ຄໍາວ່າ “ເບີ່ງ” ແລະ “ແຍງ” ມີຄວາມໝາຍຄືກັນ ແລະ ແຕກຕ່າງກັນແນວໃດ

SA Game

DooDiDo

ອະທິບາຍຄວາມໝາຍຂອງຄໍາວ່າ “ເບີ່ງ” ແລະ “ແຍງ”

ຄໍາວ່າ “ເບີ່ງ” ແລະ “ແຍງ” ມີການອອກສຽງແຕກຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ຍັງມີຄວາມໝາຍແຕກຕ່າງກັນອີກດ້ວຍ ແຕ່ “ເບີ່ງ” ແລະ “ແຍງ” ຍັງມັກຖືກໃຊ້ຄູ່ກັນອີກດ້ວຍ “ເບີ່ງແຍງ” ຊຶ່ງລາຍລະອຽດມີດັ່ງລຸ່ມນີ້:

ຄໍາວ່າ “ເບີ່ງ” ມີຄວາມໝາຍຄືກັນກັບແຍງ ຊຶ່ງໝາຍເຖິງການມອງ ຫຼື ດູ ດ້ວຍສາຍຕາຂອງຄົນ ຫຼື ສັດ ເພື່ອໃຫ້ ເຫັນສິ່ງໃດນຶ່ງ ດັ່ງ ເບີ່ງທາງໜ້າ, ເບີ່ງທາງຫຼັງ, ເບີ່ງກວ້າງມອງໄກ, ເບີ່ງກ່ອນ, ເບີ່ງດຸ, ເບີ່ງວຽກເບີ່ງງານ, ເບີ່ງ ກິລາ, ເບີ່ງການແຂ່ງຂັນ ເປັນຕົ້ນ. ນອກຈາກນີ້, “ເບີ່ງ” ຍັງໝາຍເຖິງທວາຍ ຫຼື ດູມໍ ເປັນຕົ້ນ ເບີ່ງດວງ, ເບີ່ງ ໂຊກຊາຕາ, ເບີ່ງລາຍມື ອື່ນໆ.

ຄໍາວ່າ “ແຍງ” ໝາຍເຖິງການເບີ່ງຢ່າງໃດຍ່າງນຶ່ງ ດັ່ງ ແຍງແວ່ນ, ແຍງລູກນ້ອຍ, ແຍງຜູ້ສາວ. ພ້ອມນັ້ນ, “ແຍງ” ຍັງໝາຍເຖິງການແຍງເບີ່ງເພື່ອກວດກາຄວາມງາມ, ຄວາມຮຽບຮ້ອຍ ແລະ ອື່ນໆ. ນອກຈາກນັ້ນ, “ແຍງ” ຍັງແມ່ນການສະແຫວງຫາເພື່ອຊອກຮູ້. ອີກຄວາມໝາຍນຶ່ງ “ແຍງ” ໝາຍເຖິງແຍກໝູ່ຢູ່ ຫຼື ບໍ່ຢູ່ນໍາໝູ່. ແຕ່ຖ້າເປັນຜັກຂະແຍງແມ່ນຜັກຫອມຊະນິດນຶ່ງທີ່ນິຍົມພາກັນໃສ່ແກງໜໍ່ໄມ້.

SA Game
DooDiDo

ເພື່ອໃຫ້ເຂົ້າໃຈຄວາມໝາຍຂອງການນນຳໃຊ້ໃຫ້ດີຂຶ້ນກວ່າເກົ່າ ເຮົາເບີ່ງຄວາມໝາຍ ແລະ ຕົວຢ່າງດັ່ງລຸ່ມນີ້:

ຄວາມໝາຍຄຳວ່າເບີ່ງ”.

“ເບີ່ງ” (1. ຄໍາກິລິຍາ) ດູ, ໃຊ້ຕາເພື່ອໃຫ້ເຫັນ, ທວາຍ (ດູເລກ).

ຕົວຢ່າງ:

  • ໃນຫ້ອງສອບເສັງອາຈານທີ່ຍາມຫ້ອງໄດ້ເບີ່ງນັກຮຽນດ້ວຍຄວາມເອົາໃຈໃສ່ ເພາະຢ້ານນັກຮຽນກ່າຍກັນ.
  • ມື້ວານເບີ່ງຄືວ່າຝົນຊິຕົກແຮງ ເພາະມີເມກດໍາປະກົດທົ່ວທ້ອງຟ້າ ແລະ ລົມແຮງ ແຕ່ສຸດທ້າຍພັດຝົນບໍ່ຕົກ ພໍເມັດ.

ຄວາມໝາຍຄຳວ່າແຍງ”.

“ແຍງ” (1. ຄໍາກິລິຍາ) ສ່ອງເບິ່ງເງົາໃນແວ່ນ ຫຼື ໃນຂອງໃສ. ເບີ່ງດ້ວຍຄວາມອ່ອນຊອນ (ແຍງຄີງ ແຍງເພດ). ເບັດໃສ່, ສະແຫວງຫາ (ເບັດໃສ່ແກ້ງ ແຍງໃສ່ກ້ອນ. (2. ຄໍາກິລິຍາວິເສດ) ບໍ່ຢູ່ນໍາໝູ່.

ຕົວຢ່າງ:

  • ຫຼັງຈາກແຕ່ງໂຕ ແລະ ນຸ່ງເຄື່ອງສໍາເລັດ, ລາວແຍງແວ່ນເບີ່ງຕົວເອງ ດ້ວຍການປີ່ນໜ້າໄປມາ ວ່າງາມ ແລະ ເປັນລະບຽບຮຽບຮ້ອຍບໍ່.
  • ຊາຍຄົນນັ້ນລັກແຍງຜູ້ສາວທີ່ກໍາລັງອອກກໍາລັງກາຍດ້ວຍການສະແດງທ່າທີແປກໆ ເບີ່ງແລ້ວເປັນຕາສົງ ໃສ.

ສະຫຼຸບ.

ຄໍາວ່າ “ເບີ່ງ” ແລະ “ແຍງ” ມີການອອກສຽງຕ່າງກັນ ແຕ່ມີຄວາມໝາຍຄືກັນ ແລະ ແຕກຕ່າງກັນອີກ ຊຶ່ງຄໍາທີ່ຄືກັນແມ່ນໝາຍເຖິງມອງ ຫຼື ດູ ຢ່າງໃດຢ່າງນຶ່ງ. “ເບີ່ງ” ແລະ “ແຍງ” ຍັງໃຊ້ເວົ້າຄູ່ກັນອີກດ້ວຍ ດັ່ງ “ເບີ່ງແຍງ”. ນອກຈາກນັ້ນ, “ເບີ່ງ” ແລະ “ແຍງ” ຍັງມີຄວາມໝາຍຢ່າງອື່ນທີ່ແຕກຕ່າງອອກໄປດັ່ງທີ່ໄດ້ຍົກມາຂ້າງເທິງ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່DooDiDo