ຄໍາວ່າ “ບ່ອນ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ບ່ອນ” ມີຄວາມໝາຍແນວໃດ?

ຄໍາວ່າ “ບ່ອນ” ໝາຍເຖິງສະຖານທີ່ແຫ່ງໃດແຫ່ງນຶ່ງ ຫຼື ການບອກທີ່ຢູ່ໃດນຶ່ງ ຫຼື ຈຸດໃດຈຸດນຶ່ງ ຊຶ່ງສະ ແດງໃຫ້ຮູ້ທິດຮູ້ທາງ ຫຼື ພູມມີສາດ ຫຼື ສະຖານທີ່ເຮັດຫຍັງ ເຊັ່ນ: ບ່ອນຝັງສາຍແຮ່, ບ່ອນແຜ່ສາຍບື, ບ່ອນນັ້ນ, ບ່ອນນີ້, ບ່ອນຫຼີ້ນ, ບ່ອນທ່ຽວ, ບ່ອນຢູ່, ບ່ອນກັກຂັງ, ບ່ອນກວດໜັງສືຜ່ານແດນ, ບ່ອນເຮັດ ວຽກ, ບ່ອນຈ່າຍເງິນ, ບ່ອນຈອດລົດ ແລະ ອື່ນໆ. ພ້ອມນັ້ນ, ຍັງມີສຸພະສິດເວົ້າກ່ຽວກັບບ່ອນ ດັ່ງ “ຢູ່ໃຫ້ ເບິ່ງທີ່ ໜີໃຫ້ເບິ່ງບ່ອນ”, “ບ່ອນຕໍ່າໃຫ້ຄູນ ບ່ອນນູນໃຫ້ຖາກ” ເປັນຕົ້ນ.

ນອກຈາກນີ້, “ບ່ອນ” ຍັງໝາຍເຖິງທີ່ນອນ ຫຼື ບ່ອນນອນ ຊຶ່ງຄົນພາກເໜືອຂອງລາວ, ພາກເໜືອໄທ ແລະ ເຜົ່າໄຕລື້, ໄທດໍາ ມັກໃຊ້ເວົ້າກັນ ແລະ ເປັນທີ່ເວົ້າກັນໃນສະໄໝກ່ອນ ດັ່ງ ຢູ່ໃນບ່ອນ (ຢູ່ບ່ອນ ນອນ), ເຂົ້າບ່ອນ (ເຂົ້ານອນ) ເປັນຕົ້ນ. ແຕ່ຖ້າບ່ອນທໍາລາຍແມ່ນຫວັງເຮັດໃຫ້ເປ່ເພ ຫຼື ບໍ່ຫວັງດີນໍາ.

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

SA Game
DooDiDo

ຄຳວ່າບ່ອນ”.

“ບ່ອນ” (1. ຄໍານາມ) ທີ່, ແຫ່ງ, ສະຖານ. ທີ່ນອນ.

ຕົວຢ່າງ:

  • ບ່ອນເກີດຂອງຂ້ອຍແມ່ນຢູ່ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ທີ່ເປັນເມືອງເອກຂອງປະເທດ ລາວ.
  • ບ່ອນທ່ອງທ່ຽວທີ່ມີຊື່ສຽງຂອງລາວແມ່ນມີຫຼາຍບ່ອນ ໂດຍສະເພາະແມ່ນຢູ່ແຂວງຫຼວງພະບາງ.
  • ກ່ອນເຂົ້າບ່ອນ ແລະ ນອນຫຼັບ ແມ່ນໃຫ້ລ້າງຕີນໃຫ້ສະອາດ ເພື່ອບໍ່ໃຫ້ບ່ອນເປີເປື້ອນ.

ສະຫຼຸບ.

ຄໍາວ່າ “ບ່ອນ” ແມ່ນສະແດງໃຫ້ຮູ້ເຖິງສະຖານທີ່ໃດນຶ່ງ ເປັນການບອກໃຫ້ຮູ້ຈຸດ ຫຼື ທີ່ຢູ່ເຮັດໃຫ້ສະດວກ ໃນການຄົ້ນຫາ, ຊອກຫາ ຫຼື ໄປຫາ. ບ່ອນຍັງສະແດງໃຫ້ຮູ້ວ່າຈຸດນັ້ນແມ່ນຫຍັງອີກດ້ວຍ. ນອກຈາກນີ້, “ບ່ອນ” ຍັງແມ່ນການເອີ້ນທີ່ນອນ ຫຼື ບ່ອນນອນ ຊຶ່ງມັກເວົ້າກັນໃນຫຼາຍໃນພາກເໜືອຂອງລາວ, ພາກ ເໜືອໄທ ເປັນຕົ້ນ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo