ຄໍາວ່າ “ແຫຼມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຫຼມ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຫຼມ” ໝາຍເຖິງສິ່ງຂອງ ຫຼື ສິ່ງທີ່ມີປາຍບໍ່ປູ້ ຊຶ່ງສາມາດແທງ, ຊີສິ່ງຂອງແນວອື່ນເຂົ້າໄດ້ (ກໍ ລະນີເປັນຂອງແຂງ) ເຊັ່ນ: ປາຍເຂັມແຫຼມ, ປາຍໜາມຫວາຍແຫຼມ, ປາຍເຫຼັກແຫຼມ, ຫົວເຫຼັກຕະປູແຫຼມ, ເຫຼັກຊີແຫຼມ, ຫົວກຽວ ຫຼື ນ໊ອດແຫຼມ, ໜາມໝາກຈັບແຫຼມ, ປາຍມີດແຫຼມ, ຫຼັກໄມ້ປາຍແຫຼມ, ເກັດນໍ້າ ກ້ອນມີປາຍແຫຼມ. ແຫຼມ ເປັນຄໍາກົງກັນຂ້າມກັບປູ້.

ນອກຈາກນີ້, “ແຫຼມ” ຍັງໝາຍເຖິງສະຫຼຽວສະຫຼາດ, ມີພິບໄຫວ, ມີປັນຍາ ຫຼື ຫຼັກແຫຼມ ຊຶ່ງເປັນຄົນທີ່ສາ ມາດຈື່ຈໍາ ແລະ ແກ້ບັນຫາໄດ້ໄວ, ຄິດໄລ່ໄດ້ໄວ, ຮັບຮູ້ໄວ ໂດຍທີ່ເຮົາມັກເອີ້ນກັນວ່າ ເປັນຄົນ ຫົວແຫຼມ, ເປັນຄົນມີປັນຍາສຽບແຫຼມ ຊຶ່ງກົງກັນຂ້າມກັບຄໍາວ່າຫົວປູ້, ປຶກ, ຈ້າ, ໂງ່ ຫຼື ຫົວຊ້າກໍວ່າ ແຕ່ຄວາມໝາຍ ແມ່ນບໍ່ສະຫຼາດຫຼັກແຫຼມ ນັ້ນເອງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າແຫຼມ”.

“ແຫຼມ” (1. ຄໍາກິລິຍາວິເສດ) ມີປາຍບໍ່ປູ້, ສະຫຼາດ.

ຕົວຢ່າງ:

  • ອາທິດກ່ອນ, ໃນຄະນະທີ່ອອກແຮງງານຢູ່ຂ້າພະເຈົ້າຢຽບເຫຼັກຕະປູປາຍແຫຼມ ແລະ ເປັນຂີ້ໝ້ຽງ ດັ່ງນັ້ນຈໍາເປັນຕ້ອງໄດ້ໄປສັກຢາກັນອັກເສບ ແລະ ກິນຢາຕ້ານເຊື້ອ ພ້ອມດ້ວຍຢາແກ້ປວດ.
  • ທ່ານ ແອວເບີດ ໄອສະຕາຍ ເປັນຄົນສະຫຼາດຫຼັກແຫຼມ ມີປັນຍາສຽບແຫຼມ ສາມາດຄົ້ນຄວ້າຫຼາຍ ທິດສະດີ ແລະ ຖືກນໍາມາໃຊ້ຈົນຮອດທຸກວັນນີ້.

ສະຫຼຸບ.

ຄໍາວ່າ “ແຫຼມ” ໝາຍເຖິງສິ່ງທີ່ມີປາຍບໍ່ປູ້ ປັກ, ແທງ, ຊີແນວອື່ນເຂົ້າ (ຖ້າເປັນຂອງແຂງ) ກົງກັນຂ້າມກັບປູ້. ນອກຈາກນີ້, “ແຫຼມ” ຍັງໝາຍເຖິງສະຫຼາດຫຼັກແຫຼມ, ມີປັນຍາຫຼັກແຫຼມ ກົງກັນຂ້າມກັບຄໍາວ່າ ໂງ່, ປຶກ, ຈ້າ, ຫົວປູ້, ເບົາປັນຍາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo