ຄໍາວ່າ “ຈໍາ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຈໍາ” ມີຄວາມໝາຍແນວໃດ?

ຄໍາວ່າ “ຈໍາ” ໝາຍເຖິງການບັງຄັບ ແລະ ຕ້ອງເຮັດ ຫຼື ຈໍາຕ້ອງ ອາດຈະດ້ວຍເຫດຜົນໃດກໍຕາມ ດັ່ງ ຈໍາເປັນຕ້ອງເຮັດເພາະບໍ່ມີທາງເລືອກ, ຈໍາຍອມເພາະບໍ່ມີທາງອອກ, ຈໍາຕ້ອງຟັງເພາະຈໍາເປັນ, ຈໍາໃຈ ຕ້ອງຈາກເພາະໜ້າທີ່ ແລະ ອື່ນໆ. “ຈໍາ” ຍັງມີຄວາມໝາຍວ່າ ແຈບ ຫຼື ເຖິງ (ຄຸງກໍວ່າ) ເຊັ່ນ: ອັດຝາ ບັ້ງໃຫ້ຈໍາ, ຍັດເຂົ້າຈໍາໆ, ເຮັດຈໍາໆ, ອັດຈໍາໆ ເປັນຕົ້ນ.

ນອກຈາກນີ້, “ຈໍາ” ຍັງໝາຍເຖິງການຈໍານໍາ ຫຼື ຈໍານອງ ຊຶ່ງເປັນການກູ້ເງິນມາໂດຍເອົາຂອງໄປແທນໄວ້ ເຊັ່ນ: ເອົາລົດໄປຈໍານໍາ ເພື່ອຢືມເງິນ 30 ລ້ານກີບ, ເອົາໃບຕາດິນໄປຈໍານອງ ເພື່ອຢືມເງິນ 100 ລ້ານ ກີບ ເປັນຕົ້ນ. “ຈໍາ” ຍັງໝາຍເຖິງການຜູກ, ຂັງໄວ້ ຫຼື ຈໍາກັດບໍລິເວນບໍ່ໃຫ້ເປັນອິດສະລະ, ອາດຈະຍ້ອນ ການກະທໍາຜິດສິ່ງໃດສິ່ງນຶ່ງບໍ່ວ່າທາງດ້ານ ຮ່າງກາຍ ຫຼື ຈິດໃຈ ເຊັ່ນ: ຈໍາຄຸກນັກໂທດ, ຈໍາຈອງຄວາມ ທຸກໃນໃຈ ແລະ ອື່ນໆ. “ຈໍາ” ຍັງໝາຍເຖິງການຢູ່ ຫຼື ພັກເຊົາ ດັ່ງ ຈໍາວັດ, ຈໍາສິນ ເປັນຕົ້ນ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຈໍາ”.

“ຈໍາ” (1. ຄໍານາມ) ບັງຄັບ (ຈໍາໃຫ້ເຮັດ). (2. ຄໍາກິລິຍາວິເສດ) ແຈບ, ຄຸງ, ເຖິງ. ກູ້ເງິນມາໂດຍເອົາ ຂອງໄປແທນໄວ້. ຜູກ, ຂັງ. ຢູ່. ຕ້ອງ, ຈໍາເປັນແມ່ນຕ້ອງເປັນ, ຈໍາສິນແມ່ນຜູ້ຮັກສາສິນ, ຈໍານໍາແມ່ນກູ້ ເງິນໂດຍເອົາຂອງໄປແທນໄວ້.

ຕົວຢ່າງ:

  • ວານນີ້ຝົນຕົກໜັກ ແຕ່ຈໍາເປັນຕ້ອງໄດ້ແຂ່ງໄປ ຊື້ເຄື່ອງຢູ່ຕະຫຼາດ ເພາະບໍ່ມີຄັນຮົ່ມ ແລະ ບໍ່ມີອາ ຫານການກິນເລີຍ.
  • ອັດປະຕູໃຫ້ຈໍາ ແລະ ແຈບໆ ເພື່ອບໍ່ໃຫ້ຂີ້ຝຸ່ນເຂົ້າມາໃນເຮືອນ ເພາະຈະເຮັດໃຫ້ເປື້ອນ ແລະ ມີຂີ້ ຝຸ່ນ.
  • ຍ້ອນບໍ່ມີເງິນລົງທຶນພຽງພໍຈໍາເປັນຕ້ອງເອົາໃບຕາດິນໄປຈໍານອງ ເພື່ອກູ້ຢືມເງິນມາ ຫຼັງຈາກນັ້ນຈິ່ງ ຈະຊໍາລະຄືນດ້ວຍຕົ້ນທຶນ ແລະ ດອກເບ້ຍ.
  • ນັກໂທດຄ້າຢາເສບຕິດລາຍໃຫຍ່ ຖືກສານຕັດສິນໃຫ້ຈໍາຄຸກເປັນເວລາຫຼາຍສິບປີ ແລະ ຖືກຍຶດ ຊັບສິນຈົນໝົດ.

ສະຫຼຸບ.

ຄໍາວ່າ “ຈໍາ” ມີຫຼາຍຄວາມໝາຍ ດັ່ງ ໝາຍເຖິງການບັງຄັບ ຫຼື ຈໍາຕ້ອງເຮັດ. “ຈໍາ” ຍັງແມ່ນແຈບ ຫຼື ເຖິງ. ນອກຈາກນັ້ນ, “ຈໍາ” ຍັງໝາຍເຖິງການຈໍານໍາ ຫຼື ຈໍານອງ. “ຈໍາ” ຍັງແມ່ນການຜູກ, ການຂັງຈໍາ ກັດບໍລິເວນບໍ່ໃຫ້ເປັນອິດສະລະອາດຈະທາງດ້ານຮ່າງກາຍ ຫຼື ຈິດໃຈ ກໍມີ. ພ້ອມນັ້ນ, “ຈໍາ” ຍັງໝາຍ ເຖິງການຢູ່ອີກດ້ວຍ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo