ຄໍາວ່າ “ແຖວ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ແຖວ” ມີຄວາມໝາຍແນວໃດ?

ຄໍາວ່າ “ແຖວ” ໝາຍເຖິງການຈັດລຽງກັນໃຫ້ເປັນຖັນ ຫຼື ເປັນແຖວເປັນຖັນ, ຈັດເປັນແນວລຽງກັນໄປ ຫຼື ລຽງເປັນລໍາດັບ ເພື່ອສະດວກໃນການຈັດການ, ຈັດລະບຽບ, ກວດນັບ ຫຼື ກວດກາ ແລະ ອື່ນໆ ເຊັ່ນ: ລຽນແຖວ, ຮຽງແຖວ, ຢືນແຖວ, ຫັດແຖວ, ພັກແຖວ, ຈັດແຖວໜັງສືຢູ່ຫໍສະມຸດ, ຈັດແຖວສິນຄ້າຕາມ ປະເພດ, ວາງແຖວປະເພດຜັກ, ຈັດແຖວເຍົາວະຊົນ ເປັນຕົ້ນ. ແຕ່ຖ້າຫ້ອງແຖວແມ່ນຫ້ອງພັກຢູ່ອາໃສ ຂອງຄົນ ຊຶ່ງແມ່ນເຮືອນມີຫຼາຍໆຫ້ອງລຽນກັນນັ້ນເອງ.

ນອກຈາກນີ້, “ແຖວ” ຍັງມີການເອີ້ນກັນຕາມລໍາດັບ ດັ່ງ ແຖວໜ້າ, ແຖວກາງ, ແຖວຫຼັງ, ຫົວແຖວ, ຫາງແຖວ, ທ້າຍແຖວ. “ແຖວ” ຍັງແມ່ນການບອກສະຖານທີ່ລວມໆຂອງຂົງເຂດໃດນຶ່ງ ເຊັ່ນ: ແຖວນີ້, ແຖວນັ້ນ, ແຖວພຸ້ນ, ແຖວພີ້, ແຖວບ້ານນັ້ນ, ແຖວເມືອງນີ້, ແຖວຖະໜົນ, ແຖວຕະຫຼາດ, ແຖວແຄມ ຂອງ, ແຖວແຄມນາ, ແຖວແຄມສວນ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າແຖວ”.

“ແຖວ” (1. ຄໍານາມ) ສິ່ງທີ່ລຽນກັນຢູ່, ແນວ, ລໍາດັບ, ຖັນ, ຄອງປະທັດ ທີ່ (ແຖວປ່າ)

ຕົວຢ່າງ:

  • ໃນທຸກໆວັນຈັນນັກຮຽນຈະມາຢືນລຽນແຖວກັນເປັນແນວຍາວເພື່ອເຄົາລົບທຸງຊາດ ກ່ອນເຂົ້າຫ້ອງ ຮຽນ.
  • ຫໍສະມຸດ ໄດ້ມີການຈັດປື້ມເປັນໝວດ, ໝູ່ ແລະ ເປັນຖັນເປັນແຖວ ໂດຍມີລະຫັດຕິດໄວ້ ເພື່ອ ຄວາມສະດວກໃນການຊອກຫາຂອງຜູ້ອ່ານ.

ສະຫຼຸບ.

ຄໍາວ່າ “ແຖວ” ແມ່ນຖັນ ຫຼື ແນວຊື່ ທີ່ຈັດລຽງກັນເປັນລໍາດັບ ຫຼື ເປັນຄອງໄປ ເພື່ອສະດວກໃນການຈັດ ລະບຽບ, ກວດນັບ, ກວດກາ ຫຼື ແບ່ງປະເພດ ຫຼື ແບ່ງຕາມລຸ້ນ, ໝວດໝູ່ ເປັນຕົ້ນ. “ແຖວ”ເອີ້ນຫຼາຍ ແນວ ດັ່ງ ແຖວໜ້າ, ແຖວກາງ, ແຖວຫຼັງ, ຫົວແຖວ, ຫາງແຖວ, ທ້າຍແຖວ. “ແຖວ” ແມ່ນການສະແດງ ເຖິງສະຖານທີ່ລວມໆຂອງຂົງເຂດໃດນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo