ຄໍາວ່າ “ຕົບ” ການນໍາໃຊ້ ແລະ ຄວາມໝາຍໃນພາສາລາວ

SA Game

DooDiDo

ອະທິບາຍຄໍາວ່າ “ຕົບ” ມີຄວາມໝາຍແນວໃດ?

ຄໍາວ່າ “ຕົບ” ແມ່ນຊື່ຜັກແນວນຶ່ງ ເອີ້ນ ຜັກຕົບ ມີສອງແນວຄົບທໍາມະດາ ແລະ ຕົບໂປ້ງ ເກີດຢູ່ນໍານໍ້າ  ແລະ ສາມາດຢູ່ຕາມຂີ້ຕົມໄດ້ເຊັ່ນກັນ, ຜັກຕົບເປັນພຶດລົ້ມລຸກ ອາຍຸຫຼາຍລະດູ ບາງທ້ອງຖີ່ນເອີ້ນຜັກປອດ ເພາະເປັນຟອງຄືປອດ ບາງທ້ອງຖີ່ນເອີ້ນ ຜັກຕົບສະວາ, ຜັກປ່ອງ ແລະ ອື່ນໆ. ຜັກຕົບມີຖີ່ນກໍາເນີດ ແມ່ນຢູ່ທະວີບອາເມລິກາໃຕ້, ລໍາຕົ້ນຂອງຕົ້ນກໍາລັງເຕີບໂຕມີລັກສະນະອວບເປັນຟອງ ສີຂຽວອ່ອນ ແລະ ເຂັ້ມໃບພອງອອກຈາກຊ່ອງກາງ ຮາກມີລັກສະນະສີດໍາອ່ອນ. “ຕົບ” ຍັງໝາຍແມ່ນຊື່ຂອງກອງແນວນຶ່ງ ທີ່ຫຸ້ມດ້ວຍໜັງໜ້າດຽວ ແລະ ມີທາງກົ້ນຍາວສ້ວຍເປັນຫາງ ຫຼື ເອີ້ນອີກຢ່າງນຶ່ງແມ່ນ ກອງຫາງ.

ນອກຈາກນີ້, “ຕົບ” ຍັງໝາຍເຖິງການເອົາຝາມີຕີ ຫຼື ວາງລົງເບົາໆ ດັ່ງເຮົາມັກໄດ້ຍິນເລື້ອຍໆວ່າ ຕົບ​ຫົວ​ແລ້ວ​ລູບ​ຫຼັງ, ຕົບບ່າ, ຕົບໃຫຼ່, ຕົບຫຼັງ, ຕົບກົ້ນ ເປັນຕົ້ນ. “ຕົບ” ຍັງໝາຍເຖິງການຕີດ້ວຍຂອງແປໆ ເຊັ່ນ: ເອົາຊ້ວານປ້ານ ແລະ ຕົບຄັນນາບໍ່ໃຫ້ນໍ້າຊືມ, ຕົບແປ້ງເພື່ອເຮັດເສັ້ນເຂົ້າປຽກດ້ວຍໄມ້ແປໆ. “ຕົບ” ອີກ ຄວາມໝາຍນຶ່ງແມ່ນ ຊັກຖູໃຫ້ສະອາດດ້ວຍນໍ້າ ເຊັ່ນ: ຕົບໄຄ ແລະ ລ້າງ ໃຫ້ສະອາດ ເພື່ອເຮັດໄຄແຜ່ນ, ຕົບເທົາ ແລະ ລ້າງໃຫ້ສະອາດ ເພື່ອໄປເອາະກິນ, ຕົບຜ້າ ແມ່ນເອົາ ຜ້າລ້າງນໍ້າໃຫ້ສະອາດ. ພ້ອມນັ້ນ, “ຕົບ” ຍັງໃຊ້ເອີ້ນ ຕົບແສ່ງ, ຕົບມື, ຕົບແຄ່ງຕົບຂາ, ຕົບແມງວັນ ແລະ ອື່ນໆ.

SA Game
DooDiDo

ສະນັ້ນ ເພື່ອໃຫ້ເຂົ້າໃຈ ການນໍາໃຊ້ຄໍາດັ່ງກ່າວໃຫ້ຫຼາຍຂຶ້ນ ເຮົາມາເບິ່ງລາຍລະອຽດດັ່ງລຸ່ມນີ້:

ຄຳວ່າຕົບ”.

“ຕົບ” (1. ຄໍານາມ) ຊື່ຜັກແນວນຶ່ງ ເກີດຢູ່ນໍ້າດອກສີແຫຼ້ ມີສອງແນວ ຄື ຄົບທໍາມະດາ ແລະ ຕົບໂປ້ງ. ຊື່ກອງແນວນຶ່ງຫຸ້ມໜ້າດຽວທາງກົ້ນຍາວເປັນຫາງ (ກອງຫາງ ກໍວ່າ). (2. ຄໍາກິລິຍາ) ຕີດ້ວຍຝ່າມື. ຕີ ດ້ວຍຂອງແປໆ. ຊັກຖູໃຫ້ສະອາດດ້ວຍນໍ້າ. ຕົບແສ່ງ ແມ່ນການເອົາແສ່ງ ຕົບເຂົ້າກັນ. ຕົບຜ້າ ແມ່ນເອົາ ຜ້າລ້າງນໍ້າໃຫ້ສະອາດ. ຕົບມື ແມ່ນເອົາຝ່າມືທັງສອງຟາດເຂົ້າກັນ.

ຕົວຢ່າງ:

  • ຜັກຕົບສາມາດໄປກິນໄດ້ດ້ວຍການນໍາໄປໜຶ້ງເຮັດຊຸບຜັກ, ຈໍ້າແຈ່ວ ແລະ ຮູບແບບອື່ນໆ ເພາະມີ ສັບພະຄຸນຊ່ວຍຂັບລົມລະບົບຂັບຖ່າຍ, ຕໍາພອກບາດແຜແກ້ອັກເສບ ແລະ ເປັນຢາເຢັນ. ໃນທາງ ກົງກັນຂ້າມຜັກຕົບມັກສ້າງາບັນຫາການຕັນຮ່ອງນໍ້າ ແລະ ມີອຸປາສັກຕໍ່ການດໍາລົງຊີວິດຂອງປາ ອີກດ້ວຍ.
  • ກອງຕົບກອງຫາງແມ່ນກອງທີ່ສາມາດພົບເຫັນການໃຊ້ເຂດປະເທດລາວ, ໄທ, ມຽນມາ, ກໍາປູເຈຍ ແລະ ຕອນໃຕ້ຂອງຈີນ ໂດຍສະເພາະແມ່ນຄົນໄຕລື້.
  • ຫົວໜ້າເອົາມືຕົບບ່າກໍາມະກອນເບົາໆ ເພື່ອໃຫ້ກໍາລັງໃຈ ແລະ ເວົ້າອອກມາວ່າສູ້ເດີ ທຸກມື້ນີ້ ມື້ໜ້າຫາກຊິມີ.
  • ການຕົບກອງຊາຍແມ່ນມ່ວນຫຼາຍ ຊຶ່ງສາມາດເຫັນໄດ້ໃນງານບຸນສົງການທີ່ແຂວງຫຼວງພະບາງ.
  • ສະໄໝກ່ອນບໍ່ມີຈັກຊັກເຄື່ອງ ອາໃສການຕົບຜ້າຕາມແຄມແມ່ນໍ້າ ເປັນສ່ວນນນນນໃຫຍ່.

ສະຫຼຸບ.

ຄໍາວ່າ “ຕົບ” ແມ່ນຊື່ຜັກຕົບ ເປັນຜັກແນວນຶ່ງເກີດຢູ່ນໍ້າ ແລະ ສາມາດຢູ່ໃດ້ຕາມຕົມແຄມນໍ້າ ມີຖີ່ນກໍາ ເນີດຢູ່ອາເມລິກາລາຕິນ ປະຈຸບັນແພ່ພັນໄປຫຼາຍຂົງເຂດ. ແມ່ນຊື່ກອງຕົບ ຫຼື ກອງຫາງ ຊຶ່ງເປັນກອງ ທີ່ຫຸ້ມໜ້າດຽວກົ້ນຍາວເປັນຫາງ. ພ້ອມກັນນັ້ນ, ຍັງໝາຍເຖິງການຕີດ້ວຍຝ່າມື ຫຼື ຕີດ້ວຍຂອງແປໆ. ໝາຍເຖິງການຊັກຖູໃຫ້ສະອາດດ້ວຍນໍ້າ ແລະ ຍັງໃຊ້ເອີ້ນ ຕົບແສ່ງ, ຕົບຜ້າ, ຕົບມື ແລະ ອື່ນໆ.

ຕິດຕາມຂ່າວການເຄືອນໄຫວທັນເຫດການ ເລື່ອງທຸລະກິດ ແລະ ເຫດການຕ່າງໆ ທີ່ໜ້າສົນໃຈໃນລາວໄດ້ທີ່ DooDiDo