ຄໍາວ່າ “ພື້ນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພື້ນ” ມີຄວາມໝາຍແນວໃດ?

ຄໍາວ່າ “ພື້ນ” ໝາຍເຖິງພື້ນທີ່ໜ້າພຽງ ຫຼື ບ່ອນລາບຂອງດິນ ຫຼື ແຜ່ນດິນ, ນໍ້າ ຫຼື ຢ່າງອື່ນ ເຊັ່ນ: ພື້ນ ດິນ, ພື້ນເຮືອນ, ພື້ນທະເລ, ພື້ນມະຫາສະມຸດ, ພື້ນນໍ້າ, ພື້ນຜິວນໍ້າ, ພື້ນທີ່ສວນ, ພື້ນທີ່ນາ ອື່ນໆ. ການ ວັດແທກພື້ນທີ່ແມ່ນມີຫຼາຍຫົວໜ່ວຍເອີ້ນແຕກຕ່າງກັນໄປແລ້ວແຕ່ຄົນຈະໃຊ້ ດັ່ງ ງານ, ໄລ່, ແມັດຕາ (ຕາແມັດກໍວ່າ) ຫຼື ແມັດມົນທົນ, ເຮັກຕາ, ເອເຄີ, ກິໂລແມັດຕາ. ສໍາລັບຢູ່ລາວສ່ວນໃຫຍ່ນິຍົມໃຊ້ແມັດ ຕາ ແລະ ເຮັກຕາ ເຊັ່ນ: ນາ 2 ເຮັກຕາ, ປະເທດລາວເນື້ອທີ່ດິນ 236.800 ກິໂລຕາແມັດ ເປັນຕົ້ນ.

ນອກຈາກນີ້, “ພື້ນ” ຍັງໝາຍເຖິງສິ່ງທີ່ເກີດຂຶ້ນ ແລະ ເປັນເອກະລັກສະເພາະ ຫຼື ຄວາມເປັນມາຂອງຄົນ ພື້ນທີ່ໃດນຶ່ງ ແລະ ປະເທດ  ເຊັ່ນ: ເລື່ອງເລົ່າພື້ນບ້ານ, ນິທານພື້ນບ້ານ, ຕໍານານພື້ນເມືອງ, ຄົນພື້ນ ເມືອງ ແລະ ອື່ນໆ. “ພື້ນ” ຍັງໝາຍເຖິງຮາກຖານ ຫຼື ພື້ນຖານຂອງສິ່ງໃດນຶ່ງ ດັ່ງ ພື້ນຄວາມຮູ້ (ພື້ນ ຖານຄວາມຮູ້ ກໍວ່າ), ພື້ນຖານວັດຖຸເຕັກນິກ, ພື້ນຖານດ້ານຈິດໃຈ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພື້ນ”.

“ພື້ນ” (1. ຄໍານາມ) ຊັ້ນ, ບ່ອນລາບ, ໜ້າພຽງທາງລຸ່ມພື້ນດິນ, ໜ້າດິນ, ແຜ່ນດິນ. ນິທານ, ໜັງສື ເລື່ອງ, ຕໍານານຄວາມເປັນໄປຂອງຄົນ ແລະ ປະເທດ (ເວົ້າພື້ນແມ່ນເວົ້າຂວັນ ຄື ເວົ້າເຖິງຄວາມເປັນ ໄປຂອງຄົນ).

ຕົວຢ່າງ:

  • ພື້ນມະຫາສະມຸດອັນກວ້າງໃຫຍ່ໄພສານ ຍັງມີສິ່ງທີ່ມະນຸດເຮົາບໍ່ສາມາດຄົນຄົ້ນພົບຫຼາຍແນວ.
  • ນິທານກໍາພ້າຜີນ້ອຍ ເປັນນິທານພື້ນເມືອງລາວທີ່ໂດ່ງດັງ ແລະ ໄດ້ຮັບຄວາມນິຍົມເປັນວົງກວ້າງ ເດັກຟັງໄດ້ຜູ້ໃຫຍ່ຟັງດີ.
  • ພື້ນຖານຄວາມຮູ້ຂອງຄົນເຮົາເປັນສິ່ງສໍາຄັນສໍາລັບການກໍ່ສ້າງພື້ນຖານບ້ານເມືອງໃຫ້ຈະເລີນກ້າວໜ້າ.

ສະຫຼຸບ.

ຄໍາວ່າ “ພື້ນ” ແມ່ນບ່ອນພຽງ, ບ່ອນລາບ ຫຼື ພື້ນທີ່ຂອງດິນ, ແຜ່ນດິນ, ພື້ນນໍ້າ, ຜິວນໍ້າ ແລ ອື່ນໆ. ພື້ນ ວັດແທກດ້ວຍຫົວໜ່ວຍຕ່າງໆ ທີ່ຄົນເຮົາກໍານົດຂຶ້ນ ເປັນຕົ້ນ ງານ, ໄລ່, ແມັດຕາ, ເຮັກຕາ, ເອເຄີ, ກິໂລ ແມັດຕາ. ນອກຈາກນີ້, “ພື້ນ” ຍັງແມ່ນເອກະລັກສະເພາະຢ່າງໃດນຶ່ງຂອງພື້ນທີ່ໃດນຶ່ງ ເຊັ່ນ: ນິທານພື້ນ ບ້ານ, ຕໍານານພື້ນເມືອງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo