ຄໍາວ່າ “ຈັບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈັບ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈັບ” ແມ່ນຊື່ຂອງພືດຢ່າງນຶ່ງທີ່ເກີດຢູ່ນໍ້າ ຊຶ່ງຄົນເຮົານິຍົມກັນປູກຢູ່ໜອງນໍ້າ ຫຼື ໜອງປາ ເພາະມີ ຮູບຮ່າງລັກສະນະແບບດຽວກັນກັບຜັກຕົບ ແຕ່ມີໝາກຄ້າຍກັບເຂົາຄວາຍ ແລະ ສາມາດນໍາມາກິນໄດ້ເອີ້ນ ໝາກຈັບ ໂດຍແກະເອົາສ່ວນໃນສີຂາວຂອງໜ່ວຍກິນດິບ ຫຼື ນໍາມາຕົ້ມ, ໜຶ້ງໃຫ້ສຸກກິນກໍແຊບດີ. ໝາກ ຈັບ. ໝາກຈັບແມ່ນພຶດຢ່າງນຶ່ງທີ່ຢູ່ໜອງນໍ້າ. “ຈັບ” ຍັງແມ່ນໜາມໝາກຈັບທີ່ຄົນເຮົາສ້າງຂຶ້ນ ເພື່ອເຮັດຮົ້ວ ລ້ອມສວນ ຊຶ່ງເຮັດຈາກເຫຼັກລວດຍາວ ແລະ ເຫຼັກລວດຂອດມັດເປັນຈຸດຫ່າງໆກັນໄປ.

ນອກຈາກນີ້, “ຈັບ” ຍັງໝາຍເຖິງການບາຍການລູບ ຫຼື ຖືດ້ວຍມືຂອງຄົນ ຫຼື ສັດ ເຊັ່ນ: ຈັບຮາວ, ຈັບ ແຂນ, ຈັບຂາ. ແຕ່ສັດບາງຊະນິດສາມາດເອົາຕີນຈັບ, ເກາະຕິດ ຫຼື ກໍາໄດ້ ເຊັ່ນ: ລິງ ແລະ ຊະນີຈັບ ງ່າໄມ້, ນົກຈັບກິ່ງໄມ້ ເປັນຕົ້ນ. ຈັບກົງກັນຂ້າມກັບປ່ອຍ ຫຼື ວາງ. “ຈັບ” ຍັງໝາຍເຖິງການຈັບກຸມຄຸມຂັງ ຫຼື ຍຶດໄວ້ ເຊັ່ນ: ຈັບຜູ້ຮ້າຍອ້າຍຂະໂມຍ, ຈັບຂີ້ລັກມັກຈົກ, ຈັບຄົນຮ້າຍ, ຈັບໂຈນ. ແຕ່ຖ້າຈັບຈອງແມ່ນ ຍຶດຖືກໍາມະສິດ. ຈັບໃຈແມ່ນຕິດໃຈ, ຈັບສະຫຼາກແມ່ນຈົກສະຫຼາກ, ຈັບຈູດແມ່ນໃຫ້ເຮັດໂດຍທັນທີໂດຍບໍ່ ມີແຜນ ຫຼື ການບອກລ່ວງໜ້າ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈັບ”.

“ຈັບ” (1. ຄໍານາມ) ໝາກຈັບ, ໜາມໝາກຈັບ. (2. ຄໍາກິລິຍາ) ເອົາມືບາຍ ຫຼື ຕີນກໍາສິ່ງໃດສິ່ງນຶ່ງໄວ້, ເກາະ, ຕິດ. ຄຸມ, ຖື. ຍຶດໄວ້. ຈັບຈອງແມ່ນຍຶດ ຖືກໍາມະສິດ. ຈັບໃຈ ແມ່ນຕິດໃຈ.

ຕົວຢ່າງ:

  • ສະໄໝຍັງເປັນເດັກນ້ອຍ ຂ້ອຍມັກໄປລົງໜອງ ເພື່ອນໍາເອົາໝາກຈັບໄປໜຶ້ງຂາຍຢູ່ໂຮງຮຽນ.
  • ຟາມງົວລ້ອມດ້ວຍໜາມໝາກຈັບຢ່າງແໜ້າໜາຖາວອນ ເຮັດໃຫ້ມັນບໍ່ສາມາດອອກໄປທາງໃດ.
  • ຜູ້ບ່າວຈັບແກ້ມຜູ້ສາວ ແລ້ວເວົ້າອອກມາວ່າ “ຮັກເດີ” ເຮັດໃຫ້ຜູ້ສາວເຂີນອາຍ ແລະ ແກ້ມແດງ ຂຶ້ນທັນທີ.
  • ລິງໃຊ້ຕິນຈັບງ່າໄມ້ຫ້ອຍຕ້ອນແຕ້ນຢູ່ ແລະ ໃຊ້ມືຈັບໝາກກ້ວຍກິນແບບສະບາຍ ແຕກຕ່າງຈາກ ຄົນ.
  • ເຈົ້າໜ້າທີ່ຕໍ່າຫຼວດຈັບພໍ່ຄ້າຢາເສບຕິດ ແລະ ກັກໂຕໄວ້ສອບສ່ວນລາຍລະອຽດ ໂດຍບໍ່ໃຫ້ປະກັນ ໂຕ.

ສະຫຼຸບ.

ຄໍາວ່າ “ຈັບ” ແມ່ນຊື່ພືດຢູ່ໜອງນໍ້າຢ່າງນຶ່ງລັກສະນະແບບດຽວກັບຜັກຕົບ, ໝາກຄ້າຍຄືເຂົາຄວາຍ ສາມາດກິນໃນມັນໄດ້ເອີ້ນ ໝາກຈັບ. “ຈັບ” ແມ່ນໜາມລວດໃຊ້ລ້ອມຮົ້ວຢ່າງນຶ່ງທີ່ຄົນເຮົາສ້ງຂຶ້ນ ເອີ້ນ ໜາມໝາກຈັບ. ນອກຈາກນີ້, “ຈັບ” ຍັງແມ່ນການລູບການບາຍດ້ວຍມືຂອງຄົນ ຫຼື ສັດ. ແຕ່ສັດບາງ ແນວໃຊ້ຕີນຈັບ ເພື່ອເກາະຕິດ ຫຼື ກໍາໄວ້. “ຈັບ” ຍັງແມ່ນການຈັບກຸມຄຸມຂັງ ຫຼື ຍຶດໜ່ຽວໄວ້ ກົງກັນ ຂ້າມກັບປ່ອຍໄປ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo