ຄໍາວ່າ “ປໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ປໍ” ແມ່ນອັກສອນ ຫຼື ພະຍັນຊະນະຕົວທີ 15 ຫຼັງໂຕ “ບໍ” ແລະ ກ່ອນໂຕ “ຜໍ” ຊຶ່ງເປັນພວກອັກ ສອນກາງ ແລະ ໃຊ້ເປັນຕົວສະກົດພິເສດແທນຕົວ “ບໍ” ໄດ້ໃນພະຍາງກາງຄໍາ. ໃນຫຼັກສູດການຮຽນການສອນຂອງເດັກນ້ອຍອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ປໍ ແລະ ທຽບໃສ່ໂຕປາ ເພື່ອໃຫ້ ຈື່ຈໍາໄດ້ງ່າຍ ດັ່ງ “ປໍ” ປາ.

ນອກຈາກນີ້, “ປໍ” ຍັງແມ່ນເສັ້ນໃຍຂອງຕົ້ນປໍ ຊຶ່ງເປັນຕົ້ນໄມ້ ມີຫຼາຍແນວ ເປັນຕົ້ນ ປໍສາ, ປໍແກ້ວ, ປໍ ລົມ ທີ່ຄົນເຮົານໍາເອົາເປືອກມັນມາ ແລະ ແກະເອົາໃຍຂອງມັນມາຖັກເຮັດເຊືອກ ເອີ້ນ ເຊືອກປໍ ແລະ ຍັງ ສາມາດນໍາມາເຮັດເປັນເປົາ ລວມທັງເຄື່ອງຫັດຖະກໍາຢ່າງອື່ນອີກດ້ວຍ. “ປໍ” ຍັງແມ່ນຊື່ຂອງແມງປໍ ຊຶ່ງ ເປັນແມງແນວນຶ່ງມີຮູບຮ່າງຄ້າຍຄືກັນກັບແມງບີ້ ມີປີກສາມາດບີນໄດ້.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າປໍ”.

“ປໍ” (1. ຄໍານາມ). ພະຍັນຊະນະຕົວທີ 15 ເປັນພວກອັກສອນກາງ ແລະ ໃຊ້ເປັນຕົວສະກົດພິເສດແທນ ຕົວ “ບໍ” ໄດ້ໃນພະຍາງກາງຄໍາ. ໃຍໝັ້ນຢູ່ໃນເປືອກເປັນໃຍ ເອີ້ນ ຕົ້ນປໍ ມີຫຼາຍແນວຄື: ປໍແກ້ວ, ປໍລົມ ປົນ ເປັນຕົ້ນ. ຊື່ແມງແນວນຶ່ງຕົວຄື ບີ້ ສີຂາວໆ.

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ປໍ ອາ ປາ”.
  • ເຊືອກຄວາຍສະໄໝກ່ອນເຮັດດ້ວຍເຊືອກປໍ ເພາະໝັ້ນດີ ແລະ ກຸ້ມດົນ. ພ້ອມນັ້ນ, ຍັງສາມາດນໍາ ເຊືອກປໍມາເຮັດເປົາໃສ່ເຂົ້າເປືອກອີກດ້ວຍ.
  • ຝຸງແມງປໍຈໍານວນຫຼາຍພາກັນຊຸມນຸມ ບິນເຈີດວົນກັບໄປກັບມາ ຢູ່ໄຮ່ນາເທີງຕົ້ນເຂົ້າອ່ອນຢ່າງ ມ່ວນຊື່ນ.

ສະຫຼຸບ.

ຄໍາວ່າ “ປໍ” ແມ່ນໂຕອັກສອນ ຫຼື ພະຍັນຊະນະຕົວທີ 15 ຢູ່ຫຼັງໂຕ “ບໍ” ແລະ ຢູ່ກ່ອນໂຕ “ຜໍ”. “ປໍ” ຍັງແມ່ນເສັ້ນໃຍຂອງຕົ້ນໄມ້ ເອີ້ນຕົ້ນປໍ ຊຶ່ງມີຫຼາຍນແນວໄດ້ແກ່ ປໍສາ, ປໍແກ້ວ, ປໍລົມ ແລະ ອື່ນໆ ເຮົານໍາ ປໍມາເຮັດເຊືອກ, ເປົາ ແລະ ອື່ນໆ. ນອກຈາກນັ້ນ, “ປໍ” ຍັງແມ່ນແມງຢ່າງນຶ່ງມີປີກ ແລະ ສາມາດບີນໄດ້ ມີຮູບຮ່າງຄ້າຍຄືກັນກັບແມງບີ້ ຫຼື ກະບີ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo