ຄໍາວ່າ “ປັກ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ປັກ” ມີຄວາມໝາຍແນວໃດ?

ຄໍາວ່າ “ປັກ” ໝາຍເຖິງການສຽບເຂົ້າ ຊຶ່ງເປັນການເອົາສິ່ງໃດສິ່ງນຶ່ງທີ່ແຫຼມ ຫຼື ແຂງແທງເຂົ້າ ຫຼື ແທງ ລົງ ເປັນຄໍາກົງກັນຂ້າມກັບຖອດອອກ ຫຼື ດືງອອກ ດັ່ງ ເອົາເຫຼັກຊີແດງປັກເຂົ້າຊີໃຫ້ເປັນຮູ, ເອົາເຂັມປັກ ແລະ ແສ່ວຜ້າ, ໜາມແຫຼມປັກມື, ເຫຼັກຕະປູປັກຕີນ, ເອົາມີດແຫຼມປັກຕົ້ນໝາກກ້ວຍ, ປັກຫົວສີໄຄລົງ ດີນ ເພື່ອປູກ, ດໍານາດ້ວຍການປັກກ້າລົງໃສ່ໄຮ່ນາ, ປັກມຸດ, ປັກຫຼັກໝາຍຊາຍແດນ, ກ້າງປັກຄໍ ແລະ ອື່ນໆ.

ນອກຈາກນີ້, “ປັກ” ຍັງໝາຍເຖິງຝ່າຍ ຫຼື ຂ້າງ ຊຶ່ງເປັນການແບ່ງຊັດສ່ວນ ຫຼື ແຍກກັນຂອງສິ່ງໃດສິ່ງ ນຶ່ງ ເຊັ່ນ ດວງເດືອນແບ່ງອອກເປັນ 2 ປັກ ເວລາເດືອນຂຶ້ນ ຊຶ່ງແມ່ນເດືອນແຈ້ງ ເອີ້ນວ່າ ສຸກກະປັກ (ໝາຍວ່າຂາວ) ແລະ ເດືອນແຮມ ຫຼື ມືດ ເອີ້ນວ່າ ກາລະປັກ (ໝາຍວ່າມືດ). “ປັກ” ເວລາໄປບວກກັບ ຄໍາອື່ນຍັງໃຫ້ຄວາມໝາຍຕ່າງໄປ ເປັນຕົ້ນ ປັກໃຈແມ່ນສົນໃຈ ແລະ ຄິດໃສ່, ປົກປັກແມ່ນປົກປ້ອງຮັກສາ, ປັກກິງແມ່ນຊື່ເມືອງ ຊຶ່ງເປັນນະຄອນຫຼວງຂອງປະເທດຈີນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າປັກ”.

“ປັກ” (1. ຄໍານາມ) ປີກ, ຝ່າຍ, ຂ້າງ, ເຄື່ອງຂອງເດືອນຈັນທະຄະຕິ ເດືອນນຶ່ງມີ 2 ປັກ ຂ້າງຂຶ້ນ ເອີ້ນ ວ່າສຸກກະປັກ ແປວ່າ ຝ່າຍຂາວ ຄື ເດືອນແຈ້ງ, ຂ້າງແຮມເອີ້ນວ່າ ກາລະປັກ ແປວ່າ ຝ່າຍດໍາ ຄືເດືອນ ມືດ. ບັກຂະຄະນະນາ ແມ່ນວິທີນັບດີຖີຕາມປັກ. (2. ຄໍາກິລິຍາ) ສຽບເຂົ້າ.

ຕົວຢ່າງ:

  • ການປູກຫົວສີໄຄໃຫ້ເອົາສຽມຂຸດດິນເປັນຂຸມ, ເອົາຝຸ່ນໃສ ແລະ ເອົາຫົວສີໄຄທີ່ຈະເຮັດແນວປັກ ລົງດິນ ແລະ ເອົານໍ້າຫົດໃຫ້ປຽກ.
  • ເດືອນສຸກກະປັກ (ຂຶ້ນ) 15 ຄໍ່າແຈ້ງສະຫວ່າງ ພໍແຕ່ກາລະປັກ (ແຮມ) 1 ຄໍ່າຈົນຮອດ 15 ຄໍ່າ ດວງເດືອນກໍເລີ່ມສ້ຽວເຂົ້າ ແລະ ມືດລົງຕາມແຕ່ລະຄືນ.

ສະຫຼຸບ.

ຄໍາວ່າ “ປັກ” ແມ່ນການເອົາສິ່ງໃດສິ່ງນຶ່ງທີ່ແຫຼມ ຫຼື ແຂງ ຫຼື ຂອງທີ່ສາມາດແທງເຂົ້າ ຫຼື ແທງລົງໃຫ້ ເປັນຮູ ຫຼື ສຽບໄວ້ ເປັນຄໍາກົງກັນຂ້າມກັບຖອດອອກ , ດືງອອກ, ຫຼຸດອອກ. ນອກນີ້, “ປັກ” ຍັງໝາຍເຖິງຝ່າຍໃດຝ່າຍນຶ່ງ ຫຼື ຂ້າງໃດຂ້າງນຶ່ງ ຫຼື ປີກໃດປີກນຶ່ງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo