ຄໍາວ່າ “ແຊວ” ມີຄວາມໝາຍໃນພາສາລາວແນວໃດ?

SA Game

ອະທິບາຍຄໍາວ່າ “ແຊວ” ມີຄວາມໝາຍແນວໃດ?

​ຄໍາວ່າ “ແຊວ” ນັ້ນມັກໃຊ້ກັນຫຼາຍໃນສັ່ງຄົມທົ່ວໄປ ໃນຍາມບູນສິນກີນທານຫຼາຍຄົນກໍ່ຈະເອີ້ນກັນໄປຊຸມແຊວ ສ້າງສັນ, ສຽງລົບກວດບໍ່ວ່າເກີດຂຶ້ນຈາກສີ່ງໃດໆກໍ່ຕາມເຮົາກະເອີ້ນວ່າແຊວຄືກັນ ບາງເທື່ອກະເອີ້ນວົນແຊວ.

ນອກຈາກນັ້ນ, ຍັງໃຊ້ເປັນຊື່ຂອງສັດ ແລະ ສີ່ງຂອງອີກດ້ວຍ ຕົວຢ່າງ ນົກແຊວ ຊຶ່ງເປັນນົກຊະນິດໜຶ່ງທີ່ມີສຽງມ່ວນແຕ່ມັກອອກຫາ ກີນກັນເປັນຝູງ ແລະ ສົ່ງສຽງແຊວໆນໍາກັນ. ການຈະນໍາໃຊ້ຄໍານີ້​ໃຫ້​ຖືກ​ຕ້ອງ​ຕາມຫຼັກ​ໄວ​ຍະກອນ​ຂອງ​ພາ​ສາ​ລາວ​ນັ້ນ​ເຮົາ​ຈະ​ມາ​ຮູ້​ຈັກ​ຄຳ​ນີ້​ນຳ​ກັນ.

SA Game
DooDiDo

ຄຳວ່າ “ແຊວ”.

“ແຊວ” (1. ຄໍານາມ) ຊື່ນົກແນວນຶ່ງທີ່ມີຂົນເປັນສີດໍາ (ນົກແຊງແຊວກໍວ່າ), ໂຕຜູ້ມີຂົນຫາງສອງເສັ້ນພົ້ນ ອອກ ໄປ ເອີ້ນວ່ານົກແຊວຫາງຕ່ອງ. (ເບີ່ງແຊງແຊວ), (2. ຄໍານາມ) ເຄື່ອງພາຍເຮືອຢ່າງນຶ່ງຄ້າຍຄືໄມ້ ພາຍ ແຕ່ດ້າມຍາວ ແລະ ມັດຕິດກັບເຫຼັກໄວ້. (3. ຄໍາກຳມະ) ການພາຍເຮືອດ້ວຍເຄື່ອງພາຍແນວນັ້ນ ເອີ້ນວ່າ ແຊວເຮືອ, (4. ຄໍາກຳມະ) ທໍາໃຫ້ມີສຽງດັງສະນັ່ນ, ສຽງດັງຟົດ. (5. ຄໍານາມ) ຊື່ໝາກໄມ້ແນວນຶ່ງຕົ້ນເປັນເຄືອໝາກມີລົດສົ້ມຝາດມັກເກີດຕາມບຸ່ງ.

ຕົວ­ຢ່າງ: 

  • ນົກແຊວບີນຫາເຫຍື່ອ ແລະ ກີນແມງໄມ້ຢູ່ກາງທົ່ງນາແຄມບ້ານ ຕອນຮວງເຂົ້າອ່ອນສົ່ງສຽງແຊວໆ ເບີ່ງແລ້ວເປັນຕາສະອອນເອົາແທ້ເອົາວ່າ.
  • ຂ້ອຍນອນບໍ່ຫຼັບໝົດຄືນຈົນຊອດແຈ້ງ ເພາະເຮືອນຂ້າງເຂົາຈັດງານຊຸມແຊວ ແລະ ເປີດເພັງສົ່ງສຽງລົບກວນບັນດາເຮືອນອ້ອມຂ້າງຢ່າງບໍ່ມີມາລະຍາດ ແລະ ບໍ່ເກັງໃຈກັນ.
  • ໃນເວລາເຂົ້າຫ້ອງເສັງອາຈານໄດ້ແຈ້ງກົດລະບຽບໃຫ້ນັກຮຽນໄດ້ຮັບຊາບ ໂດຍບໍ່ໃຫ້ກ່າຍກັນ, ບໍ່ໃຫ້ວົນແຊວລົບກວດຜູ້ອື່ນ ຖ້າຜູ້ໃດບໍ່ປະຕິບັດແມ່ນຈະຖືກປະຕິບັດລະບຽບ ຕາມລະບຽບການ.

ສະຫຼຸບ.

ຄໍາວ່າ “ແຊວ”​ ມີຄວາມໝາຍຫຼາຍຢ່າງ ຖ້າເປັນຄໍານາມແມ່ນຊື່ໂຕສັດຈໍານວນໜຶ່ງ ແຕ່ຖ້າເປັນຄໍາກໍາມະ ໝາຍເຖິງ​ຄວາມເນືອງນັນ, ວົນແຊວ, ສ້າງສຽງດັງລົບກວນບຸກຄົນອື່ນ ແລະ ເຮັດໃຫ້ລໍາຄານ.

ຕິດຕາມ​ຂ່າວການ​ເຄືອນ​ໄຫວທັນ​​ເຫດ​ການ ເລື່ອງທຸ​ລະ​ກິດ ແລະ​ ເຫດ​ການ​ຕ່າງໆ ​ທີ່​ໜ້າ​ສົນ​ໃຈໃນ​ລາວ​ໄດ້​ທີ່​ DooDiDo