ຄໍາວ່າ “ທັບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ທັບ” ມີຄວາມໝາຍແນວໃດ?

ຄໍາວ່າ “ທັບ” ໝາຍເຖິງສະຖານທີ່ພັກເຊົາ ຫຼື ບ່ອນພັກເຊົາ ຊຶ່ງເປັນບ່ອນຢູ່ ຫຼື ບ່ອນປະທັບພໍານັບເຖິງ ຈະເປັນແບບຖາວອນ ຫຼື ແບບຊົ່ວຄາວກໍສາມາດເອີ້ນໄດ້ເຊັ່ນກັນ. ພ້ອມນັ້ນ, “ທັບ” ຍັງໝາຍເຖິງກອງທັບ ຊຶ່ງເປັນກອງທະຫານ ແລະ ໃນໂລກນີ້ສ່ວນໃຫຍ່ມີກອງທັບບົກ, ກອງທັບອາກາດ, ກອງທັບເຮືອ ແລະ ແຕ່ລະທັບຍັງແບ່ງຍ່ອຍອອກໄປອີກ ດັ່ງໃນສະໄໝກ່ອນມັກເອີ້ນ ທັບໜ້າ, ທັບຫຼັງ, ທັບຫຼວງ, ທັບມ້າ, ທັບພົນທະນູ, ຈອມທັບ, ຍົກທັບ, ຖອຍທັບ, ເກນທັບ, ເດີນທັບ, ແຕກທັບ ແລະ ອື່ນໆ.

ນອກຈາກນີ້, “ທັບ” ຍັງໝາຍເຖິງການເຕັງລົງ, ການກົດລົງ ຫຼື ກົດທັບຂອງສິ່ງໃດນຶ່ງຕໍ່ສິ່ງອື່ນ ອາດຈະ ເປັນວັດຖຸ ຫຼື ທາງຈິດໃຈ ເຊັ່ນ: ແຜກົດທັບ, ຖືກທັບດ້ວຍງ່າໄມ້, ລົດໃຫຍ່ທັບລົດຈັກ, ຖືກກົດທັບທາງ ຄວາມຄິດ ເປັນຕົ້ນ. ອີກຄວາມໝາຍນຶ່ງ “ທັບ” ຍັງແມ່ນການຕີໃຫ້ແຕກ ຫຼື ຕີລົງໃຫ້ແຕກ ເຊັ່ນ: ທັບເຂົ້າ (ຕີເຂົ້າ ຫຼື ຟາດເຂົ້າ), ລົດຖືກທັບຕີດ້ວຍຄ້ອນ, ທັບແກ່ນໝາກບົກໃຫ້ແຕກເພື່ອເອົາໃນ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າທັບ”.

“ທັບ” (1. ຄໍານາມ). ບ່ອນເຊົາ, ບ່ອນເຊົາຊົ່ວຄາວ. ກອງທະຫານທີ່ກໍານົດຫຼາຍກອງພົນໂຮມເຂົ້າກັນ. (2. ຄໍາກິລິຍາ) ເຕັງລົງ, ເຕັງ, ຕີໃຫ້ແຕກ, ຕີລົງໃຫ້ແຕກ.

ຕົວຢ່າງ:

  • ເຈົ້າຊີວິດປະທັບໃນວັງອັນຫຼູຫຼາ ແລະ ສະດວກສະບາຍ, ແຕກຕ່າງກັບຊາວນາຜູ້ທຸກຍາກໄດ້ຢູ່ ພຽງຕູບຫຍ້າຄາ.
  • ໃນສົງຄາມທັບໜ້າແມ່ນມີໄພ ແລະ ມີໂອກາດສູນເສຍທະຫານຫຼາຍກວ່າທັບຫຼັງ ແລະ ທັບໜູນ.
  • ກອງໄມ້ກອງໃຫຍ່ ທັບກັນຢູ່ ປະກອບມີໄມ້ແປ້ນຫຼາຍແຜ່ນ ແລະ ໄມ້ລ່ຽມຫຼາຍທ່ອນ ຖ້າຢາກຮູ້ມີ ຈັກແຜ່ນຕ້ອງໄດ້ນັບລະອຽດ.
  • ການກິນໝາກກໍ່ ແລະ ໝາກບົກຕ້ອງໄດ້ທັບດ້ວຍຄ້ອນ ຫຼື ສິ່ງອື່ນ ເພື່ອໃຫ້ມັນແຕກຈິ່ງສາມາດ ແກະເອົາໃນມາກິນໄດ້.

ສະຫຼຸບ.

ຄໍາວ່າ “ທັບ” ແມ່ນສະຖານທີ່ພັກເຊົາ ຫຼື ບ່ອນພັກເຊົາ ເຖິງແມ່ນແບບຖາວອນ ຫຼື ແບບຊົ່ວຄາວກໍ ເອີ້ນ ໄດ້ເຊັ່ນກັນ. “ທັບ” ຍັງແມ່ນກອງທັບ ຫຼືກອງທະຫານ ຫຼາຍປະເທດມີ ທັບບົກ, ທັບອາກາດ, ທັບເຮືອ ເປັນຕົ້ນ. ນອກຈາກນີ້, “ທັບ” ຍັງແມ່ນການກົດທັບ ຊຶ່ງເປັນການເຕັງລົງອາດຈະດ້ວຍວັດຖຸ ຫຼື ທາງຈິດ ໃຈກໍມີເຊັ່ນກັນ. “ທັບ” ຍັງເປັນການຕີ ຫຼື ທຸບ ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo