ຄໍາວ່າ “ສະຖານະ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ສະຖານະ” ມີຄວາມໝາຍແນວໃດ?

ຄໍາວ່າ “ສະຖານະ” ໝາຍເຖິງການ​ຕັ້ງ​ຢູ່ ຫຼື ຄວາມ​ເປັນ​ໄປ​ຂອງ​ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ເຮົາ​ສາມາດ​ພົບ​ເຫັນ​ໄດ້ ອ້ອມ​ຕົວ​ເຮົາ​ທົ່ວ​ໄປ ​ເຊັ່ນ: ອາຍ​ແກັດສ໌ ​ແມ່ນ​ສະຖານະ​ນຶ່ງ​ຂອງ​ສະ​ສານ ມີ​ຮູບ​ຮ່າງ ​ແລະ ບໍລິ​ມາດ​ບໍ່​ຄົງ​ທີ່, ຂອງ​ແຂງ ​ແມ່ນ​ສະຖານະ​ນຶ່ງ​ຂອງ​ສະ​ສານ​ທີ່​ມີ​ຮູບ​ຮ່າງ ​ແລະ ບໍລິ​ມາດ​ຄົງ​ຕົວ, ຂອງ​ແຫຼວ​ ສະຖານະ​ແມ່ນ​ນຶ່ງຂອງ​ສະ​ສານ ​ຊຶ່ງມີ​ບໍລິ​ມາດ​ຄົງ​ຕົວ ​ແຕ່​ຮູບ​ຮ່າງ​ປ່ຽນ​ໄປ​ຕາມ​ພາຊະນະ​ທີ່​ບັນຈຸ, ຈຸດ​ເຍືອກ​ແຂງ ​ແມ່ນ​ສະຖານະ​ເປັນ​ຂອງ​ແຂງ, ຈຸດຫຼອມ​ແຫຼວ ​ແມ່ນ​ສະຖານະ​ເປັນ​ຂອງ​ແຫຼວ ​ເປັນ​ຕົ້ນ.

ນອກຈາກນີ້, “ສະຖານະ” ຍັງໝາຍເຖິງຄວາມ​ເປັນ​ຢູ່ຂອງ​ຄົນ, ບ້ານ, ​ເມືອງ, ປະ​ເທດ​ໃດ​ນຶ່ງ ຫຼື ຢ່າງ​ໃດ​ຢ່າງ​ນຶ່ງ ດັ່ງ ​ເປັນ​ຄົນສະຖານະ​ຍາກຈົນ ຫຼື ສະຖານະ​ລໍາບາກ, ປະ​ເທດ​ລາວ​ມີ​ສະຖານະ​ໝັ້ນຄົງ ​ແລະ ມີ​ສະຖຽນ​ທາງ​ດ້ານ​ການ​ເມືອງ, ​ໂລກຕົກ​ຢູ່​ໃນ​ສະຖານະ​ໂລກ​ຮ້ອນ, ຕົກ​ຢູ່​ໃນ​ສະຖານະ​ດຽວ​ກັນ ​ເປັນ​ຕົ້ນ. “ສະຖານະ” ຍັງ​ບົງ​ບອກ​ເຖິງໜ້າ​ທີ່​ຕໍາ​ແໜ່​ງ ຊັ້ນ​ຄົນຂອງ​ຄົນ ​ແລະ ສັດ ອີກ​ດ້ວຍ ດັ່ງ ຄົນ​ມີ​ສະຖານະ​ ​ເປັນ​ສັດ​ຊັ້ນ​ສູງ, ລະບອບ​ສັກ​ດີ​ນາ ​ເຈົ້າ​ຊີວິດ​ມີ​ສະຖານະ​ປົກຄອງ​ທົ່ວ​ແຜ່ນດິນ, ປະທານ​ປະ​ເທດ​ມີ​ສະຖາ ນະ​ທຽບ​ເທົ່າ​ກັບ​ປະ​ມູກ​ລັດ ​ແລະ ປະທານາທິບໍດີ ​ແລະ ອື່ນໆ. ​ແຕ່​ຖ້າ​ເປັນ​ຄົນບໍ່​ມີ​ສະຖານະ​ແມ່ນ​ບໍ່​ມີ​ສັນ ຊາດ ນັ້​ນ​ເອງ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າສະຖານະ”.

“ສະຖານະ” (1. ຄໍານາມ) ການ​ຕັ້ງ​ຢູ່, ຄວາມ​ເປັນ​ໄປ, ຄວາມ​ເປັນ​ຢູ່. ຕໍາ​ແໜ່​ງ, ໜ້າ​ທີ່, ບ່ອນຢູ່, ບ່ອນ​ເຊົາ.

ຕົວຢ່າງ:

  • ນໍ້າ​ມີ​ສະຖານະ​ເຍືອກ​ແຂງ ຫຼື ຈຸດ​ເຍືອກ​ແຂງ​ຢູ່ທີ່​ອຸນຫະພູມສູ​ນອົງ​ເຊ​ເຊັດ​ສ໌, ຖ້າໜາວ​ກວ່າ​ນັ້ນ ​ແມ່ນ​ແຮງ​ແຂງ​ດີ.
  • ​ໃນ​ປະ​ເທດ​ທີ່​ບໍ່​ຈະ​ເລີ​ນ​ແມ່ນ​ມີ​ຄົນ​ສະຖານະ​ຍາກຈົນ​ຫຼາຍກວ່າ​ປະ​ເທດ​ທີ່​ຈະ​ເລີ​ນ​ແລ້ວ ທີ່​ມີ​ຄົນ​ສະ ຖານະ​ຮັ່ງມີ​ຫຼາຍ.
  • ປະທານ​ນາ​ທິບໍດີ​ຂອງ​ອາ​ເມ​ລິ​ກາ​ມີ​ສະຖານະ​ພິ​ເສດ ​ແລະ ມີ​ສິດ​ຫຼາຍຢ່າງ​ເມື່ອ​ທຽບ​ກັບ​ພົນລະ​ເມືອງ​ປະ​ເທດ​ເຂົາ​ເຈົ້າ.
  • ບ່າວ ແລະ ສາວຄູ່ນຶ່ງຮັກກັນມາຕັ້ງດົນແດ່ຍ້ອນສະຖານະຕ່າງ ຈິ່ງຖືກກິດກັ້ນຈາກພໍ່ແມ່ຜູ້ສາວທີ່ມຖານະດີກວ່າ ແລະ ເຮັດໃຫ້ຕ້ອງເລີກລາກັນໄປ.

ສະຫຼຸບ.

ຄໍາວ່າ “ສະຖານະ” ​ແມນການ​ຕັ້ງ​ຢູ່, ​ແມ່ນຄວາມ​ເປັນ​ໄປ​ຂອງຢ່າງ​ໃດ​ຢ່າງ​ນຶ່ງ​ ຕາມ​ຈຸດ​ພິ​ເສດ​ຂອງ​ມັນ

ນອກຈາກນີ້, “ສະຖານະ” ຍັງ​ແມ່ນຄວາມ​ເປັນ​ຢູ່ຂອງສິ່ງ​ຕ່າງໆ ລວມທັງ​ຄົນ, ສັດ, ສິ່ງ​ຂອງ, ບ້ານ, ​ເມືອງ ຮອດປະ​ເທດ​ໃດ​ນຶ່ງ ຫຼື ຢ່າງ​ອື່ນໆ. ພ້ອມ​ນັ້ນ, “ສະຖານະ” ຍັງ​ໃຊ້​ບົງ​ບອກ​ເຖິງໜ້າ​ທີ່​ຕໍາ​ແໜ່​ງ, ຊັ້ນ​ຄົນຂອງ​ຄົນ ​ແລະ ສັດ ອີກ​ດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo