ຄໍາວ່າ “ຊໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຊໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ຊໍ” ແມ່ນອັກສອນ ຫຼື ພະຍັນຊະນະຕົວທີ 5 ຫຼັງໂຕ “ສໍ” ແລະ ກ່ອນໂຕ “ຍໍ”, ໂຕຊໍ ເປັນພວກ ອັກສອນຕໍ່າໃຊ້ເປັນຕົວສະກົດແທນຕົວ ດ ໄດ້ໃນພະຍາງກາງຄໍາ. ໃນຫຼັກສູດການຮຽນການສອນຂອງ ເດັກນ້ອຍອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ຊໍ ແລະ ທຽບໃສ່ໂຕຊ້າງ ເພື່ອໃຫ້ຈໍາໄດ້ ງ່າຍ ດັ່ງ “ຊໍ” ຊ້າງ.

ນອກຈາກນີ້, “ຊໍ” ຍັງແມ່ນອຸປະກອນດົນຕີ ຫຼື ເຄື່ອງເສບຢ່າງນຶ່ງມີສາຍໃຊ້ສີໃຫ້ເກີດສຽງດັງ ເປັນທີ່ນິຍົມ ກັນໃຊ້ຫຼາຍ ໂດຍສະເພາະໃນອານາຈັກລ້ານນາ ແລະ ລ້ານຊ້າງ ໃນເມື່ອກ່ອນ. ຊໍ ປະກອບມີ ສາຍຊໍ, ຄັນ ຊໍ, ເບົ້າທີ່ເຮັດໃຫ້ສຽງດັງ, ຄັນສີຊໍ ແລະ ສ່ວນປະກອບອື່ນອີກຈໍານວນນຶ່ງ. ຊໍມີຫຼາຍແບບ ແລະ ຫຼາຍຊື່ເອີ້ນຂຶ້ນກັບແຕ່ລະທ້ອງຖີ່ນ ດັ່ງ ຊໍອູ້, ຊໍສາມສາຍ, ຊໍດ້ວງ ເປັນຕົ້ນ. ສຽງຊໍ ຍັງຖືກນໍາໄປເປັນຄໍາ ພະຫຍາອີກດ້ວຍ ເຊັ່ນ: “ສີຊໍໃຫ້ຄວາຍຟັງ” ຄວາມໝາຍຄືກັນກັບ “ເປົ່າປີ່ໃສ່ຫູຄວາຍ” ນັ້ນເອງ. “ຊໍ” ຍັງໝາຍເຖິງການອໍ ຫຼື ໂຮມຊຸມນຸມກັນ ດັ່ງ ປາຊໍຕ້ອນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າຊໍ”.

“ຊໍ” (1. ຄໍານາມ). ພະຍັນຊະນະຕົວທີ 7 ເປັນພວກອັກສອນຕໍ່າ ໃຊ້ເປັນຕົວສະກົດແທນຕົວ ດ ໄດ້ໃນ ພະຍາງກາງຄໍາ. ເຄື່ອງເສບຈໍາພວກນຶ່ງມີສາຍໃຊ້ສີໃຫ້ເກີດສຽງດັງ. (2. ຄໍາກິລິຍາ) ໂຮມ, ອໍ, ແໜ້ນ (ປາຊໍຕ້ອນ).

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ຊໍ ຊ້າງ”.
  • ຈໍ້ຢວນ (ຂັບ) ຂອງເຜົ່າລາວຍວນ ຄູ່ກັບສຽງສີຊໍ ຟັງແລ້ວມ່ວນຫຼາຍ ເພາະມີເອກະລັກເປັນຂອງຕົນເອງ.
  • ນົກເປັນຈໍານວນຫຼາຍຮ້ອຍຕົວ ຊໍກັນກິນໝາກໄຮດັງແຊວໆປານບຸນບາງໃຫຍ່ ມີທັງໂຕນ້ອຍໂຕໃຫຍ່ບີນເຂົ້າບີນອອກ.

ສະຫຼຸບ.

ຄໍາວ່າ “ຊໍ” ແມ່ນອັກສອນລາວ ຫຼື ພະຍັນຊະນະຕົວທີ 5 ຢູ່ຫຼັງໂຕ “ສໍ” ແລະ ຢູ່ກ່ອນໂຕ “ຍໍ”. “ຊໍ” ຍັງແມ່ນເຄື່ອງດົນຕີພື້ນເມືອງຢ່າງນຶ່ງ ໃຊ້ເສບເພື່ອຜ່ອນຄາຍ ແລະ ສ້າງຄວາມມ່ວນຊື່ນ ດັ່ງ ຈໍ້ຢວນ (ເປັນ ການຂັບລໍາຢ່າງນຶ່ງຂອງເຜົ່າຍວນ) ນອກຈາກນັ້ນ, “ຊໍ” ຍັງໝາຍເຖິງການເຕົ້າໂຮມ ຫຼື ອໍກັນຢູ່ເປັນຈໍນວນ ຫຼາຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo