ຄໍາວ່າ “ຈັດ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈັດ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈັດ” ໝາຍເຖິງການຈັດການ, ຈັດແຈງໃຫ້ເປັນລະບົບລະບຽບ ຫຼື ຈັດຫາຫຼາແຕ່ງໃຫ້ງາມຫູງາມ ຕາ ຫຼື ເປັນການຕົກແຕ່ງເອ້ຢ້ອງນັ້ນເອງ ເຊັ່ນ: ຈັດກຽມງານດອງ, ຈັດງານບວດ, ຈັດບ່ອນຢູ່ອາໄສ, ຈັດ ໂຕະຈັດຕັ່ງ, ຈັດໃຫ້ລຽບລ້ອຍ ອື່ນໆ. “ຈັດ” ຍັງໝາຍເຖິງເຮັດໃຫ້ຖີ່ເຂົ້າ, ເປັນລະບຽບ ຫຼື ໄວຂຶ້ນ ຊຶ່ງ ເປັນການຂ້ຽວດ້ວຍຄວາມຟ້າວຄວາມດ່ວນ ເຊັ່ນ: ຈັດມາໄວໆ, ຈັດໃຫ້ດຽວນີ້, ຈັດດ່ວນ, ຈັດລະບຽບ ແຖວ, ຈັດຂະບວນຮົບ, ຈັດຄິວ, ຈັດສັນ, ຈັດດ່ວນ ອື່ນໆ.

ນອກຈາກນີ້, “ຈັດ” ຍັງໝາຍເຖິງນັບ ຫຼື ນັບວ່າ ຫຼື ຖືວ່າ ແຕ່ບໍ່ແມ່ນນັບຕົວເລກ ດັ່ງ ຈັດວ່າເປັນຄົນດີ, ຈັດວ່າ ເປັນຂອງຫາຍາກ, ຈັດວ່າເປັນສິ່ງບໍ່ດີ, ຈັດໄດ້ວ່າຄໍ້າຄູນ ເປັນຕົ້ນ. “ຈັດ” ຍັງໝາຍເຖິງຫຼາຍ ຫຼື ເຕັມທີ (ມາກກໍວ່າ) ເຊັ່ນ: ແດດຈັດ, ຮ້ອນຈັດ, ໜາວຈັດ. ແຕ່ຖ້າຈັດຕະວາ ແມ່ນຊັ້ນບອກເຖິງຍົດຕໍ່າ ແໜ່ງນຶ່ງໃນກອງທັບ (ທະຫານ) ຫຼື ຕໍ່າຫຼວດ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈັດ”.

“ຈັດ” (1. ຄໍາກິລິຍາ) ຕົກແຕ່ງ, ເຮັດໃຫ້ຖີ່ເຂົ້າ, ຂ້ຽວ, ຟ້າວ, ດ່ວນ. ນັບ (ຈັດວ່າເປັນຄົນດີ). (2. ຄໍາກິລິຍາວິເສດ) ເຕັມທີ, ມາກ (ແດດຈັດ). ຈັດການແມ່ນຕົກແຕ່ງ, ເຮັດ, ທໍາ. ຈັດແຈງແມ່ນຕົກແຕ່ງ, ເຮັດ, ແບ່ງປັນ.

ຕົວຢ່າງ:

  • ການຈັດງານດອງແມ່ນຕ້ອງໄດ້ຈັດດອກໄມ້, ຈັດຂອງຢູ່ຂອງກິນ, ຈັດບ່ອນພັກເຊົາ ແລະ ອື່ນໆ ໄວ້ໃຫ້ພີ່ນ້ອງ ແລະ ແຂກຄົນ.
  • ອາກາດມື້ນີ້ຮ້ອນຈັດ, ເຮັດໃຫ້ຫິວນໍ້າແຮງຊ່ວຍຈັດນໍ້າດື່ມເຢັນໆ ມາໃຫ້ດຽວນີ້ເລີຍໄດ້ບໍ່.
  • ນັກປະຕິວັດຊາດຈັດໄດ້ວ່າເປັນຄົນດີມີຄຸນນະທໍາ ແລະ ເປັນຄົນທີ່ເສຍສະລະຊີວິດເລືອດເນື້ອ ເພື່ອອຸທິດແກ່ປະເທດຊາດ.

ສະຫຼຸບ.

ຄໍາວ່າ “ຈັດ” ແມ່ນການຈັດການໃຫ້ເປັນລະບຽບ, ເປັນການຈັດແຈງ ຫຼື ຈັດຫາຫຼາແຕ່ງເອ້ຢ້ອງໃຫ້ງາມ. “ຈັດ” ແມ່ນການເຮັດໃຫ້ຖີ່ເຂົ້າເຮັດໄວຂຶ້ນດ້ວຍຄວາມຟ້າວຄວາມດ່ວນ. ນອກຈາກນີ້, “ຈັດ” ຍັງໝາຍເຖິງ ນັບວ່າ ຫຼື ຖືວ່າ ເຊັ່ນ ຈັດໄດ້ວ່າຄໍ້າຄູນ. “ຈັດ” ຍັງແມ່ນຫຼາຍ ຫຼື ມາກມາຍ, ເຕັມທີ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo