ຄໍາວ່າ “ຫ້າມ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫ້າມ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫ້າມ” ໝາຍເຖິງບໍ່ໃຫ້ເຮັດ ຫຼື ບໍ່ໃຫ້ກະທໍາ ຊຶ່ງເປັນການຢັບຢັ້ງ ຫຼື ຂັດຂວາງ ບໍ່ອະນຸຍາດໃຫ້ ເຮັດຢ່າງໃດຢ່າງນຶ່ງດັ່ງທີ່ເຄີຍເຮັດມາ ຫຼື ຄິດຈະເຮັດ ເພາະອາດຈະເກີດເຫດໃດນຶ່ງ ດັ່ງ ອັນຕະລາຍ, ຜິດລະບຽບກົດໝາຍ, ຜິດຮີດຜິດຄອງ, ບໍ່ຖືກໃຈ ແລະ ອື່ນໆ ເຊັ່ນ: ຫ້າມລົງຫຼີ້ນນໍ້າ, ຫ້າມສົ່ງສຽງດັງ, ຫ້າມຜ່ານ, ຫ້າມເຂົ້າ, ຫ້າມສູບຢາ, ຫ້າມຈັບ, ຫ້າມສົ່ງ ສຽງດັງ ແລະ ອື່ນໆ. “ຫ້າມ” ຍັງໝາຍເຖິງເຮັດ ໃຫ້ຢຸດ ຫຼື ຜ່ອນຄວາມໄວລົງຈາກທີ່ເປັນຢູ່ ດັ່ງ ຫ້າມລົດ, ຫ້າມລໍ້, ຫ້າມລົດລາງ ເປັນຕົ້ນ. “ຫ້າມ” ກົງ ກັນຂ້າມກັບ “ອະນຸຍາດ, ປ່ອຍໃຫ້ເຮັດ”

ນອກຈາກນີ້, “ຫ້າມ” ຍັງແມ່ນຊື່ພະພຸດທະຮູບປາງນຶ່ງ ຊຶ່ງຢືນຢູ່ ມືຊ້າຍຢ່ອນລົງແປະກາຍ ຫຼື ຕິດກັບໂຕ, ມືຂວາແບຕັ້ງຂຶ້ນເດ່ອອກໝາຍເຖິງການຫ້າມ ດັ່ງນັ້ນຈິ່ງເອີ້ນວ່າ ພະພຸດທະຮູບປາງຫ້າມຍາດ. ພ້ອມນັ້ນ, ຍັງແມ່ນພະພຸດທະຮູບອີກປາງນຶ່ງ ຊຶ່ງຢືນຢູ່ມືທັງສອງແບຕັ້ງຂຶ້ນ ເດ່ອອກ ໝາຍເຖິງການຫ້າມ ເອີ້ນ ພະ ພຸດທະຮູບປາງຫ້າມສະໝຸດ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າຫ້າມ”.

“ຫ້າມ” (1. ຄໍາກິລິຍາ) ໃຫ້ເວັ້ນກະທໍາ, ບໍ່ໃຫ້ເຮັດຕາມທີ່ບອກໄວ້.

ຕົວຢ່າງ:

  • ໃນເຂດການກໍ່ສ້າງຕຶກ 30 ຊັ້ນ ຂຽນໄວ້ວ່າ “ຄົນນອກຫ້າມເຂົ້າ” ຊຶ່ງການຫ້າມດັ່ງກ່າວແມ່ນ ເພື່ອຄວາມປອດໄພໃນການກໍ່ສ້າງນັ້ນເອງ.
  • ໃນຄະນະທີ່ລົດແລ່ນມາຮອດທາງໂຄ້ງອັນຕະລາຍ, ຄົນຂັບລົດໄດ້ຢຽບຫ້າມເພື່ອໃຫ້ລົດແລ່ນຊ້າລົງ ເພື່ອຄວາມປອດໄພ.
  • ພະພຸດທະຮູບປາງຫ້າມຍາດແມ່ນທະພຸດທະຮູບທີ່ມີທ່າທີງົດງາມອີກປາງນຶ່ງທີ່ຄົນນິຍົມສ້າງ ເພື່ອ ກາບໄຫວ້ບູຊາ.

ສະຫຼຸບ.

ຄໍາວ່າ “ຫ້າມ” ແມ່ນການຂັດຂວາງທາງວາຈາ, ທາງການກະທໍາ ຫຼື ນິດຕິກໍາ ເພື່ອບໍ່ໃຫ້ເຮັດ ຫຼື ບໍ່ໃຫ້ກະ ທໍາຢ່າງໃດຢ່າງນຶ່ງ. ພ້ອມນັ້ນ, “ຫ້າມ” ແມ່ນການເຮັດຜ່ອນຄວາມໄວລົງ ຫຼື ເຮັດໃຫ້ຢຸດບໍ່ໃຫ້ໄປຕໍ່ດ້ວຍ ຄໍາສັ່ງ ຫຼື ອຸປະກອນໃດນຶ່ງ. ນອກຈາກນີ້, “ຫ້າມ” ຍັງແມ່ນຊື່ພະພຸດທະຮູບປາງຫ້າມຍາດ ແລະ ແມ່ນ ພະພຸດທະຮູບປາງຫ້າມສະໝຸດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo