ຄໍາວ່າ “ດາວ” ແລະ “ດາຣາ” ມີຄວາມໝາຍອັນດຽວ ກັນ ຫຼື ແຕກຕ່າງ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ດາວ” ແລະ “ດາຣາ”

ຄໍາວ່າ “ດາວ” ແລະ “ດາຣາ” ຫຼື “ດາລາ” ເຖິງຈະເວົ້າຕ່າງກັນ ແຕ່ມີຄວາມໝາຍອັນດຽວກັນໝາຍເຖິງສິ່ງທີ່ຮຸ່ງຢູ່ຟ້າ (ຍົກເວັ້ນດວງເດືອນ). ດາວມີອິດທິພົນຕໍ່ການດໍາລົງຊີວິດຂອງມະນຸດມາແຕ່ດຶກດໍາບັນ ເພາະຄົນເຮົາໃຊ້ດາວເພື່ອນໍາທາງໃນຍາມຄໍ່າມຶດ, ໃຊ້ເພື່ອໃຫ້ຮູ້ເຖິງການປ່ຽນຂອງລະດູການຕ່າງໆ ເພື່ອໃຫ້ສາມາດກໍານົດການ ເພາະປູກ ແລະ ບູຊາເທບພະເຈົ້າຕ່າງໆ.

ດາວ ຫຼື ດາຣາ ຍັງມີການເອີ້ນຊື່ຕ່າງໆເຊັ່ນ: ດາວເຄາະ, ດາວເລີກ, ດາວນົບພະເຄາະ, ດາວຊ້າງ, ດາວຫາງ, ດາວທຽມ (ແມ່ນສິ່ງທີ່ມະນຸດສ້າງຂຶ້ນສົ່ງຂຶ້ນໄປເທີງຟ້າ ເພື່ອສົ່ງສັນ ຍານວິທະຍຸ ຫຼື ພາລະກິດດ້ານອາວະກາດບໍ່ແມ່ນເກີດໂດຍທໍາມະຊາດ). ຄົນເຮົາຍັງເອີ້ນດາວຕາມເຫດທີ່ເກີດຂຶ້ນ ເຊັ່ນ: ດາວຕົກ, ດາວຝົນ, ດາວແຈ້ງສະຫວ່າງ, ດາວປະກາຍແສງ, ດາວກະຈາຍ. ຈາກການສຶກສາດ້ານລະບົບ ດາວ ລວມທັງໝົດຂອງດາລາຈັກກະວານ ຊຶ່ງໄດ້ຈໍາແນກເອີ້ນຕາມລັກສະນະຮູບຮ່າງມີຈໍານວນ 88 ກຸ່ມ.

SA Game
DooDiDo

ນອກຈາກນັ້ນ, ມະນຸດຍັງເອີ້ນວັນເວລາ ຕາມຊື່ຂອງດວງດາວຕ່າງໆ ລວມທັງຕາເວັນ ແລະ ດວງເດືອນ ຄື: ວັນຈັນ ມາຈາກຊື່ຂອງດວງຈັນ ຫຼື ເດືອນ, ວັນອັງຄານ ເອີ້ນມາຈາກດາວອັງຄານ, ວັນພຸດ ເອີ້ນຈາກດາວພຸດ, ວັນພະຫັດ ເອີ້ນຈາກດາວພະຫັດ, ວັນສຸກ ເອີ້ນຈາກດາວສຸກ, ວັນເສົາ ເອີ້ນຈາກດາວເສົາ ແຕ່ວັນອາທິດ ແມ່ນເອີ້ນຈາກດວງອາທິດ ຫຼື ຕາເວັນ ນັ້ນເອງ. ອີກຄວາມໝາຍນຶ່ງ “ດາວ” ຫຼື “ດາຣາ” ແມ່ນໃຊ້ເອີ້ນບຸກຄົນທີ່ໂດ່ງດັງຈາກການຮ້ອງເພັງ, ສະແດງໜັງ ຫຼື ລະຄອນ ເຊັ່ນ: ດາລາຮູບເງົາ, ດາວປະຈໍາເມືອງ, ດາວປະຈໍາຄະນະ, ດາວມະຫາວິທະຍາໄລ ແລະ ອື່ນໆ.

ຄວາມໝາຍຄຳວ່າດາວ”.

“ດາວ” (1. ຄໍານາມ) ດາຣາ. ໜ່ວຍມີແສງໃນຟ້າໃນຍາມກາງຄືນ ນອກຈາກໜ່ວຍຕາເວັນ ແລະ ດວງເດືອນ, ໜ່ວຍໂລກ ຕ່າງໆ, ແຕ່ທາງໃນທາງໂຫຣາສາດ ເອີ້ນຕາເວັນ ແລະ ເດືອນວ່າ ດາວນົບພະເຄາະ.

ຕົວຢ່າງ:

  • ຂ່າວດາວຫາງຕົກຢູ່ປະເທດລັດເຊຍ ເຮັດໃຫ້ມີເຮືອນຫຼາຍຫຼັງເພພັງ ແລະ ຄົນຫຼາຍພັນຄົນໄດ້ຮັບບາດ ເຈັບຈາກເຫດການຄັ້ງນີ້.
  • ດາວອັງຄານ ເປັນດາວສີແດງ ແລະ ໄດ້ຮັບຄວາມສົນໃຈຈາກມະນຸດໃນການທີ່ຢາກໄປສຶກສາວ່າເຄີຍ ມີນໍ້າ ແລະ ມີສີ່ງທີ່ມີຊີວິດດໍາລົງຢູ່ກ່ອນບໍ່.

ຄວາມໝາຍຄຳວ່າດາຣາ”.

“ດາຣາ” ຫຼື “ດາລາ” (1. ຄຳນາມ) ດາວ, ດວງດາວ. ໝາຍເຖິງສິ່ງທີ່ຮຸ່ງແຈ້ງຍິບຍັບຢູ່ເທີ່ງທ້ອງຟ້າ ຢາມຄໍ່າມຶດ ມີຫຼາຍລ້ານດວງ ແລະ ນ້ອຍກວ່າດວງເດືອນ. (2. ຄຳນາມ) ໃຊ້ເອີ້ນບຸກຄົນສະແດງນໍາ ຫຼື ຄົນທີ່ມີຊື່ສຽງໃນການຮ້ອງເພັງ ຫຼື ສະແດງຮູບເງົາ ຫຼື ລະຄອນ.

ຕົວຢ່າງ:

  • ອົງການນາຊາ (NASA) ແມ່ນອົງການນຶ່ງທີ່ຕັ້ງຂຶ້ນມາ ເພື່ອສືກສາກ່ຽວກັບອາວະກາດ ລວມເອົາທັງລະ ບົບດາຣາສາດ.
  • ດາຣາ ຫໍລີວຸດ ອາເມລິກາ ແມ່ນມີຊື່ສຽງໂດ່ງດັງຫຼາຍ ຊຶ່ງໜັງທີ່ດາຣາຄ້າຍດັ່ງກ່າວສະແດງແມ່ນມີຄົນ ທົ່ວໂລກມັກ, ນິຍົມ ແລະ ຕິດຕາມຫຼາຍລ້ານຄົນ.

ສະຫຼຸບ.

ຄໍາວ່າ “ດາວ” ແລະ “ດາຣາ” ມີການອ່ານ ແລະ ອອກສຽງຕ່າງກັນ ແຕ່ຄວາມໝາຍແມ່ນອັນດຽວກັນໝາຍເຖິງສິ່ງທີ່ຮຸ່ງແຈ້ງຍິບຍັບຢູ່ເທີ່ງທ້ອງຟ້າ ຢາມຄໍ່າມຶດ ມີຫຼາຍລ້ານດວງ ແຕ່ບໍ່ແມ່ນເດືອນ ແລະ ຕາເວັນ. ນອກຈາກ ນັ້ນ, ຍັງໃຊ້ເອີ້ນບຸກຄົນທີ່ໂດ່ງດັງຈາກການຮ້ອງເພັງ, ສະແດງໜັງ ຫຼື ລະຄອນ ວ່າເປັນດາລາ ຫຼື ເປັນດາວ ແຫ່ງວົງການ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo