ຄໍາວ່າ “ຕົວະ” ແລະ “ຫຼອກລວງ” ມີຄວາມໝາຍຄືກັນ ແລະ ຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ຕົວະ” ແລະ “ຫຼອກລວງ”

ຄໍາວ່າ “ຕົວະ” ແລະ “ຫຼອກລວງ” ມີການອ່ານຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ແຕກຕ່າງກັນອີກດ້ວຍ ຊຶ່ງໃນນີ້ເຮົາຈະເວົ້າແຕ່ໂຕຄືກັນ ດັ່ງມີລາຍລະອຽດລຸ່ມນີ້:

ຄໍາວ່າ “ຕົວະ” ຫຼື “ຂີ້ຕົວະ” ໝາຍເຖິງການເວົ້າບໍ່ຈິງ ຫຼື ເວົ້າໃນສິ່ງທີ່ບໍ່ມີມູນຄວາມຈິງ ແລະ ມີຄວາມໝາຍຄືກັນກັບຫຼອກລວງ. “ຕົວະ” ຍັງຖືກໃຊ້ນໍາຫຼາຍຄໍາທີ່ໃຫ້ຄວາມໝາຍຄືເກົ່າ ດັ່ງ ຂີ້ຕົວະຫຼອກລວງ, ຂີ້ຕົວະຂີ້ຕົ້ມ, ຕົວະ ຍົວະ, ຕົວະຍົວະຫຼອກລວງ, ຕົວະເກັ່ງ, ເວົ້າຕົວະ, ຕົວະໄດ້ຕົວະເອົາ ແລະ ອື່ນໆ. “ຕົວະ” ກົງກັນຂ້າມກັບ “ຄວາມຈິງ, ແທ້”.

ຄໍາວ່າ “ຫຼອກລວງ” ມາຈາກສອງຄໍາຄື “ຫຼອກ” ໝາຍເຖິງການຕົວະ (ຂີ້ຕົວະ ກໍວ່າ) ຫຼື ເຮັດໃຫ້ເຂົ້າໃຈຜິດ ແລະ “ລວງ” ໝາຍເຖິງ ຕົວະ ເຊັ່ນກັນ (ຂີ້ຕົວະກໍວ່າ) ຫຼື ແມ່ນການຫຼອກລໍ້ໃຫ້ເຊື່ອ, ເມື່ອນນນນນໍາສອງຄໍາດັ່ງກ່າວມາ ບວກກັນກໍຍັງໃຫ້ຄວາມໝາຍຄືເກົ່າຄືກັນກັບ “ຕົວະ”.

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

SA Game
DooDiDo

ຄວາມໝາຍຄຳວ່າຂີ້ຕົວະ”.

“ຕົວະ” (1. ຄໍາກິລິຍາ) ເວົ້າບໍ່ຈິງ, ເວົ້າໃນສິ່ງທີ່ບໍ່ມີ.

ຕົວຢ່າງ:

  • ລາວເປັນຄົນຕົວະເກັ່ງ ຮູ້ກັນໃໝ່ໆຫຼາຍຄົນກໍຫຼົງເຊື່ອ ແຕ່ດົນໆໄປຮູ້ຈັກກັນດີແລ້ວໃຜກະເບື່ອໜ່າຍ.

ຄວາມໝາຍຄຳວ່າຫຼອກລວງ”.

“ຫຼອກລວງ” (1. ຄໍາກິລິຍາ) ຕົວະ, ຂີ້ຕົວະ, ເຮັດໃຫ້ຕົກໃຈ, ເຮັດໃຫ້ເຂົ້າໃຈຜິດ.

ຕົວຢ່າງ:

  • ລາວເປັນຄົນຫຼອກລວງ ຮູ້ກັນໃໝ່ໆຫຼາຍຄົນກໍຫຼົງເຊື່ອ ແຕ່ດົນໆໄປຮູ້ຈັກກັນດີແລ້ວໃຜກະເບື່ອໜ່າຍ.
  • ລາວເປັນຄົນຂີ້ຕົວະຫຼອກລວງ ໃຜໆກໍບໍ່ຢາກຄົບ ເພາະບໍ່ຈິງໃຈ ແ“ະ ມີແຕ່ເວົ້າໃນສິ່ງບໍ່ມີມູນຄວາມຈິງ.

ສະຫຼຸບ.

ຄໍາວ່າ “ຕົວະ” ແລະ “ຫຼອກລວງ” ມີຄວາມໝາຍຄືກັນ ຊຶ່ງໝາຍເຖິງການເວົ້າບໍ່ມີມູນຄວາມຈິງ, ເວົ້າຂີ້ຕົວະຫຼອກ ລວງ ອັນເປັນການເວົ້າໃນສິ່ງບໍ່ມີ ແລະ ສາມາດເຮັດໃຫ້ຄົນອື່ນຫຼົງເຊື່ອຜິດໄປຈາກສີ່ງທີ່ເປັນ, ອາດເຮັດໃຫ້ຫຼົງ, ເຊື່ອ ແລະ ເຮັດຜິດຕາມໆກັນໄປໄດ້.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo