ຄໍາວ່າ “ບໍ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບໍ” ມີຄວາມໝາຍແນວໃດ?

ຄໍາວ່າ “ບໍ” ແມ່ນອັກສອນ ຫຼື ພະຍັນຊະນະໂຕທີ 14 ຢູ່ຫຼັງໂຕ “ນໍ” ແລະ ກ່ອນໂຕ “ປໍ”, ເປັນພວກອັກ ສອນກາງໃຊ້ເປັນຕົວສະກົດທໍາມະດາ ໃນແມ່ກັບ. ໃນຫຼັກສູດການຮຽນການສອນຂອງເດັກນ້ອຍອະນຸບານ ຫຼື ຄົນລິເລີ່ມຮຽນໃໝ່ຈະມີການອ່ານໂຕ ບໍ ແລະ ທຽບໃສ່ໂຕແບ້ ເພື່ອໃຫ້ຈື່ຈໍາໄດ້ງ່າຍ ດັ່ງ “ບໍສະລະແອ ແບ ໄມ້ໂທ ແບ້”.

ນອກຈາກນີ້, “ບໍ” ຍັງໝາຍເຖິງຄົນບ້າ ຫຼື ຜີບ້າ ຊຶ່ງແມ່ນຄົນສະຕິບໍ່ດີ ຫຼື ບໍ່ເຕັມສະຫຼືງ ເພາະສະໝອງ ມີບັນຫາ ອາດເປັນມາແຕ່ເກີດ, ຍ້ອນອຸບັດຕິເຫດກະທົບສະໝອງ ຫຼື ຍ້ອນເສບຢາເສບຕິດເກີນຂະໜາດ ກໍໄດ້. ນອກນັ້ນ, ຍັງນິຍົມກັນເວົ້າເວລາໃຈຮ້າຍ ຫຼື ບໍ່ໄດ້ດັ່ງໃຈວ່າ ບໍຄໍແຕກ, ຜີບ້າຜີບໍ, ບ້າໆບໍໆ. ໃນ ຫຼັກໄວຍາ ກອນ “ບໍ” ຍັງໃຊ້ເປັນຄໍາຕໍ່ທ້າຍຄໍາກິລິຍາໃນປະໂຫຍກຄໍານາມດັ່ງດຽວກັນກັບບໍ່ ເຊັ່ນ: ວ່າ ຊັ້ນບໍ, ອີຫຼີບໍ, ກິນເຂົ້າລະບໍ ເປັນຕົ້ນ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າບໍ”.

“ບໍ” (1. ຄໍານາມ) ພະຍັນຊະນະໂຕທີ 14 ເປັນພວກອັກສອນກາງໃຊ້ເປັນຕົວສະກົດທໍາມະດາໃນແມ່ກັບ. (2. ຄໍາກິລິຍາວິເສດ) ບ້າ, ສະຕິບໍ່ພໍ, ເປັນຄໍາຕໍ່ທ້າຍຄໍາກິລິຍາໃນປະໂຫຍກຄໍານາມ ດັ່ງດຽວກັນກັບບໍ່.

ຕົວຢ່າງ:

  • ສາວຄູສອນນັກຮຽນອານຸບານໂດຍເວົ້າວ່າ “ຫຼານນ້ອຍທຸກຄົນ ອ່ານຕາມຫຼັງສາວຄູເດີ ໂຕ ບໍ ແບ້”.
  • ນັກເລງຢູ່ບ້ານຄົນນຶ່ງ ຕິດຢາມ້າ ແລະ ເສບມາຫຼາຍປີ, ເຮັດໃຫ້ເປັນບ້າເປັນບໍ ສະຕິເລີເລືອນ ແລະ ຫຼອນຢູ່ຕະຫຼອດວ່າເຈົ້າໜ້າທີ່ຈະມາຈັບ.

ສະຫຼຸບ.

ຄໍາວ່າ “ບໍ” ແມ່ນພະຍັນຊະນະໂຕທີ 14 ຢູ່ຫຼັງໂຕ “ນໍ” ແລະ ກ່ອນໂຕ “ປໍ” ເປັນອັກສອນກາງໃຊ້ເປັນ ຕົວສະກົດທໍາມະດາໃນແມ່ກັບ. ນອກຈາກນີ້, “ບໍ” ຍັງໝາຍຜີບ້າ ຫຼື ສະຕິບໍ່ດີ ຊຶ່ງແມ່ນຄົນມີບັນຫາ ຫຼື ບົກພ່ອງທາງສະໝອງ. “ບໍ” ຍັງຖືກນໍາໃຊ້ເປັນຄໍາຕໍ່ທ້າຍຄໍາກິລິຍາໃນປະໂຫຍກຄໍານາມໃນໄວຍະກອນ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo