ຄໍາວ່າ “ພັນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ພັນ” ມີຄວາມໝາຍແນວໃດ?

ຄໍາວ່າ “ພັນ” ໝາຍເຖິງຍົດນາຍທະຫານ ຫຼື ຕໍ່າຫຼວດ ຊຶ່ງສູງກວ່ານາຍຮ້ອຍ ນ້ອຍກວ່ານາຍພົນ ເອີ້ນ ນາຍພັນ ປະກອບມີຍົດພັນຕີ, ຍົດພັນໂທ, ແລະ ຍົດພັນເອກ. ນາຍພັນແຕ່ລະກົມກອງມີໜ້າທີ່ຮັບຜິດ ຊອບແຕກຕ່າງກັນໄປຕາມພາລະບົດບາດໜ້າທີ່ຂອງກົມກອງ ແຕ່ໂດຍລວມແລ້ວມີໜ້າທີ່ຮັບຜິດຊອບ ເໜືອກວ່ານາຍຮ້ອຍ. “ພັນ” ຍັງໝາຍເຖິງ ພີ່ນ້ອງປ້ອງປາຍ ທີ່ເປັນວົງຄະນາຍາດດຽວກັນ.

ໃນວິຊາເລກ “ພັນ” ແມ່ນຫົວໜ່ວຍນັບ ເພື່ອຂຽນ ແລະ ຄິດໄລ່ ມີຄ່າເທົ່າກັບຈໍານວນນັບທໍ່ກັບ 10 ຮ້ອຍ, ເປັນຫົວ ໜ່ວຍທີ່ໃຫຍ່ກວ່າຮ້ອຍ ແລະ ນ້ອຍກວ່າໝື່ນ ເພາະ 10 ພັນ ຈຶ່ງເປັນໜຶ່ງໝື່ນ (ຢູ່ລາວນິຍົມກັນເອີ້ນ 10 ພັນ) ເຊັ່ນ: ສີບພັນກີບ (ໜຶ່ງໝື່ນກີບ), ພັນບາດ, ຫ້າພັນໂດລາ, ພັນປີແສງ, ສີພັນດອນ (ດອນຢູ່ລໍານໍ້າ ຂອງ ຕັ້ງຢູ່ເມືອງໂຂງ ແຂວງຈໍາປາສັກ).

ນອກຈາກນີ້, “ພັນ” ຍັງໝາຍເຖິງການເອົາແຜ່ນແປໆ ຫຼື ເປັນເສັ້ນຍາວກ້ຽວເຂົ້າກັນ ຫຼື ຝັ້ນເຂົ້າກັນ ເຊັ່ນ: ພັນແພຕຸ້ມເດັກນ້ອຍ, ພັນປາ (ອາຫານຢ່າງນຶ່ງທີ່ເອົາປາປີ້ງໃສ່ກັບເຄື່ອງປະກອບອື່ນໆແລ້ງເອົາຜັກສະລັດ ຫຼື ຜັກອີເລີດ ຫຼື ຜັກຢ່າງອື່ນພັນ ແລ້ວກິນ), ພັນຫົວແຕກ, ພັນຫົວເຂົ່າ, ພັນແຂນ, ພັນຂາ ເປັນຕົ້ນ.

SA Game
DooDiDo

“ພັນ” ເວລາໄປປະສົມກັບຄໍາອື່ນຍັງໃຫ້ຄວາມໝາຍຕ່າງອອກໄປ ດັ່ງ ພັນແງ່ ແມ່ນພະອິນ “ສວັນໂລກ ພຸ້ນ ພັນແງ່ແສງໃສ ເຄີຍຄອຍຜາຍ ຜໍ່ພະໄທທວງຮ້ອນ”, ພັນແສງ ແມ່ນຕາເວັນ, ພັນຕາ ແມ່ນພະອິນ, ພັນທະ ແມ່ນຜູກມັດ ຫຼື ມັດ ຫຼື ກ້ຽວ ຫຼື ກ່ຽວຂ້ອງ, ພັນທະກໍລະນີ ແມ່ນ ຂໍ້ຜູກມັດ, ພັນທະນະ ແມ່ນການ ຜູກ ຫຼື ການມັດ ຫຼື ການຂັງ, ພັນທະນັງ ແມ່ນກ້ຽວກອດ ຫຼື ກ່ຽວຂ້ອງກັນ, ພັນທະນາບັດ ແມ່ນໃບເງິນ ກູ້ທີ່ລັດຖະບານອອກໃຫ້ຖືໄວ້ໂດຍຂໍເງິນກູ້ຈາກພົນລະເມືອງ, ພັນທຸ ແມ່ນພີ່ນ້ອງວົງສາ ຫຼື ເຊື້ອແນວ, ຄົງ ກະພັນ ແມ່ນບໍ່ສາມາດຂ້າຟັນລັນແທງ ຫຼື ຟັນແທງດ້ວຍອາວຸດບໍ່ເຂົ້າ, ສາຍພົວພັນ ແມ່ນການໄປມາຫາສູ່ ແລະ ຕິດຕໍ່ກັນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າພັນ”.

“ພັນ” (1. ຄໍານາມ) ຍົດນາຍທະຫານສູງກວ່ານາຍຮ້ອຍ ຮຽກ ນາຍພັນ. ພີ່ນ້ອງ. (2. ຄໍາກິລິຍາວິເສດ) ຈໍານວນນັບທໍ່ກັບ 10 ຮ້ອຍ. (3. ຄໍາກິລິຍາ) ເອົາ ສິ່ງເປັນແຜ່ນ ຫຼື ເປັນເສັ້ນກ້ຽວເຂົ້າກັນ, ກ້ຽວຝັ້ນ.

ຕົວຢ່າງ:

  • ລາວເປັນທະຫານຮັບໃຊ້ຊາດຫຼາຍປີ ແລະ ໄດ້ອອກເສີກຫຼາຍຄັ້ງ ກວ່າຈະໄດ້ເປັນນາຍພັນ ແລະ ເປັນຫົວໜ້າພະແນກ.
  • ກາເຟອາເມຊອນເປັນທີ່ນິຍົມດື່ມຂອງຄົນທົ່ວໄປ ຊຶ່ງລາຄາແມ່ນຈອກນຶ່ງຊາວປາຍພັນກີບຂຶ້ນເມືອ.
  • ສີພັນດອນ ເປັນເກາະທີ່ສວຍງາມ ເພາະທິວທັດທີ່ທໍາມະຊາດສ້າງຂຶ້ນປະກອບມີນໍ້າຕົກຕາດຫຼາຍ ແຫ່ງ, ມີແກ້ງຫຼາຍຈຸດ, ມີດອນສີພັນກວ່າດອນ, ມີປາຂ່າທີ່ເປັນປາໂລມານໍ້າຈືດ ແລະ ປະຊາຊົນ ທີ່ດໍາລົງຊີວິດກໍມີເອກະລັກເປັນຂອງຕົນເອງ ໂດຍສະເພາະລໍາສີພັນດອນ.
  • ທ່ານໝໍພັນຫົວຄົນເຈັບທີ່ແຕກດ້ວຍຜ້າຂາວສະອາດ ແລະ ຜ່ານການອົບຂ້າເຊື້ອມາເປັນຢ່າງດີ.

ສະຫຼຸບ.

ຄໍາວ່າ “ພັນ” ໝາຍເຖິງຍົດນາຍພັນ ຊຶ່ງປະກອບມີ ພັນຕີ, ພັນໂທ ແລະ ພັນເອກ ຊຶ່ງເປັນຍົດທະຫານ ຫຼື ຕໍ່າຫຼວດ ສູງກວ່ານາຍຮ້ອຍນ້ອຍກວ່ານາຍພົນ. ໝາຍເຖິງພີ່ນ້ອງ. ພ້ອມນັ້ນຍັງແມ່ນຈໍານວນນັບຂອງ ຕົວເລກມີຄ່າທໍ່ກັບ 10 ຮ້ອຍ ເອີ້ນໜຶ່ງພັນ. ອີກຄວາມໝາຍນຶ່ງແມ່ນການເອົາສິ່ງຂອງທີ່ເປັນແຜ່ນ ຫຼື ເປັນ ເສັ້ນຍາວກ້ຽວ ຫຼື ຝັ້ນເຂົ້າກັນ ຫຼື ພັນກັບສິ່ງອື່ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo