ຄໍາວ່າ “ຫຼວງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຫຼວງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຫຼວງ” ໝາຍເຖິງລັດ ຫຼື ລັດຖະບານ ເປັນຈຸດສູນກາງຂອງການປົກຄອງ ຫຼື ບໍລິຫານປະເທດ, ລັດຖະບານ ແມ່ນອໍານາດບໍລິຫານ ຊຶ່ງເປັນນຶ່ງໃນສາມອົງກອນທີ່ມີອໍານາດໃນການອອກ ແລະ ບັງຄັບ ໃຊ້ກົດໝາຍນອກເໜືອຈາກອໍານາດຕຸລາການ (ສານ) ແລະ ອໍານາດນິຕິບັນຍັດ (ສະພາ). ຄໍາວ່າ “ຫຼວງ” ເປັນທີ່ນິຍົມກັນເວົ້າໃນສະໄໝກ່ອນ ແລະ ຕົກທອດມາສູ່ປະຈຸບັນ ດັ່ງ ຊັບສິນຂອງຫຼວງ, ທາງຫຼວງ, ຂ້າ ຫຼວງ ເປັນຕົ້ນ.

ນອກຈາກນີ້, “ຫຼວງ” ຍັງໝາຍເຖິງຄວາມເປັນໃຫຍ່ ຫຼື ມະໂຫລານ ແລະ ມີອໍານາດ. ຖ້າເປັນບຸກຄົນ ແມ່ນຄົນທີ່ມີອໍານາດ, ຖ້າເປັນສະຖານທີ່ແມ່ນສະຖານທີ່ໃຫຍ່ ເຊັ່ນ: ຫຼວງຕາ, ຫຼວງພໍ່, ຂ້າຫຼວງ, ນາ ຫຼວງ, ບົວຫຼວງ, ທາດຫຼວງ, ເດີນທາດຫຼວງ, ທັບຫຼວງ, ນະຄອນຫຼວງ. ຄໍາວ່າ “ຫຼວງ” ກົງກັນຂ້າມກັບ “ນ້ອຍ” ນັ້ນເອງ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າຫຼວງ”.

“ຫຼວງ” (1. ຄໍານາມ) ລັດຖະບານ, ສ່ວນລວມຂອງປະເທດ. (2. ຄໍາກິລິຍາວິເສດ) ເປັນໃຫຍ່, ໃຫຍ່.

ຕົວຢ່າງ:

  • ພະທາດຫຼວງ ຢູ່ນະຄອນຫຼວງວຽງຈັນ ແມ່ນຈຸດສູນກາງແຫ່ງສັນຍາລັກຄວາມສາມັກຄີຂອງປວງ ຊົນຊາວລາວ.
  • ທາງເລກທີ 13 ແມ່ນທາງຫຼວງແຫ່ງຊາດ ຊຶ່ງນິຍົມກັນເອີ້ນ ທາງເລກ 13 ເໜືອ ແລະ ເລກ 13 ໃຕ້ ໂດຍເອົານະຄອນຫຼວງວຽງຈັນເປັນຈຸດໃຈກາງ.
  • ຂ້າຫຼວງໃຫຍ່ແຫ່ງສະຫະປະຊາຊາດ ເປັນບຸກຄົນສໍາຄັນ ແລະ ຖືກຄັດເລືອກຜ່ານການເລືອກຕັ້ງ ຂອງຕົວແທນທຸກປະເທດໃນທົ່ວໂລກ.
  • ໃນສະໄໝກ່ອນທັບຫຼວງຂອງຈີນມີກໍາລັງພົນຫຼວງຫຼາຍພາຍມາກ ແບ່ງມີແມ່ທັບນາຍກອງລົງຮອດ ທະຫານຊັ້ນຜູ້ນ້ອຍ ຕາມລໍາດັບ.

ສະຫຼຸບ.

ຄໍາວ່າ “ຫຼວງ” ແມ່ນລັດຖະບານ ນິຍົມໃຊ້ເອີ້ນກັນໃນປະເທດທີ່ປົກຄອງດ້ວຍເຈົ້າຊີວິດ ຊຶ່ງ ເປັນຈຸດ ສູນກາງຂອງການບໍລິຫານປະເທດ, ຊຶ່ງເປັນນຶ່ງໃນສາມອໍານາດໃນການອອກ ແລະ ບັງຄັບ ໃຊ້ກົດໝາຍ ຄຽງຄູ່ກັບອໍານາດຕຸລາການ (ສານ) ແລະ ອໍານາດນິຕິບັນຍັດ (ສະພາ). ນອກຈາກນີ້, “ຫຼວງ” ຍັງໝາຍເຖິງໃຫຍ່, ຫຼາຍ, ມະໂຫລານ ຫຼື ມີອໍານາດ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo