ຄໍາວ່າ “ເລາະ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ເລາະ” ມີຄວາມໝາຍແນວໃດ?

ຄໍາວ່າ “ເລາະ” ໝາຍເຖິງການຟັນອ້ອມອອກ ຫຼື ຖາກອ້ອມອອກ ໃຫ້ນ້ອຍລົງ, ກ້ຽງລົງ ຫຼື ໃຫ້ບາງລົງກວ່າທີ່ເປັນ ຢູ່ ເຊັ່ນ: ການເລາະຕາໄມ້ໃຜ່, ການເລາະເປືອກໄມ້ອອກຈາກລໍາໄມ້, ການເລາະຫຍ້າອອກຈາກໜ້າດິນ, ການເລາະຂີ້ສະໜີມອອກຈາກເຫຼັກຂີ້ໝ້ຽງ, ການເລາະຫີນປູນອອກຈາກແຂ້ວ, ການເລາະສີເກົ່າອອກຈາກຝາເຮືອນ, ການເລາະຫີນ ແລະ ຊາຍ ເປື້ອນອອກຈາກບໍ່ຊາຍ ແລະ ອື່ນໆ.

ນອກຈາກນີ້, “ເລາະ” ຍັງໝາຍເຖິງການເລາະລ່ອງ, ເລາະເບີ່ງ ຊຶ່ງເປັນການຍ່າງໄປຍ່າງມາໃກ້ໆກັບຄົນ ໃດຄົນນຶ່ງ ຫຼື ສີ່ງໃດສີ່ງນຶ່ງ ເພື່ອວັດຖຸປະສົງບາງຢ່າງ ຕາມທີ່ຕ້ອງການ ດັ່ງ ອາດຈະເລາະສັງເກດເຮືອນ ຂ້າງ, ອາດຈະເລາະທ່ຽວເພີດເພີນ (ເລາະຫຼີ້ນ ກໍວ່າ). “ເລາະ” ຍັງແມ່ນການລຽບ (ເລາະລຽບ ກໍວ່າ) ດັ່ງ ເລາະເຂົ້າແຄມທາງ, ເລາະແຖວ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄໍາວ່າ “ເລາະ”
DooDiDo

ຄຳວ່າເລາະ”.

“ເລາະ” (1. ຄໍາກິລິຍາ) ຟັນອ້ອມອອກ, ຖາກອ້ອມອອກ. ຍ່າງໄປມາໃກ້ໆ, ແລບໄປທາງແຄມ, ແຖວ, ທາງ, ຝ່າຍ, ບໍລິເວນ, ທີ່ໃກ້ຄຽງ.

ຕົວຢ່າງ:

  • ພໍ່ຕູ້ສາ ເລາະຕາໄມ້ໃຜ່ອອກໝົດລໍາກ່ອນນໍາໄປຊັບເຮັດຝາກຕູບນ້ອຍ ທີ່ໄດ້ສ້າງໂຄງສ້າງໄວ້ເປັນທີ່ຮຽບຮ້ອຍ.
  • ຫົວໜ້າບໍລິສັດກໍ່ສ້າງ ຍ່າງເລາະເບີ່ງການເຮັດວຽກຂອງກໍາມະກອນຢູ່ສະໜາມກໍ່ສ້າງ ວ່າມີຄວາມ ເປັນຢູ່ແນວໃດ.
  • ມື້ນີ້, ມີລົດຈອດຢູ່ເທິງທາງຍ່າງຮອດ 50 ແມັດ ດັ່ງນັ້ນ ຂ້ອຍຈິ່ງໄດ້ຍ່າງເລາະແຄມທາງໄປ ຈົນໝົດບໍ່ມີລົດຈອດຕັນ ຈິ່ງໄດ້ຍ່າງທາງປົກກະຕິ.

ສະຫຼຸບ.

ຄໍາວ່າ “ເລາະ” ແມ່ນການຟັນການຖາກອ້ອມອອກດ້ວຍເຄື່ອງມື ເຊັ່ນ: ມີດ, ພ້າ, ຊ້ວານ ຫຼື ເຄື່ອງມືສະເພາະ ໃຫ້ນ້ອຍລົງ, ບາງລົງ, ກ້ຽງກວ່າທີ່ເປັນຢູ່. ນອກຈາກນີ້, “ເລາະ” ແມ່ນການເລາະລ່ອງ, ເລາະເບີ່ງ ດ້ວຍຈຸປະສົງໃດນຶ່ງ. “ເລາະ” ແມ່ນການເລາະລຽບເຂົ້າແຄມທາງຍ້ອນສິ່ງກິດຂວາງ ຫຼື ຢ່າງໃດນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ ເວົ້າ​ລາວ​ກັນ