ຄໍາວ່າ “ແບ່ງ” ແລະ “ປັນ” ມີຄວາມໝາຍຄືກັນບໍ່ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ແບ່ງ” ແລະ “ປັນ”

ຄໍາວ່າ “ແບ່ງ” ແລະ “ປັນ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ຊຶ່ງໝາຍເຖິງການແຍກອອກ ຈາກກັນ ຫຼື ແຕກອອກຈາກກັນ ເພື່ອໃຫ້ຄົນອື່ນ ແຕ່ບໍ່ໝາຍວ່າເປັນຈໍານວນທັງໝົດ ແຕ່ຈະແມ່ນສ່ວນໃດສ່ວນນຶ່ງ ເຊັ່ນ:

ແບ່ງໃຫ້ນ້ອຍນຶ່ງຄືກັນກັບປັນໃຫ້ນ້ອຍນຶ່ງ, ແບ່ງແດ່ຄືກັນກັບປັນແດ່, ແບ່ງພູດເທົ່າກັນຄືກັນກັບປັນພູດເທົ່າ ກັນ. ພ້ອມນັ້ນ “ແບ່ງ” ແລະ “ປັນ” ຍັງໃຊ້ຄູ່ກັນໄດ້ ດັ່ງ “ແບ່ງປັນ” ໝາຍເຖິງການແບ່ງໃຫ້ ຫຼື ປັນໃຫ້ ຫຼື ເອົາ ໃຫ້ສ່ວນໃດສ່ວນນຶ່ງທີ່ບໍ່ແມ່ນຈໍານວນເຕັມ ຫຼື ທັງໝົດ.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳວ່າແບ່ງ”.

“ແບ່ງ” (1. ຄໍາກິລິຍາ) ປັນ, ປັນອອກເປັນພູດ, ແຍກອອກເປັນສ່ວນໆ, ແຍກອອກຈາກກັນ.

ຕົວຢ່າງ:

  • ນັກລົງທຶນແບ່ງເງິນປັນຜົນຈາກການເຮັດທຸລະກິດເປັນອັດຕາສ່ວນເທົ່າກັນ ແລະ ແຈກຢາຍຕາມສ່ວນ ຮ້ອຍຂອງການຖືຮຸ້ນ.
  • ຄົນສະໄໝກ່ອນຢູ່ນໍາກັນດ້ວຍຄວາມຮັກແພງ ມີຫຍັງກໍແບ່ງກັນກິນ ແລະ ບໍ່ໄດ້ຊື້ຂາຍດັ່ງທຸກວັນນີ້.

ຄວາມໝາຍຄຳວ່າປັນ”.

“ປັນ” (1. ຄໍາກິລິຍາ) ແບ່ງ, ແບ່ງໃຫ້, ແບ່ງໃຫ້ມີສ່ວນທໍ່ກັນ.

ຕົວຢ່າງ:

  • ນັກລົງທຶນປັນເງິນກໍາໄລທີ່ໄດ້ຈາກການເຮັດທຸລະກິດເປັນອັດຕາສ່ວນເທົ່າກັນ ແລະ ແຈກຢາຍຕາມສ່ວນ ຮ້ອຍຂອງການຖືຮຸ້ນ.
  • ຄົນສະໄໝກ່ອນຢູ່ນໍາກັນດ້ວຍຄວາມຮັກແພງ ມີຫຍັງກໍປັນກັນກິນ ແລະ ບໍ່ໄດ້ຊື້ຂາຍດັ່ງທຸກວັນນີ້.

ສະຫຼຸບ.

ຄໍາວ່າ “ແບ່ງ” ແລະ “ປັນ” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຄືກັນ ຊຶ່ງໝາຍເຖິງການແຍກ ຫຼື ແຕກ ອອກຈາກຈໍານວນ ຫຼື ຂະໜາດເກົ່າ ໃຫ້ເປັນສອງສ່ວນ ຫຼື ຫຼາຍກວ່ານັ້ນຂຶ້ນເມືອ ແຕ່ບໍ່ໝາຍວ່າເປັນຈໍານວນທັງ ໝົດ. ພ້ອມນັ້ນ, “ແບ່ງ” ແລະ “ປັນ” ຍັງສາມາດໃຊ້ຄວບຄູ່ກັນ ດັ່ງ “ແບ່ງປັນ” ຊຶ່ງໝາຍເຖິງ

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo