ຄໍາວ່າ “ຟາກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຟາກ” ມີຄວາມໝາຍແນວໃດ?

ຄໍາວ່າ “ຟາກ” ໝາຍເຖິງແປ້ນໄມ້ໃຜ່ ຫຼື ໄມ້ປ່ອງແນວໃດແນວນຶ່ງ ທີ່ນໍາມາຊັບ ຫຼື ຜ່າ ແລ້ວມາສານ ເປັນຝາ ຊຶ່ງເຮົາເອີ້ນກັນວ່າ ຟາກໄມ້ ເຊັ່ນ: ຟາກໄມ້ໃຜ່, ຟາກໄມ້ຊາງ, ຟາກໄມ້ຫົກ, ຟາກໄມ້ເຮ້ຍ, ຟາກ ໄມ່ຊອດ ເພື່ອເຮັດເຮືອນ, ຕູບ, ເຫຼົ້າເຄົ້າ ແລະ ອື່ນໆ. ການສານຟາກແມ່ນພູມປັນຍາດັ່ງເດີມຂອງຄົນພື້ນ ເມືອງທີ່ພາກັນຄົ້ນຄິດ, ເຮັດ ແລະ ໄດ້ນໍາໃຊ້ກັນມາຫຼາຍຊົ່ວອາຍຸຄົນປະກອບມີລາຍຕ່າງໆ ດັ່ງ ລາຍຂັດ, ລາຍສອງ ແລະ ອື່ນໆ.

ນອກຈາກນີ້, “ຟາກ” ຍັງໝາຍເຖິງຟາກຝັ່ງແມ່ນໍ້າ (ຮີມ, ແຄມ, ຕາຫຼິ່ງ ກໍວ່າ), ຫ້ວຍ, ໜ້າຜາ ຫຼື ພູ ດັ່ງ ຟາກແມ່ນໍ້າຂອງກໍ້າຂວາ, ຟາກພູເບື້ອງນັ້ນ, ຟາກຫ້ວຍເບື້ອງນີ້. “ຟາກ” ຍັງໝາຍເຖິງຂ້າງ ຫຼື ເບື້ອງ ຫຼື ກໍ້າ ເຊັ່ນ: ຟາກສັດຕູ, ຟາກພັນທະມິດ, ຟາກເຮົາ, ຟາກເຂົາ, ເປັນກາງບໍ່ຢູ່ຟາກໃດ ຫຼື ເບື້ອງໃດ. ຟາກ ນາຍທຶນ, ຟາກປະຊາຊົນ, ຟາກລັດຖະບານ ເປັນຕົ້ນ. “ຟາກ” ຍັງໝາຍເຖິງບ່ອນຢູ່ຄົນລະຂ້າງທີ່ມີແນວ ຂວາງຂັ້ນ ເຊັ່ນ: ຟາກກັ້ນຫ້ອງປະຊຸມ, ຟາກຟ້າ, ຟາກພຸ້ນ, ຟາກພີ້, ຟາກຕາເວັນຕົກ, ຟາກຕາເວັນ ອອກ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຟາກ”.

“ຟາກ” (1. ຄໍານາມ) ແປ້ນໄມ້ໃຜ່. ຝັ່ງ, ຮີມນໍ້າ, ຕາຫຼີ່ງ. ຂ້າງ, ເບື້ອງ, ກໍ້າ. ບ່ອນຢູ່ຄົນລະຂ້າງທີ່ມີແນວ ຂວາງຂັ້ນ.

ຕົວຢ່າງ:

  • ເຮືອນສະໄໝກ່ອນແອ້ມດ້ວຍຟາກໄມ້ຊາງທີ່ສານເປັນລາຍຕ່າງໆ ແຕ່ເຮືອນສະໄໝນີ້ສ່ວນໃຫຍ່ກໍ່ ດ້ວຍດີນຈີ່ຊີມັງ ຫຼື ດ້ວຍໄມ້ແປ້ນ.
  • ລາວ ແລະ ໄທ ຂັ້ນກັນດ້ວຍແມ່ນໍ້າຂອງເປັນສ່ວນໃຫຍ່, ຊຶ່ງຝັ່ງຊ້າຍແມ່ນໍ້າຂອງແມ່ນປະເທດ ລາວ ແລະ ຝັ່ງຂວາແມ່ນໍາຂອງແມ່ນປະເທດໄທ.
  • ລັດເຊຍ ແລະ ຟາກສັດຕູກົງກັນຂ້າມໄດ້ຕໍ່ສູ້ກັນດ້ວຍສົງຄາມຮູບແບບຕ່າງໆ ເຊັ່ນ: ອາວຸດ, ຂໍ້ ມູນຂ່າວສານ, ເສດຖະກິດ ເປັນຕົ້ນ.
  • ອີງຕາມຄວາມເຊື່ອຟາກທີ່ຕົກນາລົກ ແລະ ຟາກຂຶ້ນສະຫວັນແມ່ນຍ້ອນການກະທໍາຄວາມດີ ແລະ ຄວາມຊົ່ວ ແຕກຕ່າງກັນ.

ສະຫຼຸບ.

ຄໍາວ່າ “ຟາກ” ໝາຍເຖິງໄມ້ປ່ອງທີ່ນໍາມາຊັບ ຫຼື ຜ່າແລ້ວສານເປັນແປ້ນ ເພື່ອມາເຮັດເຮືອນ, ຕູບ ແລະ ອື່ນໆ. “ຟາກ” ຍັງແມ່ນຄໍາເອີ້ນຝັ່ງ, ຮີມ, ແຄມ ຫຼື ຕາຫຼິ່ງແມ່ນໍ້າ, ຫ້ວຍ, ໜ້າຜາ ຫຼື ພູ “ຟາກ” ຍັງໝາຍ ເຖິງຂ້າງ, ກໍ້າ ຫຼື ເບື້ອງໃດເບື້ອງນຶ່ງ. ນອກຈາກນີ້. “ຟາກ” ຍັງແມ່ນບ່ອນຢູ່ຄົນລະຂ້າງທີ່ມີແນວ ຂວາງໄວ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo