ຄໍາວ່າ “ຕົວຢ່າງ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕົວຢ່າງ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕົວຢ່າງ” ໝາຍເຖິງ​ແບບຢ່າງຂອງ​ແນວ​ໃດ​ແນວ​ນຶ່ງ​, ສິ່ງ​ໃດ​ສິ່ງ​ນຶ່ງ ທີ່​ນໍາ​ມາສະ​ເໜີ ຫຼື ນໍາ​ມາ​ໃຫ້​ກັນ​ເບີ່​ງ ​ເອົາ​ເປັນ​ບົດຮຽນ, ກ່າຍ​ເອົາ​ແບບຢ່າງ ຫຼື ​ເອົາ​ໄປ​ຮຽນ​ແບບ ​ເຊັ່ນ: ຕົວຢ່າງ​ແບບ​ເສື້ອ​ນັກຮຽນ​ມັດ ທະ​ຍົມ, ​ຕົວຢ່າງ​ການ​ທົດ​ລອງ​ໄຟຟ້າ​ແຮງ​ສູງ​ຕ້ອງ​ໃຊ້​ຫຍັງ​ແດ່, ຕົວຢ່າງ​ການ​ແກ້​ບົດ​ເລກ​ເລ​ຂາ​ຄະນິດ, ຕົວຢ່າງ​ການ​ເຮັດ​ວຽກ​ທີ່​ດີ, ຕົວຢ່າງການ​ເດີນທາງ​ທີ່​ດີ, ຄອບຄົວຕົວຢ່າງ​ກະ​ເສດ​ຕະກອນ​ດີ​ເດັ່ນ ​ເປັນ​ຕົ້ນ.

ດັ່ງ​ທີ່​ໄດ້​ກ່າວ​ມາ​ແລ້ວ​ວ່າ “ຕົວຢ່າງ” ຫຼື ການ​ຍົກ​ຕົວຢ່າງ ​ເປັນ​ສິ່ງ​ສໍາຄັນ​ໃນ​ການ​ເອົາສິ່ງສິ່ງ​ນຶ່ງ​ຍົກ​ມາ​ອ້າງ​ອີງ​ເພື່ອ​ໃຫ້​ທ່ານ​ຜູ້​ຊົມ, ​ຜູ້​ຟັງ, ​ຜູ້​ເບີ່​ງ, ຜູ້​ຊີມ,​ ຜູ້​ສໍາ​ພັດ ຊຶ່ງແມ່ນບຸກຄົນທີ່ເຮົາຢາກສື່ສານໃຫ້ເຫັນ​ຕົວ​ຈິງ ຫຼື ​ເຂົ້າ​ໃຈ​ຄວາມ​ກະຈ່າງ​ແຈ້ງ, ຊຶ່ງ​ເປັນ​ສິ່ງ​ທີ່​ສະ​ແດງ​ເຖິງ​ຕົວ​ແບບ ຫຼື ​ໃຫ້​ຮູ້​ຮູບ​ຮ່າງ​ໜ້າ​ຕາ, ລັກສະນະທ່າທາງ, ຂະໜາດ, ສີ, ກີ່​ນ, ຊັບ​ພະ​ຄຸນ, ຄຸນ​ນະພາບ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕົວຢ່າງ”.

“ຕົວຢ່າງ” (1. ຄໍານາມ) ​ແບບຢ່າງ​ທີ່​ເອົາ​ມາ​ອ້າງ.

ຕົວຢ່າງ:

  • ໃນຫ້ອງຮຽນວິຊາຄະນິດສາດ ຄູໄດ້ຍົກຕົວຢ່າງບັ້ງເລກຫຼາຍຂໍ້ເພື່ອມາແກ້ສົມທຽບໃຫ້ນັກຮຽນ ເບີ່ງໃຫ້ເຂົ້າໃຈດີຂຶ້ນ.
  • ໂຄງການກະເສດທິດສະດີໃໝ່ ໄດ້ມີການສາທິດ ແລະ ເຮັດຕົວຢ່າງໄວ້ໃຫ້ປະຊາຊົນ ແລະ ບຸກ ຄົນທີ່ສົນໃຈໄດ້ເຂົ້າຢ້ຽມຊົມ, ຖອດຖອນບົດຮຽນ ເພື່ອນໍາໄປເຮັດຕົວຈິງ.
  • ການຝຶກອົບຮົມກ່ຽວກັບການນໍາໃຊ້ເຄື່ອງມືໃນໂຮງງານ, ຄູຝຶກໄດ້ຍົກຕົວຢ່າງໃນການເຮັດ ແລະ ສາທິດໃຫ້ແກ່ຜູ້ເຂົ້າຮ່ວມເບີ່ງຫຼາຍລົບຫຼາຍຕ່າວ ເພື່ອໃຫ້ເຂົ້າໃຈ.

ສະຫຼຸບ.

ຄໍາວ່າ “ຕົວຢ່າງ” ແມ່ນຕົວແບບ, ​ແບບຢ່າງຂອງ​ແນວ​ໃດ​ແນວ​ນຶ່ງ ທີ່ເຮົາ​ນໍາ​ມາສະ​ເໜີ ເພື່ອ​ອ້າງ​ອີງໃຫ້ແກ່​ບຸກຄົນທີ່ເຮົາຢາກສື່ສານໃຫ້ເຫັນ​ຕົວ​ຈິງ ຫຼື ທ່ານ​ຜູ້​ຊົມ, ​ຜູ້​ຟັງ, ​ຜູ້​ເບີ່​ງ, ຜູ້​ຊີມ,​ ຜູ້​ສໍາ​ພັດ ເຫັນ​ເຂົ້າ​ໃຈ​ຄວາມ​ກະຈ່າງ​ແຈ້ງ ເຖິງຮູບ​ຮ່າງ​ໜ້າ​ຕາ, ລັກສະນະທ່າທາງ, ຂະໜາດ, ສີ, ກີ່​ນ, ຊັບ​ພະ​ຄຸນ, ຄຸນ​ນະພາບ ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo