ຄໍາວ່າ “ພັບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພັບ” ມີຄວາມໝາຍແນວໃດ?

ຄໍາວ່າ “ພັບ” ແມ່ນການເອີ້ນປື້ມຂຽນ, ໜັງສືຕໍາລາ ຫຼື ປື້ມແບບອ່ານແບບຮຽນຂອງຄົນເຮົາເຮັດຂຶ້ນ ເພື່ອ ໃຊ້ໃນການຮຽນ-ການສອນ, ການເຮັດວຽກຕ່າງໆ. “ພັບ” ຍັງແມ່ນຊື່ຕົ້ນໄມ້ແນວນຶ່ງ ເອີ້ນ ຕົ້ນໝາກ ພັບ ຊຶ່ງໝາກພັບແກ່ ແລະ ສຸກ ຈະມີລົດຊາດຫວານ ມີຂະໜາດໃຫຍ່ກວ່າໝາກໂກ.  ພ້ອມນັ້ນ, “ພັບ” ຍັງ ໃຊ້ເອີ້ນມິດນ້ອຍທີ່ສາມາດງັບແນບເຂົ້າກັບດ້າມ ເອີ້ນ ມີດງັບ ເພື່ອສະບາຍໃນການພົກພາ ແລະ ນໍາ ໃຊ້, ເປັນທີ່ນິຍົມກັນ ເພື່ອປອກໝາກໄມ້, ໄຂກະປອງຕ່າໆ.

ນອກຈາກນີ້, “ພັບ” ຍັງແມ່ນການຫັກທົບເຂົ້າ ຫຼື ຫັກງໍເຂົ້າ ລວມທັງ ງັບເຂົ້າ ເຊັ່ນ: ພັບຕັ່ງພັບ, ພັບຂາ ໂຕະ, ພັບຜ້າຫົ່ມ, ພັບເຄື່ອງນຸ່ງ, ພັບໂສ້ງ, ພັບເສື້ອ, ພັບເຈ້ຍ, ພັບມິດງັບເຂົ້າດ້າມ, ນັງພັບແພບ (ນັ່ງ ພັບຂາ) ເປັນຕົ້ນ. “ພັບ” ຍັງໝາຍເຖິງການປິດ ຫຼື ອັດເຂົ້າ ດັ່ງ ພັບຕາ, ພັບຝາກະປອງ ແລະ ອື່ນໆ. ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າພັບ”.

“ພັບ” (1. ຄໍານາມ) ປື້ມຂຽນໜັງສື, ແບບອ່ານ. ຊື່ຕົ້ນໄມ້ແນວນຶ່ງ ຕົ້ນ ແລະ ໝາກຄືຕົ້ນໂກແຕ່ໜ່ວຍ ໃຫຍ່ກວ່າໝາກໂກ ສຸກແລ້ວລົດຫວານ. ຊື່ມິດນ້ອຍໆ ທີ່ງັບດວງມິດເຂົ້າໄວ້ກັບດ້າມ (ມີດງັບກໍວ່າ). (2. ຄໍາກິລິຍາ) ຫັກທົບເຂົ້າ, ພັບແພບ ແມ່ນນັ່ງພັບຂາ ໃຫ້ປາຍຕີນໄປທາງດຽວກັນ. ອັດ (ພັບຕາ).

ຕົວຢ່າງ:

  • ພັບນັກຮຽນ 100 ໜ້າ (ປື້ມຂຽນ 100 ໜ້າ) ການົກສັນຕິພາຍ ລາຄາສາມສີບພັນກີບ ຜະລິດ ໂດຍໂຮງງານຜະລິດເຈ້ຍຢູ່ລາວ.
  • ໝາກພັບນໍາເຂົ້າແຕ່ປະເທດຈີນໜ່ວຍໃຫຍ່, ລົດຊາດຫວານ ແລະ ກອບດີ ລາຄາ 15,000 ກີບ ຕໍ່ກິໂລກະລາມ.
  • ແມ່ຍິງລາວສຸພາບຮຽບຮ້ອຍນຸ່ງສີ້ນໄໝ ເວລານັ່ງລົງພື້ນເຮືອນແມ່ນນັ່ງພັບແພບ ຢ່າງມີມາລະ ຍາດ.

ສະຫຼຸບ.

ຄໍາວ່າ “ພັບ” ເປັນຄໍາໃຊ້ເອີ້ນປື້ມຂຽນ, ປື້ມຕໍາລາ ຊຶ່ງແມ່ນແບບອ່ານແບບຮຽນໃນການຮຽນ-ການສອນ ຂອງຄູອາຈານ ແລະ ນັກຮຽນ. “ພັບ” ຍັງໃຊ້ເອີ້ນ ຕົ້ນໄມ້ແນວນຶ່ງຊື່ຕົ້ນໝາກພັບ ເວລາແກ່ ແລະ ສຸກ ມີລົດຫວານ. “ພັບ” ຍັງແມ່ນຊື່ມິດນ້ອຍຢ່າງນຶ່ງ ເອີ້ນ ມີດງັບ ເພາະພັບໃບມິດເຂົ້າດ້າມໄດ້. “ພັບ” ຍັງໝາຍເຖິງການຫັກທົບເຂົ້າ, ງັບເຂົ້າ ຫຼື ຫັກງໍເຂົ້າ. “ພັບ” ຍັງໝາຍເຖິງການປິດ ຫຼື ອັດເຂົ້າ ດັ່ງ ພັບຕາ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo