍາວ່າ “ອໍານາດ” ໝາຍເຖິງສິດທິຂອງບຸກຄົນ, ອົງກອນ ຫຼື ການຈັດຕັ້ງໃດນຶ່ງ ທີ່ກໍານົດອອກມາໃຫ້ສິດ ໃນການບັງຄັບບັນຊາຕາມກົດໝາຍ, ລັດຖະທໍາມະນູນ ເຊັ່ນ: ອາດນາດຂອງປະທານປະເທດ, ອໍານາດ ຂອງນາຍົກລັດຖະມົນຕີ, ອານາດຂອງລັດຖະມົນຕີ, ອໍານາດຂອງນາຍ ແລະ ພົນທະຫານ, ອໍານາດຂອງ ເຈົ້າໜ້າທີ່, ອໍານາດສານ. ບາງຄັ້ງກໍມາອໍານາດມືດ ຫຼື ອໍານາດເຖື່ອນບັງຄັບໂດຍຜິດກົດໝາຍກໍມີ ເປັນ ຕົ້ນ ອໍານາດຂອງກຸ່ມມາເຟຍ ເຈົ້າພໍ່, ກຸ່ມແກ້ງອັນຕະພານ. “ອໍານາດ” ຍັງໝາຍເຖິງກໍາລັງ ດັ່ງ ອໍານາດ ທໍາລາຍລ້າງຂອງປືນໃຫຍ່, ອໍານາດຂອງກອງທັບ.

ນອກຈາກນີ້, “ອໍານາດ” ຍັງໝາຍເຖິງຄວາມສາມາດ, ມີລິດເດດ ລວມທັງມີພະລັງ ເຮັດໃຫ້ບັນດານໃຈໃຫ້ ເກີດສິ່ງໃດສິ່ງນຶ່ງ ຫຼື ເຮັດໃຫ້ຄົນອື່ນເຮັດຕາມ ເຊັ່ນ: ອໍານາດສິ່ງສັກສິດ, ອໍານາດຂອງພະສີລັດຕະນະໄຕ, ອໍານາດຂອງ ພະພຸດພະທໍາຄູບາອາຈານ, ອໍານາດຂອງເຈົ້າຖີ່ນເຈົ້າຖານ, ອໍານາດຂອງຜີສາງ, ອໍານາດ ຂອງສິ່ງລີ້ລັບ, ອໍານາດຂອງຄາຖາອາຄົມ, ອໍານາດຂອງມົນຕຼາ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າອໍານາດ”.

“ອໍານາດ” (1. ຄໍານາມ). ສິດທິ, ຄວາມສາມາດ, ກໍາລັງ, ຄວາມບັງຄັບ, ການບັງຄັບ, ລິດເດດ.

ຕົວຢ່າງ:

  • ປະທານບໍລິສັດມີອໍານາດໃນການຕັດສິນໃຈຕໍ່ການດໍາເນີນທຸລະກິດຂອງບໍລິສັດ ເພື່ອໃຫ້ເດີນໜ້າ ຕໍ່.
  • ອາວຸດນິວເຄລຍ ມີອໍານາດທໍາລາຍລ້າງສູງ, ອັນຕະລາຍ ແລະ ສົ່ງຜົນກະທົບທາງລົບເປັນເວລາ ຍາວນານຫຼາຍສີບປີ.
  • ສັງເກດເຫັນວ່າ ຫຼາຍວັນນີ້ທ້າວສີ ມີອາການແປກປະຫຼາດ ເມຍລາວພາໄປດູໝໍວ່າຖືກອໍານາດ ຜີສາງຄອບງໍາ ເພາະໄປເຮັດຜິດໃນສິ່ງທີ່ໄທບ້ານຕ້ອງຫ້າມ.

ສະຫຼຸບ.

ຄໍາວ່າ “ອໍານາດ” ແມ່ນສິດທິຂອງຄົນ, ການຈັດຕັ້ງໃດນຶ່ງ ທີ່ລະບຸໄວ້ຕາມກົດໝາຍ, ລັດຖະທໍາມະນູນ ຊຶ່ງເປັນອໍານາດທີ່ຖືກກົດໝາຍ. ນອກນັ້ນຍັງມີອໍານາດມືດ ຫຼື ອໍານາດເຖື່ອນ ທີ່ຜິດກົດໝາຍ ຊຶ່ງເຮັດໂດຍ ກຸ່ມແກ້ງໃດນຶ່ງ. “ອໍານາດ” ຍັງແມ່ນກໍາລັງຂອງການທໍາລາຍລ້າງຂອງອາວຸດ ຫຼື ຢ່າງໃດນຶ່ງ. ນອກຈາກນີ້, “ອໍານາດ” ແມ່ນຄວາມສາມາດມີລິດເດດເວດມົນມີພະລັງເກີດຂຶ້ນ ສ່ວນໃຫຍ່ແມ່ນກັບຄວາມເຊື່ອ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo