ຄໍາວ່າ “ລາຍຮັບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ລາຍຮັບ” ມີຄວາມໝາຍແນວໃດ?

ຄໍາວ່າ “ລາຍຮັບ” ໝາຍເຖິງລາຍໄດ້ຂອງຄົນເຮົາ ຫຼື ເຈົ້າຂອງກິດຈະການ, ບໍລິສັດ ລວມຮອດລັດຖະ ບານຈາກການເຮັດກິດຈະກໍາທາງການຄ້າຕ່າງໆ ຫຼື ການຄ້າຂາຍຕ່າງໆ ແຕ່ລະດັບນ້ອຍໆ ຈົນເຖິງລະດັບສາກົນ ຫຼື ລະດັບໂລກ ເຊັ່ນ: ລາຍຮັບຈາກການຂາຍຂອງກິນ, ລາຍຮັບຈາກການຂາຍໝາກໄມ້, ລາຍຮັບຈາກການແລກປ່ຽນເງິນຕາ, ລາຍຮັບຈາກເຮັດການຄ້າລະຫວ່າງປະເທດ, ລາຍຮັບຈາກການລົງທຶນ, ລາຍຮັບຈາກອະຫັງລິມາຊັບ ເປັນຕົ້ນ ແຕ່ການທີ່ມີລາຍຮັບບໍ່ໄດ້ໝາຍວ່າມີກໍາໄລສະເໝີໄປ. ຄໍາວ່າ “ລາຍຮັບ” ກົງກັນຂ້າມກັບ ຄໍາວ່າ “ລາຍຈ່າຍ”.

“ລາຍຮັບ” ອາດເປັນຮູບແບບເງິນ ຫຼື ວັດຖຸສະສົມທີ່ມີຄ່າ ອື່ນໆ, “ລາຍຮັບ” ຍັງໝາຍເຖິງລາຍໄດ້ຈາກຄ່າແຮງງານຂອງຄົນທີ່ເຮັດວຽກໃຫ້ແກ່ຄົນອື່ນ ຫຼື ບໍລິສັດ, ລັດຖະບານ ເຊັ່ນ: ເງິນເດືອນ, ເງິນຄ່າຈ້າງລາຍວັນ, ເງິນບໍາເນັດ, ເງິນໂບນັດສ໌. ພ້ອມນັ້ນ, ລາຍຮັບຍັງໄດ້ຈາກແຫຼ່ງອື່ນໆອີກ ເປັນຕົ້ນ ໄດ້ຈາກການຮັບມໍລະດົກ, ລາຍຮັບຈາກການບໍລິຈາກ ຫຼື ຊ່ວຍເຫຼືອ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າລາຍຮັບ”.

“ລາຍຮັບ” (1. ຄໍານາມ) ລາຍໄດ້, ເງິນ ຫຼື ວັດຖຸສະສົມທີ່ມີຄ່າ ອື່ນໆ ທີ່ໄດ້ຮັບ.

ຕົວຢ່າງ:

  • ໃນແຕ່່ລະປີ, ລັດຖະບານລາວ ມີລາຍຮັບຈາກຫຼາຍແຫຼ່ງ ເປັນຕົ້ນ ລາຍຮັບຈາກການເກັບອາກອນຕ່າງໆ, ລາຍຮັບຈາກການສໍາປະທານ, ລາຍຮັບຈາກການຊ່ວຍເຫຼືອ ແລະ ອື່ນໆ.
  • ຂ້າພະເຈົ້າ ເປັນພະນັກງານລັດຖະບານ ດັ່ງນັ້ນ ຈິ່ງມີລາຍຮັບຈາກເງິນເດືອນເປັນຫຼັກ ແລະ ມີລາຍຮັບເສີມຈາກການປູກຝັງ ແລະ ລ້ຽງສັດ ນອກໂມງການເພີ່ມອີກເລັກນ້ອຍ.

ສະຫຼຸບ.

ຄໍາວ່າ “ລາຍຮັບ” ແມ່ນລາຍໄດ້ຂອງຄົນເຮົາ, ບໍລິສັດ, ອົງກອນ, ລວມຮອດລັດຖະບານ ຊຶ່ງໄດ້ຈາກການ ຄ້າຂາຍ, ການລົງທຶນດ້ານຕ່າງໆ ແຕ່ກິດຈະການນ້ອຍໆຈົນເຖິງລະດັບ. ຄໍາວ່າ “ລາຍຮັບ” ກົງກັນຂ້າມກັບຄໍາວ່າ “ລາຍຈ່າຍ”. “ລາຍຮັບ” ມີຫຼາຍຮູບແບບ ດັ່ງ ເງິນ, ວັດຖຸມີຄ່າ ອື່ນໆ. ນອກຈາກນີ້, “ລາຍຮັບ” ລວມເອົາຄ່າແຮງງານຂອງຄົນຈາກການເຮັດວຽກຕ່າງໆ. ລວມທັງລາຍຮັບຈາກມໍລະດົກ, ລາຍຮັບຈາກການບໍລິຈາກ ຫຼື ຊ່ວຍເຫຼືອ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo